Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ກ່ຽວກັບຮ້ານອາຫານແບບຕາເວັນຕົກ ຢູ່ໃນນະຄອນຫຼວງວຽງຈັນ

ເນື່ອງຈາກເຫັນວ່າປະເທດມີການເປີດກວ້າງ ມີທັງນັກວິຊາການ ແລະ ນັກທ່ອງທ່ຽວມາແຕ່ປະເທດຕາເວັນຕົກ ລວມທັງຄົນລາວເອງກໍນິຍົມກິນ ອາຫານຂອງຊາວຕາເວັນຕົກຫຼາຍຂຶ້ນ ຈຶ່ງເຮັດໃຫ້ຜູ້ປະກອບການແນມເຫັນ ຄວາມສໍາຄັນໃນດ້ານນີ້, ທິບສຸດາ ມີລາຍງານກ່ຽວກັບການເປີດທຸລະກິດ ຮ້ານອາຫານຕາເວັນຕົກຢູ່ໃນວຽງຈັນມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການດໍາເນີນທຸລະກິດຮ້ານອາຫານຢູ່ໃນ ສປປ ລາວ ກໍຄ້າຍຄືກັນກັບຢູ່ສະຫະ ລັດທີ່ຈະຕ້ອງຂໍໃບທະບຽນ ຫຼືເອີ້ນວ່າໃບປະກອບການທຸລະກິດ ເຊິ່ງສາມາດ ໄປພົວພັນໄດ້ນໍາພາກສ່ວນທີ່ກ່ຽວຂ້ອງ ເຊິ່ງໄລຍະເວລາ ກໍຂື້ນຢູ່ກັບຄວາມ ສະດວກໃນການດໍາເນີນງານຂອງພາກສ່ວນທີ່ກ່ຽວຂ້ອງ.

ຖ້າເປັນຮ້ານອາຫານນ້ອຍໆທົ່ວໄປ ກໍບໍ່ຈໍາເປັນຕ້ອງຂໍໃບອະນຸຍາດໃນການ ເປີດຮ້ານ ເຊິ່ງຜູ້ປະກອບການສາມາດເປີດຮ້ານໄດ້ເລີຍ ຫາກແຕ່ວ່າກໍຕ້ອງ ໄດ້ເສຍພາສີທົ່ວໄປທຸກໆເດືອນ.

ແຕ່ວ່າ, ຖ້າລູກຄ້າທີ່ຢູ່ຕ່າງປະເທດຢາກໄປເປີດທຸລະກິດຢູ່ໃນ ສ ປປ ລາວ, ກໍຄວນພົວພັນກັບກົມການຄ້າ ກະຊວງອຸດສາຫະກໍາ ແລະການຄ້າ ຫຼືພາກ ສ່ວນທີ່ກ່ຽວຂ້ອງໃຫ້ລະອຽດຈຶ່ງບໍ່ມີບັນຫາພາຍຫຼັງ.

Pizza ທີ່ເບິ່ງຄື Pizza ທົ່ວໄປ, ແຕ່ລູກຄ້າຫຼາຍຄົນບອກວ່າຣົດຊາດແຊບກວ່າທີ່ເຫັນໃນຮູບ.
Pizza ທີ່ເບິ່ງຄື Pizza ທົ່ວໄປ, ແຕ່ລູກຄ້າຫຼາຍຄົນບອກວ່າຣົດຊາດແຊບກວ່າທີ່ເຫັນໃນຮູບ.

ຜູ້ປະກອບການທ່ານນຶ່ງທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນບອກວ່າ ເຫດຜົນທີ່ ລາວເລືອກເປີດຮ້ານອາຫານປະເພດນີ້ ກໍເນື່ອງຈາກວ່າລາວມີຄວາມຄິດຢາກ ອອກຈາກຈຸດເດີມ, ຢາກໃຫ້ລູກຄ້າຫຼາຍໆຄົນທີ່ມັກອາຫານປະເພດນີ້ຄືຕົນ ໄດ້ກິນອາຫານໃນສິ່ງທີ່ພວກເຂົາມັກ, ເຊິ່ງລາວໄດ້ກ່າວວ່າ:

“ສ່ວນຫຼາຍເປົ້າໝາຍຂອງພວກເຮົານັ້ນຈະເປັນຄົນຕ່າງປະເທດ ຫຼືວ່າຄົນລາວທີ່ຮຽນຈົບມາແຕ່ນອກບໍຈັງຊີ້ນະອັນຫຼັກໆ ເພາະວ່າຫົວໜ່ວຍທຸລະກິດທີ່ພວກເຮົາກໍາລັງເຮັດໃນປັດຈຸບັນ ແມ່ນເຮົາຊິເຮັດຮ້ານອາຫານພິດຊ້າ ພວກອາຫານຕາເວັນຕົກ, ສະນັ້ນ ເປົ້າໝາຍຂອງພວກເຮົາຈະບໍ່ແມ່ນພວກທົ່ວໄປ ຕົວຢ່າງເຊັ່ນ ຮ້ານເບຍບໍ ຫຼືວ່າຮ້ານເຝີຮ້ານຫຍັງຫັ້ນ.”

ລາຄາສໍາລັບຂໍໃບອະນຸຍາດໃນການປະກອບທຸລະກິດ (ໃບທະບຽນວິສາຫະກິດ) ເພື່ອຂຶ້ນປ້າຍແມ່ນແຕກຕ່າງກັນ, ສໍາລັບຮ້ານອາຫານຂອງຜູ້ປະກອບການຄົນ ດັ່ງກ່າວແລ້ວ ລາວເສຍຄ່າໃບທະບຽນຢູ່ ປະມານ 10 ລ້ານກີບ, ເຊິ່ງໃຊ້ ເວລາໃນການປະກອບເອກະສານດັ່ງກ່າວນີ້ປະມານ 2 ອາທິດ.

ຫຼັງຈາກຂໍໃບທະບຽນວິສາຫະກິດແລ້ວ, ມັນຈະເຮັດໃຫ້ຜູ້ປະກອບການສາມາດ ຂຶ້ນປ້າຍຂອງຮ້ານ ຫຼືປ້າຍອື່ນໆຂອງທຸລະກິດຕົນໄດ້ໄວ, ພ້ອມນັ້ນມັນກໍເຮັດ ໃຫ້ຜູ້ປະກອບການສະດວກເວລາດໍາເນີນການເສຍພາສີອາກອນໃນທຸກໆເດືອນອີກດ້ວຍ.

ສໍາລັບສະຖານທີ່, ເນື່ອງຈາກຜູ້ປະກອບການມີຄວາມຄິດກ່ຽວກັບຮ້ານອາຫານ ສະໄຕນ໌ຕາເວັນຕົກ, ລາວ ແລະຄອບຄົວຈຶ່ງໄດ້ປັບປຸງບໍລິເວນເດີ່ນເຮືອນຂອງ ລາວໃຫ້ເປັນຮ້ານອາຫານ ໂດຍປັບປຸງໃຫ້ເປັນລັກສະນະຂອງສວນແບບ ຄອບຄົວ, ເຊິ່ງບັນຈຸລູກຄ້າໄດ້ປະມານ 30 ຄົນ. ລາຄາໃນການປັບປຸງຮ້ານ ຂັ້ນຕົ້ນ ແມ່ນໃຊ້ງົບປະມານ 150 ກວ່າລ້ານກີບ.

ພະນັກງານ ກໍາລັງອົບ Pizza ຢູ່ໃນເຕົາອົບ.
ພະນັກງານ ກໍາລັງອົບ Pizza ຢູ່ໃນເຕົາອົບ.

ການຕະຫຼາດ, ເນື່ອງຈາກຕະຫຼາດຂອງທາງຮ້ານ ແມ່ນແນໃສ່ລູກຄ້າທີ່ມັກ ປະເພດອາຫານຕາເວັນຕົກ, ແຕ່ຄົນສ່ວນຫຼາຍ ແມ່ນລຶ້ງເຄີຍກັບອາຫານ ແບບທົ່ວໄປທີ່ເຄີຍກິນມາ. ສະນັ້ນ, ທາງຮ້ານຈຶ່ງເນັ້ນເລື້ອງບໍລິການ ເປັນສໍາ ຄັນ ໂດຍສະເພາະແມ່ນການບໍລິການສົ່ງເຖິງທີ່, ເຊິ່ງຈຸດນີ້ທາງຮ້ານຈະໄດ້ພົວ ພັນກັບຄູ່ຮ່ວມທຸລະກິດທີ່ເປັນບໍລິສັດບໍລິການສົ່ງອາຫານເຊັ່ນ Food Panda ແລະອື່ນໆ.

“ວິທີທີ່ຈະໃຫ້ຄົນເຂົ້າມາ, ສໍາລັບຄົນລາວເຮົາຈັດ promotion ເຊັ່ນວ່າ ທ້າຍອາທິດຊື້ພິດຊ້ານຶ່ງ ແຖມນຶ່ງ, ມື້ທໍາມະດາອາດຈະຊື້ພິດຊ້າ ແຖມນັກເກັດ. ຫຼັງຈາກເອົາຄົນລາວເຂົ້າມາປຸບ ເຮົາຕ້ອງໄດ້ຄິດຫາວິທີໃນການເຮັດໃຫ້ເຂົາເຈົ້າກາຍມາເປັນລູກຄ້າປະຈໍາຂອງເຮົາ, ເພາະວ່າຈຸດປະສົງຫຼັກຂອງມັນແມ່ນ ການເຮັດໃຫ້ເຂົາເຈົ້າສົນໃຈ ແລະເຂົ້າມາຫາຮ້ານເຮົາທໍາອິດຫັ້ນນະ ເຮົາເຮັດໄດ້ຢູ່ແລ້ວ, ແຕ່ວ່າ ຮ້ານທີ່ເຮັດບໍ່ໄດ້ຫັ້ນແມ່ນເຮົາຈະເຮັດໃຫ້ເຂົາເຈົ້າກາຍມາເປັນລູກຄ້າປະຈໍາຂອງຮ້ານເຮົາໄດ້ແນວໃດ. ລູກຄ້າຄົນລາວ ສ່ວນຫຼາຍເຂົາເຈົ້າຈະມັກ Promotion, ສ່ວນລູກຄ້າຕ່າງປະເທດນັ້ນເຂົາເຈົ້າຈະມັກເລື້ອງຂອງຄຸນນະພາບມັນ, ຮັກສາຄຸນນະພາບແມ່ນຫຍັງຕ່າງໆ ຈະເຮັດໃຫ້ພວກເຂົາເຈົ້າມີຄວາມສົນໃຈ ແລະກໍຮູ້ສຶກຢາກມາ, ໃນການຮັກສາລູກຄ້າໃຫ້ເຂົາເຈົ້າມາເປັນລູກຄ້າປະຈໍາຂອງເຮົາກໍຄືເລື້ອງຂອງການບໍລິການ.”

ນອກຈາກນັ້ນ, ເພື່ອເຮັດໃຫ້ລູກຄ້າເຂົ້າເຖິງ ແລະລຶ້ງເຄີຍກັບລົດຊາດຂອງ ອາຫານເພີ້ມຂຶ້ນ, ທາງຮ້ານກໍຍັງໄດ້ເພີ້ມກົນລະຍຸດດ້ວຍການສອນເຮັດອາຫານ ສະໄຕນ໌ຕາເວັນຕົກຟຣີ ໃນທຸກໆທ້າຍອາທິດ ເຊັ່ນວ່າ ພິສຊາ, ເຂົ້າຈີ່ ແລະ ຂະໜົມອື່ນໆ, ໂດຍລູກຄ້າຈະເສຍແຕ່ຄ່າສະເພາະອາຫານທີ່ຕົນເອງເລືອກທີ່ຈະ ຮຽນແຕ່ງກິນເທົ່ານັ້ນ.

ວັດຖຸດິບ, ສ່ວນປະກອບເກືອບທຸກໆປະເພດແມ່ນນໍາເຂົ້າມາ ແຕ່ທາງຜູ້ປະກອບ ການກໍບອກວ່າ ມັນບໍ່ແມ່ນບັນຫາ ເພາະສາມາດຫາໄດ້, ແລະທີ່ສໍາຄັນສ່ວນ ປະກອບບາງຢ່າງກໍສາມາດຫາໄດ້ຢູ່ພາຍໃນປະເທດເອງເຊັ່ນ ຊີ້ນ, ໝູ, ໄກ່, ຜັກ ແລະອື່ນໆ.

Pizza ທີ່ອົບແລ້ວ ແລະກໍາລັງຈັດຕຽມເພື່ອເອົາໄປສົ່ງໃຫ້ລູກຄ້າ.
Pizza ທີ່ອົບແລ້ວ ແລະກໍາລັງຈັດຕຽມເພື່ອເອົາໄປສົ່ງໃຫ້ລູກຄ້າ.

ສໍາລັບລາຄາ, ລາຄາຂາຍກໍບໍ່ແພງຫຼາຍ ເຊິ່ງເປັນລາຄາທີ່ທຸກຄົນສາມາດຊື້ໄດ້, ແຕ່ຍາມໃດຫາກສະພາບມີການປ່ຽນແປງເນື່ອງຈາກລະບົບເສດຖະກິດຍັງບໍ່ປົກກະຕິ, ລາຄາຂອງອາຫານ ກໍມີການປັບປ່ຽໄປຕາມສະພາບ ໂດຍຜູ້ປະກອບ ການເອງກ່າວວ່າ ລູກຄ້າເຂົ້າໄປ ແລະກໍສາມາດປັບໂຕໄປໄດ້ຕາມການປ່ຽນ ແປງຂອງສະພາບເສດຖະກິດ.

ເວົ້າລວມແລ້ວ, ການເປີດທຸລະກິດຮ້ານອາຫານຕາເວັນຕົກຢູ່ ສ ປປ ລາວ, ກໍບໍ່ໄດ້ຫຍຸ້ງຍາກຫຼາຍ ພຽງແຕ່ເຂົ້າໃຈວິທີການດໍາເນີນເອກະສານ, ການເສຍ ພາສີອາກອນ ແລະຮູ້ກຸ່ມລູກຄ້າເປົ້າໝາຍ, ແລະທີ່ສໍາຄັນ ມີພື້ນຖານໃນການ ປຸງແຕ່ງອາຫານດ້ານນີ້ ກໍສາມາດເປີດທຸລະກິດດ້ານນີ້ໄດ້.