Lao
This article was added by the user . TheWorldNews is not responsible for the content of the platform.

ການດຳເນີນໂຄງການທາງລົດໄຟລາວ-ຈີນ ຈະມີລາຍຮັບທີ່ສາມາດຄືນທຶນການກໍ່ສ້າງໄດ້ໃນ 23 ປີ ຂ້າງໜ້າ

ການ​ດຳ​ເນີນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-​ຈີນ ຈະ​ມີ​ລາຍ​ຮັບ​ທີ່​ສາ​ ມາດ​ຄື​ນ​ທຶນ​ການ​ກໍ່​ສ້າງ​ໄດ້​ໃນ 23 ປີ ຂ້າງ​ໜ້າ ແຕ່​ຫາກວ່າ​ມີ​ ການ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ໃນ​ໄທ ຈະ​ເຮັດ​ໃຫ້​ສ​າມາດຄືນ​ທຶນ ໄດ້ໃນ 15 ປີ ຊຶ່ງ​ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້​ນ​ສູງ​ໃນ​ກ​ະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນເປີດ​ເຜີຍ​ວ່າ ການ​ດຳ​ເນີນ​ງານ​ໃນ​ໂຄງ​ການ​ທາງ​ລົດ​ໄຟ​ລາວ-​ຈີນ ໃນ​ລາວ​ພາຍ​ໃຕ້​ການ​ບໍ​ລິ​ຫານ​ງານ​ໂດຍ​ບໍ​ລິ​ສັດ​ຮ່ວ​ມ​ທຶນ ​ທາ​ງ​ລົດ​ໄຟ​ລາວ-​ຈີນ ນັບ​ຈາກວັນ​ທີ 3 ທັນ​ວາ ປີ 2021 ເປັນ​ຕົ້ນ​ມາ ທີ່​ເປັນ​ການ​ເຊື່ອມ​ຕໍ່ການ​ໂດຍ​ສານ ແລະ​ຂົນ​ສົ່ງສິ​ນ​ຄ້າ​ລະ​ຫວ່າງ​ລາວ​ກັບ​ຈີນ​ເປັນ​ຫລັກ​ນັ້ນເຮັດ​ໃຫ້​ຄາດ​ໝາຍ​ໄດ້ວ່າ​ການ​ດຳ​ເນີນ​ງານ​ດັ່ງ​ກ່າວ​ນີ້​ຈະ​ສ້າງ​ລາຍ​ຮັບທີ່​ສາ​ມາດ​ຄຶນ​ທຶນການ​ກໍ່​ສ້າງໄດ້​ໄວ​ທີ່​ສຸດ​ໃນ 23 ປິ​ຂ້າງ​ໜ້າ ຫລື​ໃນ​ປີ 2045 ແຕ່​ຖ້າ​ຫາກວ່າ​ໄດ້​ມີ​ການ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ໃນ​ໄທດ້ວຍ​ກໍ​ຈະເຮັດ​ໃຫ້​ສາ​ມາດ​ຄືນທຶນ​ ໄດ້​ໄວ​ຂຶ້ນ​ ຫລືພາຍ​ໃນ 15 ປິ ຫລັງ​ຈາກ​ທີ່ໄດ້​ມີ​ການ​ເຊື່ອ​ມ​ຕໍ່​ທາ​ງ​ລົດ​ໄຟ​ລາວ-​ຈີນ ​ແລະ ໄທ​ ແລ້ວ​ນັ້ນ.

