Lao
This article was added by the user . TheWorldNews is not responsible for the content of the platform.

ນາງ​ ເຊີ​ຣີ​ນາ ແລະ​ນາງ​ ຄາ​ຕ​ຣ​ີນາ ນັກ​ສຶກ​ສາ ທີ່​ໂດດ​ເດັ່ນ

ສະບາຍດີທ່ານຜູ້ຟັງທີ່ເຄົາລົບໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ປະຈຳວັນພະຫັດມື້ນີ້ ພວກເຮົາຈະນຳເອົາການໂອ້ລົມກັບນັກສຶກສາອາເມຣິກັນເຊື້ອສາຍລາວສອງຄົນ ທີ່ມີຄວາມສາມາດ ຫລືສະຫລາດສູງໃນການຮໍ່ຮຽນ. ເຂົາເຈົ້າຈະສືບຕໍ່ການຮຽນຢູ່ມະຫາວິທະຍາໄລເອກກະຊົນ ທີ່ມີຊື່ສຽງຂອງສະຫະລັດ ຊຶ່ງມີມາດຕະຖານຄັດເລືອກທີ່ເຂັ້ມງວດ. ຂັ້ນຕອນການຄັດເລືອກເຂົ້າຮຽນຢູ່ໃນມະຫາວິທະຍາໄລເຫລົ່ານີ້ ມີຢ່າງໃດແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນລະຫວ່າເດືອນສິງຫາ ຫາ ເດືອນກັນຍາປົກກະຕິແລ້ວເປັນເດືອນເລີ້ມເຂົ້າຮຽນໃນສົກລະດູໃບໄມ້ຫລົ່ນ ຫລື Fall. ບັນດາ ນັກສຶກສາທຸກລະດັບກຳລັງພາກັນກັບຄືນໄປເຂົ້າໂຮງຮຽນ. ມື້ນີ້ ວີໂອເອຢາກນຳເອົາໂຕ

ຢ່າງນັກສຶກສາທີ່ເກັ່ງ ຫລືດີເດັ່ນອາເມຣິກັນເຊື້ອສາຍລາວສອງຄົນ ທີ່ໄດ້ຮັບຄະແນນສູງເປັນພິເສດ ແລະໄດ້ຖືກຄັດເລືອກເຂົ້າຮຽນຢູ່ໃນມະຫາວິທະຍາໄລເອກກະຊົນທີ່ມີຊື່ສຽງ ແລະມີຄ່າຮຽນສູງ.

ຢູ່ໃນສະຫະລັດອາເມຣິກາ ການທີ່ມີຄວາມສາມາດຈ່າຍຄ່າຮຽນ ບໍ່ໄດ້ໝາຍຄວາມວ່ານັກສຶກສາຈະສາມາດເຂົ້າຮຽນຢູ່ມະຫາວິທະຍາໄລໃດນຶ່ງໄດ້ຕາມຊອບໃຈ. ເຂົາເຈົ້າຕ້ອງໄດ້ພິສູດໃຫ້ເຫັນຄວາມພ້ອມຂອງນັກສຶກສາໃນການທີ່ຈະຮຽນໃນ ມະຫາວິທະຍາໄລຂອງເຂົາເຈົ້າໄດ້ຫລືບໍ່. ປັດໄຈຫລັກກໍເມ່ນເບິ່ງຄະແນນວ່າໄດ້ເກນມາ ຕະຖານຂອງເຂົາເຈົ້າບໍ່? ຈາກນັ້ນ ກໍເບິ່ງບົດບາດການເປັນຜູ້ນຳຫລາຍໆຢ່າງໃນສັງຄົມຂອງຜູ້ກ່ຽວ ແລະບາງມະຫາວິທະຍາໄລກໍອາດຈະມີການສຳພາດອີກດ້ວຍ.

ນາງເຊີຣີນາ ເຟລມມິງ (Serena Fleming) ອາຍຸ 24 ປີ ລູກຊອດອາເມຣິກັນເຊື້ອສາຍລາວ ເຕີບໃຫຍ່ຢູ່ໃນບັນຍາກາດທີ່ເຕັມໄປດ້ວຍອິດທິພົນໃນດ້ານການສຶກສາຈາກພໍ່ ແລະແມ່. ເຊີຣີນາ ສຳເລັດປະລິນຍາຕີຝ່າຍຈິດຕະວິທະຍາ ຫລື Psychology ແລະ ລະບົບປະສາດວິທະຍາ ຫລື Neuroscience ຈາກມະຫາວິທະຍາໄລເວີຈີເນຍເທັກ (Virginia Tech) ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ ແຫ່ງນຶ່ງຂອງສະຫະລັດ. ນາງເຊີຣີນາ ຢູ່ໃນຈຳນວນແມ່ຍິງທີ່ມີພຽງແຕ່ແປດຄົນເທົ່ານັ້ນ ທີ່ຈະຮຽນເອົາປະລິນຍາໂທຝ່າຍ ໃນໂຄງການປະລິນຍາໂທຝ່າຍໃຫ້ຄຳແນະນຳກ່ຽວກັບກຳມະພັນ ຫລື Genetic Counseling Program ຢູ່ໂຮງຮຽນແພດສາດຂອງມະຫາວິທະຍາໄລແວນເດີບິດ (Vanderbilt) ເປັນເວລາສອງປີຊຶ່ງ ເຊີຣີນາ ໄດ້ອະທິບາຍ ກ່ຽກັບໂຄງການຮຽນນີ້ສູ່ວີໂອເອ ຟັງດັ່ງວ່າ:

“ຂະນ້ອຍຈະເຂົ້າໂຮງຮຽນແພດສາດ ຢູ່ມະຫາວິທະຍາໄລ Vanderbilt ຢູ່ເມືອງ Nashville ລັດ Tennessee ໃນໂຄງການປະລິນຍາໂທຝ່າຍໃຫ້ຄຳແນະນຳກ່ຽວກັບກຳມະພັນ ຫລື Master of Genetic Counseling Program. ກຳມະພັນແມ່ນສະພາບຂໍ້ມູນທີ່ອາດເປັນຜົນກະທົບຕໍ່ທ່ານ ແລະຄອບຄົວຂອງທ່ານ. ຂະນ້ອຍສາ ມາດສັ່ງໃຫ້ກວດ ແນະນຳໃຫ້ທ່ານຮູ້ຈັກກ່ຽວກັບຜົນຂອງການກວດ ການປ້ອງກັນ ຊັງຊາຕໍ່ຄວາມສ່ຽງ ແລະອີງ ຕາມຜົນຂອງການກວດ ຂະນ້ອຍໃຫ້ຄຳແນະນຳແກ່ຄົນປ່ວຍ.”

ການໃຫ້ຄຳແນະນຳກ່ຽວກັບກຳມະພັນ ຫລື Genetic Counseling ການແມ່ນການສຶກສາເຊື້ອກຳມະພັນຢູ່ໃນຮ່າງກາຍຂອງບຸກຄົນທີ່ສະລັບຊັບຊ້ອນ ຊຶ່ງ ອາດມີພະຍາດທີ່ສາມາດຕິດຕໍ່ຫາກັນໄດ້ລະຫວ່າງສະມາຊິກຄອບ ຄົວ ຫລື ເຊື້ອສາຍ ເຊັ່ນຄົນທີ່ເກີດມາບໍ່ສົມບຸນເຫລົ່ານີ້ເປັນຕົ້ນ ທີ່ຈະມີສືບຕໍ່ກັນໄປຫາລູກຫລານ ເປັນຫລາຍຊົ່ວຄົນໄດ້. ສະນັ້ນ ການຮຽນ ແລະສຶກສາບັນຫາດ້ານກຳມະພັນ ເປັນວິຊາທີ່ຮຽນຍາກ ແລະຈຳກັດນັກສຶກສາ ຊຶ່ງນາງໄດ້ອະທິບາຍຕໍ່ໄປອີກວ່າ:

“ການຮຽນວິຊາກໍາມະພັນພວກນັກສຶກສາຕ້ອງໄດ້ແຂ່ງຂັນກັນເຂົ້າຮຽນ ເພາະ ເປັນຫລັກສູດທີ່ມີບ່ອນຈຳກັດໃຫ້ແກ່ນັກສຶກສາ ປັດຈຸບັນນີ້ ມີໜ້ອຍກວ່າ 8 ເປີເຊັນຂອງຄົນທີ່ຂໍສະໝັກເຂົາ ທີ່ຖືກຮັບເຂົ້າມາຮຽນຢູ່ໃນມະຫາວິທະຍາໄລທົ່ວ ສະຫະລັດໃນໂຄງການດັ່ງກ່າວ. ສຳລັບຫ້ອງຮຽນຂອງຂະນ້ອຍມີພຽງແຕ່ແປດຄົນເທົ່ານັ້ນ ຊຶ່ງລ້ວນແລ້ວແຕ່ແມ່ນແມ່ຍິງທັງໝົດ ທີ່ໄດ້ຖືກຮັບເຂົ້າມາຮຽນໃນຫລັກສູດດັ່ງກ່າວ. ຫລັກສູດການຮຽນວິຊາກຳມະພັນນີ້ ມີການຝຶກອົບຮົມທີ່ສະເພາະເຈາະຈົງ ແລະຖືກຄັດເລືອກເຂົ້າມາຮຽນເປັນພິເສດ ເພາະວ່າເຂົາເຈົ້າຢາກໃຫ້ແຕ່ລະຄົນໄດ້ຮັບການເອົາໃຈໃສ່ຢ່າງພໍພຽງຈາກອາຈານ ເພື່ອຮັບປະກັນໃຫ້ເຂົາເຈົ້າມີຄວາມຮູ້ຄວາມຊຳນານຢ່າງເລິກເຊິ່ງ. ຂະນ້ອຍວ່າ ໃນປີ 2022 ນີ້ ມີນັກສຶກສາສະໝັກເຂົ້າມາຮຽນຫລັກສູດດັ່ງກ່າວນີປະມານ 2,000 ຄົນຢູ່ທົ່ວປະເທດ ແລະມີພຽງແຕ່ເຄິ່ງນຶ່ງເທົ່ານັ້ນ ທີ່ໄດ້ຖືກຮັບເຂົ້າມາຮຽນ. ໃນຈຳນວນ 2,000 ຄົນທົ່ວປະເທດນັ້ນ ມີພຽງແຕ່ 8 ຄົນ ເທົ່ານັ້ນ ທີ່ໄດ້ຮັບເຂົ້າມາຮຽນຢູ່ມະຫາວິທະຍາໄລ Vanderbilt. ຢູ່ໃນສະຫະລັດມີພຽງແຕ່ 53 ມະຫາວິທະຍາໄລເທົ່ານັ້ນ ທີ່ມີຫລັກສູດການສອນວິຊາກຳມະພັນ ໃນນັ້ນແຕ່ລະມະຫາວິທະຍາໄລແມ່ນຮັບເອົານັກສຶກສາພຽງແຕ່ 6 ຫາ 10 ຄົນເທົ່ານັ້ນ.”

ນາງເຊີຣີນາ ຈະໃຊ້ເວລາປະມານສອງປີຈຶ່ງຈະຈົບຫລັກສູດການຮຽນ ແລະສຳເລັດປະລິນຍາໂທຝ່າຍກຳມະພັນ ຊຶ່ງນາງໄດ້ກ່າວວ່າ:

“ມະຫາວິທະຍາໄລ Vanderbilt ມີຫລັກສູດການຮຽນຢູ່ 21 ເດືອນ ປະມານ 2 ປີ ຮວມທັງໝົດ 5 ໄຕມາດ. ເນື່ອງຈາກວ່າ ມະຫາວິທະຍາໄລ Vanderbilt ເປັນມະຫາວິທະຍາໄລເອກກະຊົນ ເພາະສະນັ້ນຄ່າຮຽນມີລາຄາແພງກວ່າ ມະຫາວິທະຍາໄລຂອງລັດ. ດ້ວຍເຫດນີ້ ຂພະນ້ອຍຕ້ອງໄດ້ຈ່າຍຄ່າຮຽນເຖິງ 100,000 ໂດລາສຳລັບຫລັກສູດການຮຽນສອງປີ. ຂະນ້ອຍ ຄາດໝາຍວ່າຈະສຳເລັດການຮຽນໃນເດືອນພຶດສະພາ ປີ 2024.”

ນາງເຊີຣີນາ ໄດ້ອະທິບາຍເຖິງເປົ້າໝາຍທີ່ຈະນຳເອົາຄວາມຮູ້ດ້ານກຳມະພັນໄປໃຊ້ໃຫ້ເປັນປະໂຫຍດຕໍ່ສັງຄົມ ຊຶ່ງນາງໄດ້ກ່າວມ້ວນທ້າຍສູ່ວີໂອເອຟັງດັ່ງນີ້:

“ຫລັງຈາກຈົບການຮຽນແລ້ວຂະນ້ອຍ ສາມາດເຮັດວຽກໄດ້ໃນຫລາຍບ່ອນເຊັ່ນວ່າ ຢູ່ຄລິນິກດູແລຄົນປ່ວຍ ຄົ້ນຄວ້າຢູ່ຫ້ອງວິໄຈ ແລະແນະນຳໃຫ້ທ່ານໝໍ ຫລື ຈະເປັນອາຈານສອນຢູ່ໃນມະຫາວິທະຍາໄລກໍໄດ້, ຫລື ເປັນນັກວິໄຈນະໂຍບາຍ ການແພດທີ່ພົວພັນດ້ານກົດໝາຍໃຫ້ແກ່ລັດຖະບານເພື່ອໃຫ້ເຂົ້າໃຈວ່າກຳມະພັນເປັນສິ່ງສຳຄັນ. ຂະນ້ອຍ ຫວັງວ່າ ຈະໄດ້ເຮັດວຽກກັບຄົນປ່ວຍກ່ອນທີ່ຈະກ້າວເຂົ້າໄປສູ່ຂະແໜງການອື່ນໆ ທີ່ກ່າວມາຂ້າງເທິງ. ຂະນ້ອຍ ຢາກເປັນຜູ້ຊ່ຽວຊານກຳມະພັນເສັ້ນປະສາດ ເສັ້ນກະດູກສັ້ນຫລັງ ແລະສຶກສາຢາທີ່ນຳມາປິ່ນປົວກຳມະພັນ.”

​ນາງ​ຄາ​ຕ​ຣີ​ນາ ກອງ​ສະ​ມິດ
​ນາງ​ຄາ​ຕ​ຣີ​ນາ ກອງ​ສະ​ມິດ

ນັກຮຽນທີ່ດີເດັ່ນອີກຄົນນຶ່ງທີ່ມີເຊື້ອສາຍລາວ ກໍຄືນາງຄາຕຣີນາ ກອງສະມິດ (Katrina Kongsmith) ອາຍຸ 18 ປີ ຫາກໍຮຽນຈົບຈາກມັດທະຍົມຕອນປາຍຈາກໂຮງຮຽນ Seton Catholic High School ຊຶ່ງເປັນໂຮງຮຽນເອກກະຊົນ ຢູ່ເມືອງແວນກູເວີ, ລັດວໍຊິງຕັນ ຢູ່ພາກຕາເວັນຕົກສຽງເໜືອສຸດຂອງຂອງສະຫະ

ລັດ. ດ້ວຍຄວາມສະຫລາດ ແລະດຸໝັ່ນ ນາງໄດ້ເລີ້ມຮຽນຫລັກສູດຂັ້ນມະຫາວິທະຍາໄລກ່ອນລ່ວງໜ້າ. ຄາຕຣີນາ ກໍເຊັ່ນດຽວກັນ ນາງໄດ້ຮັບອິດທິພົນດ້ານຝັກໄຝ່ຮຽນຮູ້ຈາກພໍ່ ແລະແມ່ທີ່ມີການສຶກສາສູງ ແລະໃຫ້ການອູ້ມຊູຢ່າງເຕັມສ່ວນ ແລະ ເຫັນຄວາມສຳຄັນຂອງການສຶກສາວ່າ ເປັນແສງສະຫວ່າງເຍື່ອງທາງໃຫ້ແກ່ອະນາຄົດຂອງຄົນເຮົາ. ຄາຕຣີນາ ໄດ້ຖືກຮັບເຂົ້າຮຽນໃນມະຫາວິທະຍາໄລພາກໃຕ້ຂອງ ຄາລິຟໍເນຍ ຫລື University of Southern California ທີ່ຢູ່ໃນຈຳນວນບັນດາມະຫາວິທະຍາໄລເອກກະຊົນ ທີ່ມີຊື່ສຽງຂອງສະຫະລັດ ແລະກໍມີຄ່າຮຽນປີນຶ່ງຕົກຢູ່ປະມານ 85,000 ຫາ 90,000 ໂດລາ. ຄາຕຣີນາ ຕັ້ງເປົ້າໝາຍໄວ້ທີ່ຈະຮຽນເອົາປະລິນຍາຕີ ຝ່າຍບໍລິຫານທຸລະກິດ ຫລື Business Administration ແລ້ວຈະສືບຕໍ່ຮຽນເອົາປະລິນຍາໂທຝ່າຍວິທະຍາສາດ ຫລື Sciences ແລະຈະສະຫລຸບດ້ວຍປະລິນຍາເອກ ຝ່າຍກົດໝາຍ ຊຶ່ງຄາຕຣີນາ ກ່າວສູ່ຟັງດັ່ງນີ້:

ບັນດານັກສຶກສາແມ່ຍິງອາເມຣິກັນເຊື້ອສານລາວລຸ້ນໃໝ່ເຫລົ່ານີ້ ໄດ້ສະແດງໃຫ້ເຫັນຄວາມສະຫລຽວສະຫລາດ, ມີມານະອົດທົນ, ສ້າງຊື່ສຽງໃຫ້ແກ່ຕົນເອງ ພ້ອມດ້ວຍຄອບຄົວ ແລະສັງຄົມຕະຫລອດທັງເປັນຊັບພະຍາກອນມະນຸດ ອັນລ້ຳຄ່າຂອງປະເທດຊາດ.