Lao
This article was added by the user . TheWorldNews is not responsible for the content of the platform.

ການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ ປາກຊັນ-ບຶງການ ຈະແລ້ວສຳ​ເລັດໃນເດືອນທັນວາ 2024

ການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ເຊື່ອມຕໍ່ ປາກຊັນ-ບຶງການ ຈະແລ້ວເສັດໃນເດືອນທັນວາ 2024 ເຊິ່ງຊ້າກວ່າກໍານົດເດີມຮອດ 1 ປີ ຍ້ອນຜົນກະທົບຈາກໂຄວິດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານໄລທອງ ພົມມະວົງ, ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ລະຫວ່າງ ລາວ-ໄທ ທີ່ເຊື່ອມຕໍ່ເມືອງປາກຊັນ ແຂວງບໍລິຄໍາໄຊ ກັບຈັງຫວັດບຶງການ ຖະແຫຼງວ່າ ການດໍາເນີນງານຢູ່ເບື້ອງລາວກໍຄືການກໍ່ສ້າງຖະໜົນທີ່ເຊື່ອມຕໍ່ກັບໂຕຂົວ, ອາຄານດ່ານກວດຄົນເຂົ້າເມືອງ ແລະການກໍ່ສ້າງຂົວຈາກຈຸດເຄິ່ງກາງແມ່ນໍ້າຂອງມາທາງເບື້ອງລາວນັ້ນ ໄດ້ຄືບໜ້າໂດຍລວມແລ້ວເກີນກວ່າ 69 ເປີເຊັນ ຂອງແຜນການ, ເຊິ່ງຊ້າກວ່າແຜນການວາງໄວ້ຮອດ 1 ປີ ຍ້ອນຖືກກະທົບຈາກການລະບາດໄວຣັສໂຄວິດ-19 ທີ່ເຮັດໃຫ້ບໍລິສັດຜູ້ຮັບເໝົາກໍ່ສ້າງຂອງໄທ ບໍ່ສາມາດເດີນທາງເຂົ້າມາລາວໄດ້ ຈຶ່ງໄດ້ແກ້ໄຂບັນຫາດ້ວຍການວ່າຈ້າງບໍລິສັດທ້ອງຖິ່ນໃນລາວ ທີ່ດໍາເນີນງານຈໍາເປັນເລັ່ງດ່ວນໄປກ່ອນໃນຊ່ວງປີທໍາອິດ ແຕ່ນັບຈາກປີ 2022 ເປັນຕົ້ນມາຈົນເຖິງປັດຈຸບັນ ການດໍາເນີນງານກໍສາມາດຈັດຕັ້ງປະຕິບັດໄດ້ເປັນປົກກະຕິແລ້ວ ຈຶ່ງເຊື່ອໝັ້ນວ່າ ການກໍ່ສ້າງທັງເບື້ອງລາວ ແລະໄທ ຈະສໍາເລັດ ແລະເປີດການນໍາໃຊ້ໃນເດືອນທັນວາປີ 2024 ເພາະຍັງເຫຼືອອີກຫຼາຍກວ່າ 30 ເປີເຊັນ ຂອງໂຄງການທີ່ຈະຕ້ອງດໍາເນີນການໃຫ້ສໍາເລັດ, ດັ່ງທີ່ ທ່ານໄລທອງ ໄດ້ໃຫ້ການຢືນຢັນວ່າ:

“ການກໍ່ສ້າງນີ້ ເຮົາກໍມີອຸປະສັກຢູ່ໄລຍະຜ່ານມາ ກໍຍ້ອນວ່າຖືກຊ່ວງໄລຍະໂຄວິດເນາະ ກໍຖືວ່າ ເຮັດໃຫ້ການເຂົ້າສະໜາມຊັກຊ້າເນື່ອງຈາກວ່າຜູ້ຮັບເໝົາກໍ່ສ້າງເປັນບໍລິສັດຂອງໄທເນາະ ເທື່ອຊິເຂົ້າມາໄດ້ນີ້ກໍໄດ້ເສຍເວລາຈົນໄດ້ຊອກຫາຜູ້ຮັບເໝົາຮ່ວມຈາກພາຍໃນມາຊ່ວຍ ຈົນສາມາເຂົ້າມາກໍ່ສ້າງຊ່ວຍ, ຈັງຊັ້ນລະ ເວລາຫັ້ນໃກ້ຊິໝົດເນາະ ແຕ່ວ່າການກໍ່ສ້າງນີ້ຍັງບໍ່ທັນແລ້ວເນາະ ໄດ້ເກັນ 60 ເປີເຊັນ ຖືວ່າກໍຍັງອີກປະມານ 30 ກວ່າເປີເຊັນເນາະ.”

