Lao
This article was added by the user . TheWorldNews is not responsible for the content of the platform.

ບໍ​ລິ​ສັດ ວຽງ​ຈັນ ໂລ​ຈິ​ສ​ຕິກ ພາກ ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ​ໃຫ້ປະ​ຊາ​ຊົນ ທີ່​ຖືກ​ກະ​ທົບ ໃນນະ​ຄອນຫຼວງວຽງ​ຈັນ ໄດ້​ພຽງ​ແຕ່ 12 ເປີ​ເຊັນ​ເທົ່າ​ນັ້ນ

ບໍ​ລິ​ສັດ ວຽງ​ຈັນ ໂລ​ຈິ​ສ​ຕິກ ພາກ ໄດ້​ຈ່າຍ​ເງິນ​ຊົດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ທີ່​ເວນ​ຄືນ​ຈາກ​ປະ​ຊາ​ຊົນ​ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ ໄດ້​ພຽງ​ແຕ່ 12 ເປີ​ເຊັນ​ເທົ່າ​ນັ້ນ​ຂອງ​ຈຳ​ນວນ​ທີ່​ຖືກ​ກະ​ທົບ​ທັງ​ໝົດ.

ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ເປີດ​ເຜີຍ​ວ່າ​ການ​ເວນ​ຄືນ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ຂອງ​ປະ​ຊາ​ຊົນ​ທີ່​ຢູ່​ໃນ​ເຂດ​ພັດ​ທະ​ນາ​ໂຄງ​ການ ວຽງ​ຈັນ ໂລ​ຈິ​ສ​ຕິກ ພາກ ເພື່ອ​ຮອງ​ຮັບ​ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ ຊຶ່ງ​ໄດ້​ທຳ​ການ​ເວນ​ຄືນ​ນັບ​ແຕ່​ປີ 2019 ເປັນ​ຕົ້ນ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້​ປາ​ກົດ​ວ່າ​ບໍ​ລິ​ສັດ​ຜູ້​ລົງ​ທຶນ​ໄດ້​ຈ່າຍ​ເງິນ​ຊົ​ດ​ເຊີຍ​ຄ່າ​ທີ່​ດິນ ແລະ ສິ່ງ​ປູກ​ສ້າງ​ໃຫ້​ກັບ​ປະ​ຊາ​ຊົນ​ທີ່​ຖືກ​ກ​ະ​ທົບ​ໄດ້​ພຽງ​ແຕ່ 19 ລາຍຫຼື 12 ເປີ​ເຊັນ​ເທົ່າ​ນັ້ນ​ຈາກ​ຜູ້​ຖືກ​ກະ​ທົບ​ທັງ​ໝົດ 89 ລາຍ​ທັງ​ຍັງ​ປາ​ກົດ​ດ້ວຍ​ວ່າ​ໄດ້​ມີ​ການ​ປັບຫຼຸດ​ຄ່າ​ເວນ​ຄືນ​ລົງ​ອີກ ທັງ​ທີ່​ຄ່າ​ເວນ​ຄືນ​ຄ່າ​ເວນ​ຄືນ​ທີ່​ກຳ​ນົດ​ໄລ​ຍະ​ທີ່​ຜ່າ​ນາ​ນັ້ນເປັນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ​ຢູ່​ແລ້ວ ສະ​ນັ້ນ​ຈຶ່ງ​ຖື​ເປັນ​ສິ່ງ​ທີ່ບໍ່​ຍຸ​ຕິ​ທຳ​ຕໍ່​ປະ​ຊາ​ຊົນ​ລາວ​ທີ່​ຖືກ​ກະ​ທົບ​ຈາກ​ໂຄງ​ການ​ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ໃນ​ເຂດ​ນະ​ຄອນຫຼວງວຽງ​ຈັນ​ໃຫ້​ການ​ຢືນ​ຢັນ​ວ່າ