ໂດຍ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງໃນ​ໄທ ເພື່ອ​ເຊື່ອມ​ຕໍ່ກັບລາວ ແລະ​ຈີນ ຈະ​ສຳ​ເລັດ ແລະ​ເລີ້ມ​ການ​ເດີນ ​ລົດ​ໄຟ​ໄດ້​ໃນ​ປີ 2029 ທີ່​ເຊື່ອມ​ຕໍ່​ຈາກ​ເມືອງ​ຂຸນ​ໝິງ ແຂວງຢູ​ນານ​ຂອງ​ຈີນກັບ​ນະ​ຄອນ​ຫລວງ​ວຽງ​ຈັນແລະ​ບາງກອກ ໂດຍ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ ໃນ​ໄທ​ໄດ້​ແບ່ງເປັນ 2 ໄລ​ຍະຄື ​ໄລ​ຍະ​ທີ 1 ​ທີ່ກຳ​ລັງ​ກໍ່​ສ້າງ​ໃນ​ ປັດ​ຈຸ​ບັນ​ນີ້ເປັນ​ການ​ເຊື່ອມ​ຕໍ່​ຈາກ​ບາງກອກ ຫ​າ​ນະ​ຄອນ​ຣ​າດ​ສະ​ ສີ​ມາຫລື​ໂຄ​ລາດ ສ່ວນ​ໄລ​ຍະ​ທີ​ສອງ​ຈາກ​ໂຄ​ລາດ ຫາໜອງ​ ຄາຍ ແລະ​ກໍ່​ສ້າງ​ຂົວ​ຂ້າມ​ນ້ຳ​ຂອງ​ໄປ​ເຊື່ອມ​ຕໍ່​ກັບ​ນະ​ຄອນ​ຫລວງວຽງ​ຈັນ ຊຶ່ງ​ຖືເປັນ​ສ່ວນ​ນຶ່ງ​ຂອງ​ແຜນນ​ການ​ພັດ​ທະ​ນາ​ປະ​ເທດ​ໄທເປັ​ນ​ສູນ​ກາງການເຊື່ອມ​ຕໍ່​ດ້ານ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ​ຂອງ​ອາ​ຊຽນ ກັບ​ລະ ​ບົບ​ໂຄງ​ຂ່າຍ​ໃນ​ແຜນ​ການ​ນໝຶ່ງ​ແລວ-ໜຶ່ງ​ເສັ້ນ​ທາງ (BRI) ຂອງ​ຈີນ​ໃຫ້​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ​ ດັ່ງ​ທີ່​ທ່ານສັກ​ສະ​ຫຍາມ ຊິດ​ຊວບ ລັດ​ ຖະ​ມົນ​ຕິ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ໄທ ໄດ້​ຢືນ​ຢັນ​ວ່າ:

“ເຮົາ​ຈະ​ມີ​ການ​ສ້າງ​ຈາກ​ເໜືອ​ລົງ​ໃຕ້ 3 ເສັ້ນ​ທາງ​ດ້ວຍ​ກັນ ເສັ້ນ​ທາງ​ທຳ​ອິດ​ກໍ​ຈ​ະ​ມາ​ຈາກ​ຈັງ​ຫວັດ​ຊຽງ​ຣາຍ ໄປ​ຍັງ​ສົງ​ຂາ ເສັ້ນ​ທີ 2 ກໍ​ຈະ​ເປັນ​ລະ​ຫວ່າງ​ຈັງ​ຫວັດ​ໜອງ​ຄາຍ​ມາ​ຍັງ​ແຫລມ​ສະ​ບັງ ຊຶ່ງ​ບ່ອນ​ນີ້​ເປັນ​ໂຄງ​ການ​ທີ່​ຈະ​ສ້າງ​ລົດ​ໄຟ​ຄວາມ​ ໄວ​ສູງໄທ​ກັບ​ຈີນ ສ່ວນ​ແນວ​ທີ 3 ກໍ​ຄື​ຈາກ​ຈັງ​ຫວັດ​ບືງ​ການ​ມາ​ຍັງ​ຈັງ​ຫວັດ​ສຸ​ຣິ​ນ ຊຶ່ງ​ບ່ອນນີ້ ບືງ​ການ​ຂະ​ນະ​ນີ້​ມີ​ການມີກໍ່​ສ້າງຂົວ​ຂ້າມ​ໄປ​ຍັງ​ແຂວງ​ບໍ​ລິ​ຄຳ​ໄຊ ສ່ວນ​ແນວ​ທີ່​ຈະ​ເຊື່ອມຈາກ​ທິດ​ຕາ​ເວັນ​ຕົກ​ໄປ​ຍັງ​ທິດ​ຕາ​ເວັນ​ອອກກໍ​ຈະ​ມີ 6 ແນວ​ດ້ວຍ​ກັນ​ຈະ​ເປັນ​ກາ​ນວາງ​ພື້ນ​ຖານ​ໃນ​ການ​ທີ່​ຈະ​ສ້າງ​ປະ​ເທດ​ໄທ​ໃຫ້​ເປັນ​ສູນ​ກາງ​ຂອງ​ອາ​ຊຽນ.”

ໂດຍການກໍ່ສ້າງທາງລົດໄຟຄວາມໄວສູງທີ່ເຊື່ອມຕໍ່ຈາກບາງກອກ ຫາໂຄລາດ ໜອງຄາຍດັ່ງກ່າວນີ້ມີໄລຍະທາງລວມ 608 ກິໂລ ແມັດ ໂດຍລັດຖະບານໄທລົງທຶນ 100 ເປີເຊັນ ກໍຄືຫລາຍກວ່າ 13,000 ລ້ານໂດລາສະຫະລັດ ແລະວ່າຈ້າງກຸ່ມບໍລິສັດລົດໄຟແຫ່ງປະເທດຈີນເປັນທີ່ປຶກສາໃນໂຄງການ ໂດຍໄລຍະທີ 1 ຈາກບາງກອກ ໄປໂຄລາດນັ້ນ ມີກຳໜົດກໍ່ສ້າງແລ້ວເສັດໃນປີ 2026 ສ່ວນໄລຍະທີ 2 ຈາກໂຄຣາດ ມາຫາໜອງຄາຍ ທີ່ລວມເຖິງ ການກໍ່ສ້າງຂົວຂ້າມນ້ຳຂອງ ມາທີນະຄອນວຽງຈັນດ້ວຍນັ້ນມີກຳ ນົດແລ້ວເສັດໃນປີ 2029.

ສ່ວນທາງ​ລົດ​ໄຟ​ລາວ​-ຈີນ​ໃນ​ລາວ ກໍ​ເປັນ​ພາກ​ສ່ວນ​ນຶ່ງ​ໃນ​ແຜນ​ການ​ນຶ່ງ​ແລວ ນຶ່ງ​ເສັ້ນ​ທາ​ງຂອງ​ຈີນ​ດ້ວຍ​ເຊັນ​ກັນ ໂດຍ​ລັດ​ຖະ​ ບານ​ລາວ​ຈີນ​ໄດ້​ມອບໝາຍໃຫ້​ລັດ​ວິ​ສາ​ຫະ​ກິດລົດ​ໄຟ ສອງ​ຝ່າຍ​ຮວມ​ກັນ​ສ້າງ​ຕັ້ງ​ບໍ​ລິ​ສັດ​ຮວມ​ທືນ​ລົດ​ໄຟລາວ​ຈີນ​ຂຶ້ນ​ມາ​ຮັບ​ຜິດຊອບ​ບໍ​ລິຫານໂຄງ​ການ​ທັງ​ໝົດ ​ໂດຍຝ່າຍ​ລາວ​ກັບ​ຈີນ​ຮ່ວມທຶນ​ໃນ​ສັດ​ສ່ວນ 30 ເປີ​ເຊັນ ຕໍ່ 70 ເປີ​ເຊັນ ​ຂອງມູນ​ຄ່າ​ລົງ​ທຶນ​ລວມ 37,450 ລ້ານ​ຢວນ ໃນ​ນີ້​ແບ່ງ​ເປັນ​ທຶນ​ເລີ້ມ​ຕົ້ນ 40 ​ເປີ​ເຊັນ ທີ່​ ລັດວິ​ສະ​ຫະ​ກິດລົດ​ໄຟລາວ​-ຈີນຮັບ​ຜິດ​ຊອບ ​ຮ່ວມ​ກັນ ສ່ວນ​ອີກ 60 ເປີ​ເຊັນ​ນັ້ນກໍ​ຮັບ​ຜິດ​ຊອບ​ໂດຍບໍ​ລິ​ສັດ​ຮ່ວມ​ທຶນທາງ​ລົດ ​ໄຟ​ ລາວ-​ຈີນ ທີ່​ໄດ້​ກູ້​ຢືມ​ຈາກ​ທະ​ນາ​ຄານ​ການ​ຄ້າ ຂາ​ອອກ ຂາ​ເຂົ້າຂອງ​ລັດ​ຖະ​ບ​ານ​ຈີນ​ທັງ​ໝົດ.