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 5 ຈະໃຊ້ທຶນໃນມູນຄ່າລວມ 3,930 ລ້ານບາດ ທີ່ຈັດສັນໂດຍລັດຖະບານໄທທັງໝົດ, ໃນນີ້ ລັດຖະບານໄທກໍໄດ້ຈັດສັນໃຫ້ລັດຖະບານລາວ 1,248 ລ້ານບາດ ໂດຍແບ່ງເປັນການຊ່ວຍເຫຼືອ 30 ເປີເຊັນ ແລະເງິນກູ້ຢືມ 70 ເປີເຊັນ, ແລະເຖິງແມ່ນວ່າການດໍາເນີນງານຈະຫຼ້າຊ້າກວ່າແຜນການທີ່ວາງໄວ້ກໍຕາມ ຫາກແຕ່ຈາກການສຶກສາວິໄຈກໍພົບວ່າ ຂົວດັ່ງກ່າວນີ້ ຈະສ້າງຜົນປະໂຫຍດທາງເສດຖະກິດໃຫ້ກັບແຂວງບໍລິຄໍາໄຊ ຫຼາຍກວ່າ 25 ເປີເຊັນ ຂອງຜົນປະໂຫຍດທີ່ຈະເກີດຂຶ້ນໃນການໃຊ້ຂົວ ເພື່ອເຊື່ອມຕໍ່ການຄ້າລະຫວ່າງ ລາວ-ໄທ-ຫວຽດນາມ ແລະຍັງຖືເປັນສ່ວນສໍາຄັນທີ່ປະກອບເຂົ້າໃນລະບົບ Logistic ທີ່ເຊື່ອມຕໍ່ລະຫວ່າງ ລາວ-ຈີນ-ໄທ ໂດຍມີທາງລົດໄຟ ລາວ-ຈີນ ເປັນປັດໃຈສໍາຄັນ ທີ່ຈະສ້າງຜົນປະໂຫຍດໃຫ້ກັບລາວ ໄດ້ເພີ້ມຂຶ້ນໃນໄລຍະຍາວອີກດ້ວຍ, ດັ່ງທີ່ເຈົ້າໜ້າທີ່ໃນກະຊວງໂຍທາທິການ ແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ໜໍ່ແໜງອັນທີ່ສໍາຄັນກະແມ່ນ ເລື່ອງການບໍລິການຜ່ານປະເທດ ການຂົນສົ່ງຈາກໄທໄປສູ່ ສປ ຈີນ ຫຼືວ່າມີສິນຄ້າຈາກ ສປ ຈີນ ໄປໄທ ອັນນີ້ກະເລີ້ມສ້າງລາຍຮັບໃຫ້ແກ່ ສປປ ລາວ ໃນການບໍລິການຜ່ານ ກະຄິດວ່າໃນຕໍ່ໜ້ານີ້ມູນຄ່າການບໍລິການດັ່ງກ່າວ ຈາກການຂົນສົ່ງສິນຄ້ານັບມື້ຈະເພີ້ມທະວີຂຶ້ນຫຼາຍເທົ່າ ກະສິສ້າງໂອກາດໃຫ້ແກ່ການລົງທຶນພາຍໃນ ແລ້ວກໍສ້າງລາຍຮັບເຂົ້າສູ່ງົບປະມານຂອງ ສປປ ລາວ.”

ນອກຈາກນີ້ ລັດຖະບານໄທ ຍັງໄດ້ອະນຸມັດງົບປະມານ 4,765 ລ້ານບາດ ສໍາລັບນໍາໃຊ້ໃນການກໍ່ສ້າງຂົວຂ້າມນໍ້າຂອງແຫ່ງທີ 6 ເຊື່ອມຕໍ່ແຂວງສາລະວັນ ກັບຈັງຫວັດອຸບົນຣາດຊະທານີ ໃນປີ 2025 ໂດຍງົບປະມານທີ່ຈັດສັນດັ່ງກ່າວ ຈະແບ່ງເປັນ 2 ສ່ວນຄື 50 ເປີເຊັນ ເປັນງົບປະມານລາຍຈ່າຍຂອງລັດຖະບານໄທ, ສ່ວນອີກ 50 ເປີເຊັນ ເປັນການຊ່ວຍເຫຼືອ ແລະເງິນກູ້ທີ່ລັດຖະບານໄທຈັດສັນໃຫ້ແກ່ລັດຖະບານລາວ ໂດຍຈຸດກໍ່ສ້າງຂົວຈະຢູ່ລະຫວ່າງເຂດບ້ານປາກແຊງ ອໍາເພີນາຕານ ຈັງຫວັດອຸບົນຣາດຊະທານີ ກັບບ້ານປາກຕະພານ ເມືອງລະຄອນເພັງ ແຂວງສາລະວັນ ໂດຍຂົວມີຄວາມຍາວ 1,020 ແມັດ, ມີ 2 ຊ່ອງທາງຈະລາຈອນ ທີ່ເຊື່ອມຕໍ່ການຄົມມະນາຄົມລະຫວ່າງ ໄທ-ລາວ-ຫວຽດນາມ ດ້ວຍໄລຍະທາງພຽງ 150 ກິໂລແມັດ, ