Lao
This article was added by the user . TheWorldNews is not responsible for the content of the platform.

ການດໍາເນີນນະໂຍບາຍປ້ອງກັນການລະບາດໄວຮັສໂຄວິດ-19 ຢ່າງເຂັ້ມງວດຂອງຈີນ ສົ່ງຜົນເຮັດໃຫ້ການຄ້າຊາຍແດນ ລະຫວ່າງ ຈີນກັບໄທ ຜ່ານລາວ ຫຼຸດລົງ

ການດໍາເນີນນະໂຍບາຍປ້ອງກັນການລະບາດໄວຮັສໂຄວິດ-19 ຢ່າງເຂັ້ມງວດຂອງລັດຖະບານຈີນ ສົ່ງຜົນເຮັດໃຫ້ການຄ້າຊາຍແດນລະຫວ່າງ ຈີນ ກັບໄທ ຜ່ານລາວ ຫຼຸດລົງຫຼາຍກວ່າ 19 ເປີເຊັນໃນ 6 ເດືອນຕົ້ນປີ 2022. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານຈຸລິນ ລັກສະນະວິສິດ, ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງການຄ້າໄທໃຫ້ການຢືນຢັນວ່າ ການຄ້າຊາຍແດນລະຫວ່າງ ຈີນ ກັບ ໄທ ຜ່ານລາວໃນຊ່ວງ 6 ເດືອນຕົ້ນປີ 2022 ຫຼຸດລົງຫຼາຍກວ່າ 19 ເປີເຊັນທຽບກັບ ໄລຍະດຽວກັນໃນປີ 2021 ໂດຍມີສາເຫດທີ່ສໍາຄັນມາຈາກການດໍາເນີນນະໂຍບາຍປ້ອງກັນການລະບາດໄວຣັສໂຄວິດ-19 ຢ່າງເຂັ້ມງວດຂອງລັດຖະບານຈີນ ທີ່ໄດ້ດໍາເນີນມາດຕະການກວດກາສິນຄ້າທຸກຊະນິດທີ່ຂົນສົ່ງຜ່ານຊາຍແດນເຂົ້າໄປຈີນ ເຮັດໃຫ້ເກີດມີບັນຫາຊັກຊ້າ ແລະມີການເສຍຫາຍເກີດຂຶ້ນໃນການຂົນສົ່ງສິນຄ້າໄທຜ່ານລາວໄປຈີນ ແລະຫວຽດນາມອີກດ້ວຍ, ດັ່ງທີ່ ທ່ານຈຸລິນ ຢືນຢັນວ່າ:

“ຜ່ານແດນຈາກໄທ ຜ່ານລາວໄປຈີນ ແລ້ວກໍຜ່ານລາວໄປຫວຽດນາມ ມັງກອນ ຫາ ມິຖຸນາ ລົບ 19.8 ເປີເຊັນ, ແຕ່ກໍຍັງນໍາເງິນເຂົ້າປະເທດ 182,418 ລ້ານບາດ ຄືໂຕເລກການຄ້າຜ່ານແດນນີ້ມັນຕິດລົບ ເພາະການຄ້າຜ່ານແດນຄືການຜ່ານແດນທາງບົກ ທີ່ເປັນແນວນັ້ນຍ້ອນການເປີດ-ປິດດ່ານທີ່ບໍ່ມີສະຖຽນລະພາບໃນຊ່ວງທີ່ຜ່ານມາ ເນື່ອງຈາກນະໂຍບາຍສູນໂຄວິດຂອງຈີນ, ເພາະສະນັ້ນ ຜູ້ສົ່ງອອກກໍເລີຍຫັນປ່ຽນໄປສົ່ງທາງເຮືອກັບທາງອາກາດຫຼາຍຂຶ້ນ, ເຮັດໃຫ້ໂຕເລກສົ່ງອອກໃນພາບລວມຂອງໄທ 6 ເດືອນຍັງບວກເຖິງ 12.7 ເປີເຊັນ.”

ສ່ວນບໍລິສັດ Vientiane Logistic Park ເຊິ່ງໄດ້ຮັບອະນຸຍາດໃຫ້ເປັນຜູ້ລົງທຶນພັດທະນາໂຄງການ Lao Logistic Link ທີ່ເຊື່ອມຕໍ່ ລາວ-ຈີນ-ໄທ-ຫວຽດນາມ ດ້ວຍທາງລົດໄຟ ແລະການພັດທະນາລາວເປັນສູນກາງການເຊື່ອມຕໍ່ດ້ານ Logistic ລະຫວ່າງປະເທດຢ່າງຄົບວົງຈອນລາຍງານວ່າ ການຂົນສົ່ງສິນຄ້າທາງລົດໄຟລະຫວ່າງ ລາວ-ໄທ-ຈີນ ເຊື່ອມຕໍ່ກັນໄດ້ດ້ວຍລະບົບໃຫ້ບໍລິການ ແລະການກວດກາແບບປະຕູດຽວ ຢູ່ທີ່ສູນ Logistic ທ່ານາແລ້ງເມື່ອເດືອນກໍລະກົດ ປີ 2022 ທີ່ຜ່ານມາ, ໂດຍເປັນຜົນຈາກການທີ່ທາງການ ຈີນ ໄດ້ສ້າງຕັ້ງສູນກວດກາສຸຂະອະນາໄມພືດ ແລະສັດຄົບວົງຈອນທີ່ທ່ານາແລ້ງ ເພື່ອຮອງຮັບການຂົນສົ່ງສິນຄ້າໂດຍທາງລົດໄຟ ລາວ-ຈີນ ຢ່າງເປັນທາງການແລ້ວໃນປັດຈຸບັນນີ້.

ສ່ວນການເຊື່ອມຕໍ່ລະຫວ່າງທາງລົດໄຟ ລາວ-ຈີນ ທີ່ມີຈຸດສິ້ນສຸດຢູ່ທີ່ສະຖານີວຽງຈັນໃຕ້ ກັບທາງລົດໄຟ ລາວ-ໄທ ຢູ່ທີ່ສະຖານີທ່ານາແລ້ງນັ້ນ ບໍລິສັດທ່າບົກ-ທ່ານາແລ້ງ ກໍໄດ້ລົງທຶນກໍ່ສ້າງທາງລົດໄຟຕໍ່ຈາກສະຖານີ ລາວ-ໄທ ດ້ວຍໄລຍະທາງ 1.2 ກິໂລແມັດ, ສ່ວນການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງໄດ້ກໍ່ສ້າງສໍາເລັດສົມບູນ ແລະທຽບເຂົ້າເປັນຈຸດປ່ຽນ-ຖ່າຍສິນຄ້າທາງລົດໄຟທີ່ມີຂະໜາດຄວາມກວ້າງຂອງລາງຕ່າງກັນໄດ້ຢ່າງສົມບູນໃນເດືອນມິຖຸນາ ປີ 2022 ຜ່ານມາ.

ນອກຈາກນັ້ນ ທາງການ ລາວ-ໄທ ຍັງໄດ້ຕົກລົງຮ່ວມກັນກໍ່ສ້າງຂົວຂ້າມນໍ້າຂອງແຫ່ງໃໝ່ທີ່ເຊື່ອມຕໍ່ກັນລະຫວ່າງນະຄອນຫຼວງວຽງຈັນ ກັບຈັງຫວັດໜອງຄາຍ ໂດຍຈະເປັນການກໍ່ສ້າງຂະໜານກັນກັບຂົວຂ້າມແມ່ນໍ້າຂອງແຫ່ງທີ່ 1 ລະຫວ່າງ ລາວ-ໄທ-ຈີນ ເປັນດ້ານຫຼັກ, ໂດຍທາງການໄທຄາດວ່າຈະສົ່ງສິນຄ້າກະສິກໍາເຊັ່ນຢາງພາຣາ ແລະເຂົ້າສານໄປຈີນດ້ວຍລົດໄຟ ລາວ-ຈີນ ໃນປີ 2022 ນີ້ ຄິດເປັນປະລິມານເກີນກວ່າ 6 ລ້ານໂຕນ ເຊິ່ງຍັງບໍ່ລວມເຖິງໝາກໄມ້ 22 ຊະນິດທີ່ຄາດວ່າຈະສົ່ງໄປຈີນເກີນກວ່າ 2.5 ລ້ານຕັນ ຫຼືຄິດເປັນມູນຄ່າສົ່ງອອກຫຼາຍກວ່າ 5 ຕື້ 600 ລ້ານໂດລາ.

ສ່ວນໃນຊ່ວງເດືອນທັນວາ 2021 ເຖິງເດືອນມິຖຸນາ 2022, ລົດໄຟ ລາວ-ຈີນ ໄດ້ຂົນສົ່ງສິນຄ້າຈາກລາວໄປຈີນໄດ້ຫຼາຍກວ່າ 651,000 ໂຕນ ໂດຍສ່ວນໃຫຍ່ເປັນຜົນຜະລິດກະສິກໍາເຊັ່ນ ຢາງພາຣາ ມັນຕົ້ນ ແລະໝາກໄມ້, ໃນຂະນະທີ່ຈີນກໍໄດ້ຂົນສົ່ງສິນຄ້າມາລາວໄປໄທ ແລະອາຊຽນເກີນກວ່າ 4 ລ້ານໂຕນ ໂດຍສ່ວນໃຫຍ່ກໍ່ເປັນສິນຄ້າປະເພດທີ່ຊົມໃຊ້ໃນຊີວິດປະຈໍາວັນ ເຄື່ອງໃຊ້ໄຟຟ້າ ເຄື່ອງ Electronic ເຄື່ອງຜະລິດໄຟຟ້າແສງຕາເວັນ ແຜ່ນແພ ຢາຮັກສາໂຣກ ປຸຍເຄມີ, ສ່ວນການຄ້າ ໄທ-ລາວ ມີມູນຄ່າ 2 ຕື້ 157 ລ້ານໂດລາ ບໍ່ລວມການຊື້ຂາຍໄຟຟ້າ. ແລະລາວຂາດດຸນ 1 ຕື້ 27 ລ້ານໂດລາໃນ 6 ເດືອນຕົ້ນປີນີ້.