ພາຍ​ໃຕ້​ການ​ຕົກ​ລົງ​ດັ່ງ​ກ່າວ ລັດ​ວິ​ສາ​ຫະ​ກິດ​ລົດ​ໄຟ​ລາວກູ້​ຢືມ​ ຈາກ​ທະ​ນາ​ຄານ​ຈີນ ເພື່ອ​ປະ​ກອ​ບ​ສ່ວນ​ເປັນ​ທຶນ​ ເລີິ້​ມ​ຕົ້ນ 40 ເປີ​ເຊັນ ໃນ​ມູນ​ຄ່າ 4,494 ລ້ານ​ຢວນ ກັບ​ຝ່າຍ​ຈີນ​ປະ​ກອບ​ສ່ວນ 10,486 ລ້ານ​ຫຍວນ ສ່ວນ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ​ຈີນ ທີ່​ຮັບ​ຜິດ​ຊອບ​ທຶນ 60 ເປີ​ເຊັນ ຫລື 22,470 ລ້ານ​ຢ​ວນ​ນັ້ນ ກໍ​ປະ​ກອບ​ມີ 4 ຂາ​ຮຸ້ນ​ຄື ບໍ​ລິສັດ ລົງ​ທຶນ​ລົດ​ໄຟ​ບໍ່​ຫ​ານ​ວຽງ​ຈັນ (ຈີນ) 40 ເປີ​ເຊັນ ​ລັດວິ​ສາ​ຫະ​ກິດ​ລົດ​ໄຟແຫ່ງ​ຊາດ​ລາວ 30 ເປີ​ເຊັນ ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ​ແຫ່ງ​ຊາດ​ຈີນ 20 ​ເປີ​ເຊັນ ແລະ​ກຸ່ມ​ບໍ​ລິ​ສັດ​ລົງ​ທຶນ ແຂ​ວງ​ຢຸນ​ນານ 10 ເປີ​ເຊັນຕາມ​ລຳ​ດັບ.

ທັງ​ນີ້​ທາງ​ລົດ​ໄຟ​ລາວ​ຈີນ ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ປະຊາ​ຊົນ​ລາ​ວ 4,411 ຄອບ​ຄົວ​ໃນ​ເຂດ 13 ເມືອງ​ ຂອງ​ແຂວງ​ ຫລວງ​ນ້ຳ​ທາ ອຸ​ດົມ​ໄຊ ຫລວງ​ພ​ຣະ​ບາງ ວຽງ​ຈັນ ແລະ​ນະ​ຄອນ​ຫລວງວຽງ​ ຈັນ ໂດຍ​ມີ​ທີ່​ດິນ​ຖືກ​ເວນ​ຄືນ 3,832 ເຮັກ​ຕາ ສິ່ງ​ປູກ​ສ້າງ
3,346 ຫລັງ ຕົ້ນ​ໝາ​ກ​ໄມ້​ກວ່າ 1 ລ້ານ​ຕົ້ນ ຊຶ່ງ​ການ​ຊົດ​ເຊີຍ​ທີ່ ​ດິນ ​ໃນ​ແຂວງ​ໃນ​ແຂວງ​ຫລວງ​ນ້ຳ​ທາ ອຸ​ດົມ​ໄຊ ຫລວງ​ພ​ຣະ​ລາງ ມີ​ອັດ​ຕາ ລະ​ຫວ່າງ 11,000 ຫາ 80,000 ກີບຕໍ່​ຕາ​ແມັດ ສ່ວນ​ເຂດ​ແຂວງວຽງ​ຈັນ ແລະນະ​ຄອນວຽງ​ຈັນຊົດ​ເຊີຍ​ລະ​ຫວ່າງ 15,000 ຫາ 137,000 ​ກີບ​ຕໍ່​ຕາ​ແມັດ ຫາກ​ແຕ່​ກຸ່ມ​ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ທີ່​ດິນ​ລະ​ບຸ​ວ່າ​ເປັນ​ການ​ຊົດ​ເຊີຍ​ພຽງ 10 ເປີ​ເຊັນ ເທົ່າ ​ນັ້ນ​ຂອງ​ລາ​ຄາ​ທີ່​ດິ​ນ​ທີ່​ເປັນ​ຈິງ.