Lao
This article was added by the user . TheWorldNews is not responsible for the content of the platform.

ສ​ຫລ ໃຫ້​ທຶນແກ່​ຄົນ​ລາວປະ​ມານ 100 ຄົນ ​ໄປສຶກ​ສາ​ໃນ​ ສ​ຫລ ແລະ​ຄາດ​ວ່າ​ຈະ ​ເພີ້ມ​ຂຶ້ນ 2 ເທົ່າ​ໃນ 3 ປີນີ້, ຕາມ ສະ​ຖານ​ທູດ​ອາ​ເມ​ຣິ​ກາເວົ້າ​

ເມື່ອມໍ່ໆ​ມານີ້ ​ທ່ານ​ນາງ ເວັ​ນດີ ເຊີ​ແມນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດສະ​ຫະ​ລັດ​ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາແກ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ວ່າຈະ​ໃຫ້​ການ​ຊ່ວຍ​ເຫລືອດ້ານ​ການ​ສຶກ​ສາ​ແກ່​ລາວເພີ້ມ​ຂຶ້ນ. ແລ້ວ​ທຶນ​ນີ້ມີ​ໄວ້​ໃຫ້​ແກ່​ນັກ​ສຶກ​ສາ ແລະ​ນັກ​ຄົ້ນ​ຄວ້າ​ຈາກ​ລາວ​ຄື​ແນວ​ໃດ ແລະ​ຕໍ່​ໄປ​ຈະ​ມີ​ທຶນ​ໃດ​ແດ່​ເພີ້ມ​ຂຶ້ນ. ມື້ນີ້ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດສະ​ຫະ​ລັດປະ​ຈຳ​ລາວ, ທ່ານ ປ.ອ. ປີ​ເຕີ ເຮມອນ ຈະ​ໃຫ້​ກຽດມາ​ຖະ​ແຫລງ​ສູ່ບັນ​ດາ​ທ່ານ​ຟັງ ຊຶ່ງບົວ​ສະ​ຫວັນ​ຈະ​ນຳ ເອົາ​ລາຍ​ລະ​ອຽດມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008
ທ່ານຈັນທະເນດ ພະໄກສອນທີ່ໄດ້ຮັບທຶນ Fulbright ມາສຶກສາທີ່ມະຫາວິທະຍາໄລ Brandeis, ລັດແມສຊາຈແຊສ ໄດ້ຮັບໃບປະກາດສະນີຍະບັດປະລິນຍາໂທໃນປີ 2008

ປະ​ມານ 30 ປີ​ມາ​ແລ້ວທີ່​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ທຶນ​ການ​ສຶກ​ສາ​ແກ່ສ​ປ​ປ ​ລາວ​ ຊຶ່ງ​ໃນ​ນັ້ນມີນັກ​ສຶກ​ສາ 154 ຄົນທີ່​ໄດ້​ຮັບ​ທຶນຟູລໄບ​ຣ (Fulbright) ໄປ​ຮຽນຕໍ່​ປະ​ລິນ​ຍາ​ໂທ 2 ປີ ແລະ 29 ຄົນ ​ທີ່ໄດ້​ຮັບ​ທຶນຮຳ​ຟ​ຣີ (Humphrey) ​ໄປ​ສຶກ​ສາ​ຄົ້ນ​ຄວ້າ ແລະ​ແລກ​ປ່ຽນ​ປະ​ສົບ​ການ​ກັ​ບ​ນັກ​ຄົ້ນ​ຄວ້າ​ທີ່ມາ​ຈາກທົ່ວ​ໂລກ​ໃນ​ສະ​ຫະ​ລັດ ເປັນ​ເວ​ລາ 1 ປີ, ອີງ​ຕາມ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ລາວ.

ພ້ອມ​ກັນ​ນັ້ນນັບ​ແຕ່​ປີ 2013 ເປັນ​ຕົ້ນ​ມາ ຍັງ​ມີ​ໂຄງ​ການ​ລິ​ເລີ້ມຜູ້​ນຳທີ່​ໜຸ່ມໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ຫລື YSEALI ທີ່ຕັ້ງ​ຂຶ້ນໂດຍ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ ໂອ​ບາ​ມາ ເພື່ອ​ໃຫ້​ທຶນແກ່​ຊາວ​ໜຸ່ມອາຍຸ 18 ຫາ 35 ປີໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ໄປແລກ​ປ່ຽນ​ປະ​ສົບ​ການຢູ່ໃນມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ສະ​ຫະ​ລັດເປັນ​ໄລ​ຍະ​ສັ້ນ ຊຶ່ງ​ຕົກເປັນປີ​ລະ​ປະ​ມານ 60-70 ຄົນ.

​ໃນ​ຫ້ອງຊຸມ​ນຸມພົບ​ປະ​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ​ໂອ​ບາ​ມາຂະ​ນະ​ເພິ່ນ​ໄປ​ຢ້ຽມ​ຢາມ​ລາວ ໃນ​ປີ 2016 ນັ້ນນາງ​ຈີນ​ດາ​ວອນ ສັນ​ລາດ ໄດ້​ເລົ່າ​ເຖິງ​ປະ​ສົບ​ການ​ຂອງ​ນາງ​ໃນໄລ​ຍະທີ່​ຢູ່​ໃນ​ສະ​ຫະ​ລັດ​ພາຍ ໃຕ້ທຶນ​ການ​ສຶກ​ສາ​ຈາກ ​ໂຄງ​ການ YSEALI ທີ່​ເປັນ​ໂຄງ​ການ​ທີ່​ຕັ້ງ​ຂຶ້ນ​ໂດຍ​ທ່ານ​ໂອ​ບາ​ມານັ້ນ ໃນ​ປີ 2013 ນັ້ນ.
​ໃນ​ຫ້ອງຊຸມ​ນຸມພົບ​ປະ​ກັບ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ບາ​ຣັກ​ໂອ​ບາ​ມາຂະ​ນະ​ເພິ່ນ​ໄປ​ຢ້ຽມ​ຢາມ​ລາວ ໃນ​ປີ 2016 ນັ້ນນາງ​ຈີນ​ດາ​ວອນ ສັນ​ລາດ ໄດ້​ເລົ່າ​ເຖິງ​ປະ​ສົບ​ການ​ຂອງ​ນາງ​ໃນໄລ​ຍະທີ່​ຢູ່​ໃນ​ສະ​ຫະ​ລັດ​ພາຍ ໃຕ້ທຶນ​ການ​ສຶກ​ສາ​ຈາກ ​ໂຄງ​ການ YSEALI ທີ່​ເປັນ​ໂຄງ​ການ​ທີ່​ຕັ້ງ​ຂຶ້ນ​ໂດຍ​ທ່ານ​ໂອ​ບາ​ມານັ້ນ ໃນ​ປີ 2013 ນັ້ນ.

ຂະ​ນະ​ດຽວ​ກັນ​ກໍ​ມີທຶນຮຽນໄລ​ຍະ​ສັ້ນອີກ ທີ່​ເອີ້ນ​ວ່າ Global UGRAD ເພື່ອໃຫ້ ນັກ​ສຶກ​ສາ​ປະ​ລິນ​ຍາ​ຕີໄປ​ຮຽນ​ຕໍ່ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ຫະ​ລັດເປັນໄລ​ຍະ 1 ພາກ​ຮຽນ. ການ​ຊ່ວຍ​ເຫລືອ​ດ້ານ​ການ​ສຶກ​ສາ​ທີ່​ວ່ານັ້ນ ແມ່ນ​ຜ່ານໂຄງ​ການ Billion Futures ຫລື ພັນ​ລ້ານ​ອະ​ນາ​ຄົດຊຶ່ງ​ໃນ​ນັ້ນ ໄດ້​ໃຫ້​ການ​ຊ່ວຍ​ເຫລືອແກ່​ລາວ​ເພີ້ມ​ຂຶ້ນ​ດັ່ງ​ທີ່​ທ່ານ ປ.ອ. ປີ​ເຕີ ເຮມອນ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ລາວ ອະ​ທິ​ບາຍ​ໃຫ້ວີ​ໂອ​ເອຟັງ​ວ່າ:

ປ້າຍ​ປະ​ກາດ​ທາງ​ອອນ​ລາຍ ເພື່ອ​ໃຫ້​ຄົນ​ຂໍ​ທຶນ​ມາ​ສຶກ​ສາ​ຄົ້ນ​ຄວ້າຢູ່​ໃນ​ສະ​ຫະ​ລັດເປັນ​ເວ​ລາ 1 ປີ ພາຍ​ໃຕ້ໂຄງ​ການ​ Hubert H. Humphrey.
ປ້າຍ​ປະ​ກາດ​ທາງ​ອອນ​ລາຍ ເພື່ອ​ໃຫ້​ຄົນ​ຂໍ​ທຶນ​ມາ​ສຶກ​ສາ​ຄົ້ນ​ຄວ້າຢູ່​ໃນ​ສະ​ຫະ​ລັດເປັນ​ເວ​ລາ 1 ປີ ພາຍ​ໃຕ້ໂຄງ​ການ​ Hubert H. Humphrey.

​ທ່ານບອກ​ອີກວ່າ ໂດຍ​ລວມ​ແລ້ວ​ສະ​ຫະ​ລັດ​ໃຫ້​ທຶນ​ຊ່ວຍ​ເຫລືອ​ພາຍ​ໃຕ້​ໂຄງ​ການ​ທັງ​ໝົດ​ທີ່​ກ່າວ​ມາ​ຂ້າງ​ເທິງນັ້ນປີ​ລະ​ປະ​ມານ 100 ຄົນ.

ໃນ​ກອງ​ປະ​ຊຸມ​ສຸດຍອດ​ພິ​ເສດ​ລະ​ຫວ່າງສະ​ຫະ​ລັດ ແລະ​ອາ​ຊຽນ​ໃນ​ເດືອນ​ພຶດ​ສະ​ພາ​ຜ່ານ​ມາ, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ​ໂຈ ໄບ​ເດັນ​ໄດ້​ປະ​ກາດ​ວ່າຈະ​ໃຫ້ທຶນ​ການ​ສຶກ​ສາແກ່ອາ​ຊຽນລວມ​ທັງ​ລາວເພີ້ມ​ຂຶ້ນ​ 2 ເທົ່າພາຍໃນ​ 3 ປີ​ຂ້າງ​ໜ້າ ດັ່ງ​ທີ່​ທ່ານ​ ປ.ອ. ເຮມອນ​ ກ່າວ​ວ່າ:

ໂດຍ​ສືບ​ຕໍ່ປະ​ຕິ​ບັດ​ຕາມ​ແຜນ​ການນັ້ນ ​ທ່ານ​ນາງເວັ​ນດີ ເຊີ​ແມນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ໂອ​ກາດ​ຢ້ຽມ​ຢາມ​ລາວ​ເມື່ອມໍ່ໆ​ມານີ້​ ກໍ​ກ່າວ​ຢ້ຳຄຳ​ໝັ້ນ​ສັນ​ຍາວ່າ​ ສະ​ຫະ​ລັດຈະ​ໃຫ້​ການ​ຊ່ວຍ​ເຫລືອດ້ານ​ການ​ສຶກ​ສາ​ແກ່​ລາວເພີ້ມ​ຂຶ້ນ. ດັ່ງ​ວີ​ໂອ​ເອ​ໄດ້​ສະ​ເໜີ​ໄປໃນ​ເດືອນ​ແລ້ວນີ້​ ໃນ​ນັ້ນ ກໍ​ມີໂຄງ​ການ​ຊ່ວຍ​ເຫລືອໃໝ່ຊຶ່ງ​ເປັນ​ໂຄງການ​ທົດ​ລອງ​ 5 ປີ ເພື່ອ​ເອົາທຶນໃຫ້ແກ່​ພະ​ນັກງານ​ລັດ​ຖະ​ບານ​ໄປ​ສຶກ​ສາຕໍ່​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ຟູ​ລ​ໄບ​ຣ ທີ່ຕັ້ງ​ຢູ່​ນະ​ຄອນ​ໂຮ​ຈີ​ມິນ ຂອງ​ຫວຽດ​ນາ​ມ ຊຶ່ງ​ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ທີ່ໄດ້​ຮັບ​ທຶນສະ​ໜັບ​ສະ​ໜຸນສ່ວນນຶ່ງ ຈາກ​ລັດ​ຖະ​ສະ​ພາສະ​ຫະ​ລັດໃນ​ເງື່ອນ​ໄຂທີ່​ວ່າຕ້ອງ​ເປັນມະ​ຫາ​ວິ​ທະ​ຍາ​ໄລ​ເອ​ກະ​ລາດ, ບໍ່​ຫວັງ​ຜົນ​ກຳ​ໄລ ແລະ​ມີ​ຄຸນ​ນະ​ພາບ​ທຽບ​ເທົ່າ​ກັນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລໃນອາ​ເມ​ຣິ​ກາ.

ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ, ​ອະ​ດີດນັກ​ສຶກ​ສາ​ລາວ​ທີ່​ໄດ້​ຮັບທຶນ ຟູ​ລ​ໄບ​ຣ​ທ໌ມາ​ສຶກ​ສາ​ຕໍ່​ທີ່​ສະ​ຫະ​ລັດ​ໃນປີ 2016 ຫາ 2018.
ນາງ ສຸ​ລິ​ວັນ ລັດ​ຕະ​ນະ​ວົງ, ​ອະ​ດີດນັກ​ສຶກ​ສາ​ລາວ​ທີ່​ໄດ້​ຮັບທຶນ ຟູ​ລ​ໄບ​ຣ​ທ໌ມາ​ສຶກ​ສາ​ຕໍ່​ທີ່​ສະ​ຫະ​ລັດ​ໃນປີ 2016 ຫາ 2018.

ແຕ່ ເຖິງ​ຈະ​ມີ​ທຶນ​ເພີ້ມ​ຂຶ້ນ​ແບບນີ້ກໍ​ຕາມ ໃນ​ມຸມມອງ​ຂອງ​ນັກ​ສຶກ​ສາ​ແລ້ວ ການໃຫ້​ທຶນສຶກ​ສາ​ໄລ​ຍະ​ຍາວເຊັ່ນ​ທຶນຟູ​ລ​ໄບຣ ແລະ​ຮຳ​ຟ​ຣີ​ ທີ່​ມອບ​ໃຫ້​ປີ​ລະປະ​ມານ 3 ຫາ 7 ທຶນນັ້ນ ບາງ​ຄົນເຊັ່ນທ່ານ ​ຈັນ​ທະ​ເນດ ພະ​ໄກ​ສອນ ອະ​ດີດ​ນັກ​ສຶກ​ສາ​ທີ່​ໄດ້​ຮັບທຶນຟູລໄບ​ຣ (Fulbright) ໄປ​ຮຽນໃນ​ລັດ​ແມັ​ສ​ຊາ​ຈູ​ແຊັ​ສ​ບອກວ່າ​ມັນ​ໜ້ອຍ​ເກີນ​ໄປເມື່ອ​ທຽບ​ໃສ່​ຄວາມຕ້ອງ​ການຕົວ​ຈິງ​ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ຂອງ​ລາວ. ​

ຕໍ່​ບັນ​ຫານີ້ ທ່ານ​ເຮມອນ​ໃນ​ນາມ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ລາວ ແມ່ນ​ໄດ້ພະ​ຍາ​ຍາມ​ຊຸກ​ຍູ້​ສຸດ​ຂີດ​ເພື່ອໃຫ້​ລາວ​ໄດ້​ຮັບ​ທຶນເລົ່າ​ນີ້​ເພີ້ມ​ຂຶ້ນ. ທ່ານ​ກ່າວ​ອີກວ່າ ​ຢ່າງ​ໜ້ອຍທ່ານ ກໍ​ດີ​ໃຈທີ່ຜ່ານ​ມາ​ລາວ​ໄດ້​ຮັບ​ທຶນການ​ສຶກ​ສາ​ເພີ້ມຂຶ້ນໃນ​ຫລາຍ​ໂຄງ​ການຊຶ່ງ​ທ່ານ​ບອກວ່າ:

ສະ​ຫລຸບ​ແລ້ວ ສະ​ຫະ​ລັດ​ໄດ້ໃຫ້​ທຶນ​ການ​ສຶກ​ສາ​ໃຫ້​ແກ່​ລາວ ກໍ​ຄື​ປະ​ເທດ​ອາ​ຊຽນ​ອື່ນໆ ເພີ້ມ​ຂຶ້ນ​ໃນ​ຫລາຍຊຸມປີ​ຜ່ານ​ມານີ້. ພ້ອມ​ກັນ​ນັ້ນກໍຍັງ​ມີ​ຄວາມ​ມຸ້ງ​ໝັ້ນ ທີ່​ຈະ​ສືບ​ປະ​ກອບ​ສ່ວນເພີ້ມ​ຂຶ້ນ​ ໃນ​ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດໃຫ້​ແກ່​ລາວ ໂດຍ​ຈະ​ມີ​ທຶນ​ການ​ສຶກ​ສາໃນ​ບາງ​ໂຄງ​ການ​ເພີ້ມ​ຂຶ້ນ​ເປັນ​ສອງ​ເທົ່າ​ ພາຍ​ໃນ 3 ປີ​ຂ້າງ​ໜ້ານີ້.