“ບັນ​ຫາ​ທີ່​ພົ້ນ​ເດັ່ນ ແລະ ເຄັ່ງ​ຮ້ອນ​ທີ່​ສຸດ​ຂອງ​ເມືອງ​ຫາດ​ຊາຍ​ຟອງ​ແມ່ນ​ບັນ​ຫາ​ກ່ຽວ​ກັບ​ການ​ຊົດ​ເຊີຍ​ໂຄງ​ການ​ລົງ​ທຶນ​ເປັນ​ຕົ້ນ​ແມ່ນ​ໂຄງ​ການ​ລົງ​ທຶນ​ຂອງ ໂລ​ຈິ​ສ​ຕິກ ເຂົາ​ເອີ້ນ​ວ່າ​ທ່າ​ບົກ​ທ່າ​ນາ​ແລ້ງ​ດົງ​ໂພ​ສີ​ຫັ້ນ ດິນ​ຢູ່​ໃນ​ໂຄງ​ການ​ໂລ​ຈິ​ສ​ຕິກ ມີ​ທັງ​ໝົດ 89 ຕອນ​ໃນ 89 ຕອນ​ນັ້ນ​ໄດ້​ຮັບ​ການ​ແກ້​ໄຂ​ພຽງ​ແຕ່ 19 ຕອນ​ໃນ 51.1 ເຮັກ​ຕາ​ນີ້ ສະ​ນັ້ນ​ຍັງ​ຕ່ຳ​ທຽບ​ໃສ່​ເປີ​ເຊັນ​ກໍ​ໄດ້​ແຕ່ 12 ເປີ​ເຊັນ​ໃນ​ 89 ຕອນ​ຫັ້ນ​ນະ ສະ​ນັ້ນ​ເຮັດ​ໃຫ້​ປະ​ຊາ​ຊົນ​ຄອງ​ຄອຍ​ຫັ້ນ​ແຫຼະ.”

ຊຶ່ງກໍເຊັ່ນດຽວກັນກັບໂຄງການທາງລົດໄຟ ລາວ-ຈີນ ໃນລາວ ທີ່ໄດ້ເວນຄືນທີ່ດິນກັບສິ່ງປູກສ້າງຕ່າງໆຂອງປະຊາຊົນ 8,139 ຄອບຄົວ ໃນນີ້ ກໍສາມາດຕົກລົງແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວ ໄດ້ແລ້ວ 7,306 ຄອບຄົວ ຄິດເປັນມູນຄ່າຊົດເຊີຍ 1,530.52 ຕື້ກີບ ຈຶ່ງຍັງເຫຼືອ 833 ຄອບຄົວທີ່ຍັງບໍ່ຍອມຮັບເອົາເງິນຊົດເຊີຍໃນມູນຄ່າ 313.48 ຕື້ກີບ ເພາະເຫັນວ່າ ການຊົດເຊີຍມີອັດຕາທີ່ຕ່ຳກວ່າຄວາມເປັນຈິງ ລວມທັງບໍ່ສາມາດຕິດຕາມຕົວຜູ້ທີ່ເປັນເຈົ້າຂອງທີ່ດິນຈຳນວນນຶ່ງໄດ້ເລີຍ ຈົນເຖິງປັດຈຸບັນ ຊຶ່ງເປັນໜ້າທີ່ຂອງຄະນະກຳມະການລະດັບທ້ອງຖິ່ນທີ່ຈະຕ້ອງຕິດຕາມ-ແກ້ໄຂຕໍ່ໄປ ດັ່ງທີ່ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ ໄດ້ຖະແຫລງວ່າ:

“ສຳລັບງົບປະມສານໃນການຊົດເຊີຍທັງໝົດ ທີ່ວ່າໝວດເຮົາໂອນໃຫ້ທາງແຂວງແລະນະຄອນຫຼວງຫັນປະມານ 1,844 ຕື້ກີບເນາະ ຊຶ່ງໃນນີ້ ມີຂອງລັດຖະບານເຮົາແມ່ນ 1,347 ຕື້ກີບ ແລະຂອງບໍລິສັດລົດໄຟລາວ-ຈີນ 493 ຕື້ກີບ ກະຖືວ່າ ປະຕິບັດຄ່າຊົດເຊີຍປັດຈຸບັນນີ້ໄດ້ປະມານ 83 ເປີເຊັນຂອງຈຳນວນເງິນທີ່ໂອນໄປແລ້ວ ຍັງເຫຼືອປະມານ 310 ຕື້ ກະຖືວ່າ ໃຫ້ອົງການປົກຄອງທ້ອງຖິ່ນຫັ້ນສືບຕໍ່ຊົດເຊີຍໃຫ້ແກ່ປະຊາຊົນເນາະ ການເບີກຈ່າຍກໍຕ້ອງຮັບປະກັນໃຫ້ມີເອກະສານສອດຄ່ອງກັບຜູ້ທີ່ຖືກຜົນກະທົບຕົວຈິງ ຕາມບັນຊີທີ່ຮັບຮອງຈາກອົງການປົກຄອງທ້ອງຖິ່ນ.”

ທັງນີ້ ໂຄງການທາງລົດໄຟ ລາວ-ຈີນ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ 8,139 ຄອບຄົວໃນເຂດ 13 ເມືອງຂອງແຂວງຫລວງນ້ຳທາ, ອຸດົມໄຊ, ຫລວງພະບາງ, ວຽງຈັນ ແລະ ນະຄອນຫຼວງວຽງຈັນ ໂດຍມີທີ່ດິນທີ່ຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫຼັງ ຕົ້ນໄມ້ກວ່າ 1 ລ້ານຕົ້ນ ຫາກແຕ່ວ່າ ກໍຍັງປາກົດມີ ການຊັກຊ້າໃນການຈ່າຍເງິນຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ໃນແຂວງຫລວງນ້ຳທາ, ອຸດົມໄຊ ຫລວງພະບາງ ມີອັດຕາສະເລ່ຍ 11,000 ຫາ 80,000 ກີບຕໍ່ຕາແມັດ ສ່ວນທີ່ແຂວງວຽງຈັນ ແລະນະ ຄອນວຽງຈັນນັ້ນ ມີອັດຕາຊົດເຊີຍລະ​ຫວ່າງ 15,000 ຫາ 137,000 ກີບຕໍ່ຕາແມັດ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ (Land Information Working Group) ລາຍງານວ່າ ທີ່ດິນຢູ່ທີ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍທີ່ 1.3 ລ້ານກີບຕໍ່ຕາແມັດ ແຕ່ກໍມີການຊົດເຊີຍທີ່ອັດຕາ 137,000 ກີບຕໍ່ຕາແມັດຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາຊື້ຂາຍຕົວຈິງ ຈຶ່ງເຮັດໃຫ້ປະຊາຊົນລາວ ບໍ່ຍອມຮັບການຊົດເຊຍທີ່ມີອັດຕາທີ່ຕ່ຳເກີນໄປດັ່ງກ່າວ.

ສ່ວນບໍລິສັດຮ່ວມທຶນທາງລົດໄຟ ລາວ-ຈີນ ຈຳກັດ ກໍຍັງໄດ້ຮັບສິດໃນການເວນຄືນທີ່ດິນທີ່ຕໍ່ເນື່ອງກັບສະຖານີນະຄອນວຽງຈັນ 1,000 ເຮັກຕາ ສະຖານີທີ່ເມືອງໄຊ 1,000 ເຮັກຕາ ສະຖານີວັງວຽງ 500 ເຮັກຕາ ແລະສະຖານີຫລວງພະບາງ 500 ເຮັກຕາທີ່ແນໃສ່ການເຊື່ອມຕໍ່ລະບົບ ໂລ​ຈິ​ສ​ຕິກ ລະຫວ່າງລາວ-ຈີນ ແລະອາຊຽນໃຫ້ໄດ້ຢ່າງຄົບວົງຈອນ.