Lao
This article was added by the user . TheWorldNews is not responsible for the content of the platform.

ລາຍຮັບຈາກການຂາຍອາຫານພື້ນເມືອງສົ່ງອອກຕ່າງປະເທດ ຊ່ວຍລ້ຽງຄອບຄົວໄດ້ໃນສະພາບການເງິນເຟີ້

ດັ່ງທີ່ທຸກໆຄົນຮູ້ກັນດີວ່າ ສະຖານະການຢູ່ໃນ ສປປ ລາວ ແມ່ນມີຄວາມໜ້າກັງວົນເປັນຢ່າງຍິ່ງ, ຍ້ອນດັ່ງນັ້ນ ທາງລັດຖະບານຈຶ່ງໄດ້ມີການຮຽກຮ້ອງໃຫ້ບັນດາພໍ່ຄ້າຊາວຂາຍ ຈົ່ງນໍາໃຊ້ເງິນກີບເປັນຄ່າຊໍາລະຕ່າງໆ ເພື່ອບໍ່ໃຫ້ມີຜົນກະທົບຫຼາຍ.

ຈີນາຍທໍາມະຊາດ.
ຈີນາຍທໍາມະຊາດ.

ຢ່າງໃດກໍຕາມ ປະຊາຊົນທ່ານນຶ່ງ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ ເຮັດອາ ຊີບໃນການຂາຍເຄື່ອງທາງອອນລາຍ ນັບຕັ້ງແຕ່ປະເພດເຄື່ອງໃຊ້ພື້ນເມືອງໄປຈົນເຖິງອາຫານການກິນ ໄດ້ເລົ່າໃຫ້ທາງ VOA ຟັງວ່າ ນາງປະກອບກິດຈະ ການດ້ານນີ້ມາໄດ້ຫຼາຍປີແລ້ວ ນັບຕັ້ງແຕ່ຊ່ວງກ່ອນການລະບາດຂອງພະຍາດໂຄວິດ-19, ໂດຍ 100 ເປີເຊັນທີ່ເປັນລູກຄ້າຂອງນາງແມ່ນຄົນເຊື້ອສາຍລາວທີ່ອາໄສຢູ່ຕ່າງປະເທດ ອາຫານທີ່ຫາມາຂາຍກໍເປັນອາຫານພື້ນບ້ານຫາໄດ້ທົ່ວໄປຕາມລະດູການພາຍໃນປະເທດ, ແລະເຄື່ອງຂອງທີ່ນາງສົ່ງຂາຍອອກໄປ ແມ່ນໄດ້ຮັບການຊໍາລະເປັນເງິນໂດລາທັງໝົດ, ເຊິ່ງນາງໄດ້ກ່າວວ່າ:

“ເງິນກໍເປັນລາຄາກວ່າເງິນກີບເຮົາເນາະ ເວລາເຮົາຂາຍເຄື່ອງກໍຈະໄດ້ກໍາໄລດີແດ່, ແຕ່ເຮົາກໍໄດ້ຂາຍຫຼຸດລົງໃດ ຈາກລາຄາທີ່ເຄີຍຂາຍ 20 ໂດລາເຮົາກໍມາຂາຍ 15 ໂດລາຈັງຊີ້ນະ ເຮົາກໍຫຼຸດລົງຄືກັນໃດ ບໍ່ແມ່ນວ່າເຄີຍຂາຍ 20 ໂດລາ ກໍຍັງຊິຂາຍ 20 ໂດລາຄືເກົ່າ. ເວົ້າລວມແລ້ວກໍບໍ່ໄດ້ຮັບຜົນກະທົບປານໃດ ແຕ່ວ່າ ການໃຊ້ຈ່າຍຂອງເຮົາກໍໄດ້ເພີ້ມຂຶ້ນຊື່ໆ ແຕ່ວ່າເຮົາກໍຍັງຫາເງິນໄດ້ຢູ່ ເພາະວ່າເຮົາໄດ້ເປັນເງິນໂດລາເດ.”

ແມງຈະຫຼວດທອດກອບ ຜະສົມກັບເຄື່ອງຫອມພື້ນເມືອງ.
ແມງຈະຫຼວດທອດກອບ ຜະສົມກັບເຄື່ອງຫອມພື້ນເມືອງ.

ທີ່ຜ່ານມາ ຍ້ອນບັນຫາສະພາບການໃນທົ່ວໂລກ ຈຶ່ງເຮັດໃຫ້ລາວໄດ້ຮັບຜົນກະ ທົບໂດຍກົງ ອັນລວມມີບັນຫາເງິນເຟີ້ ສະພາບຄ່ອງທາງການຄ້າທີ່ບໍ່ດຸ່ນດຽງກັນ ເນື່ອງຈາກປະເທດລາວ ມີການນໍາເຂົ້າຫຼາຍກວ່າການສົ່ງອອກ ບວກກັບລາຄາຄ່ານໍ້າມັນທີ່ແພງຂຶ້ນ ສິນຄ້າເຄື່ອງອຸປະໂພກ ແລະບໍລິໂພກທຸກຢ່າງທີ່ມີຄາແພງຂຶ້ນ ແຕ່ຄ່າແຮງງານຂັ້ນຕໍ່າໃນປັດຈຸບັນມີພຽງ 1 ລ້ານ 1 ແສນກີບເທົ່ານັ້ນ, ເຊິ່ງອັດຕາແລກປ່ຽນເງິນຕາຂອງທະນາຄານປະຈໍາວັນທີ 3 ມິຖຸນາແມ່ນ 1 ໂດລາຊື້ເຂົ້າ ເທົ່າກັບ 14,037.00 ກີບ ແລະຂາຍອອກ 1 ໂດລາເທົ່າກັບ 14,065.00 ກີບ, ຖືວ່າເປັນໂຕເລກທີ່ເພີ້ມຂຶ້ນຫຼາຍໃນຊ່ວງເວລາພຽງບໍ່ເທົ່າໃດເດືອນ.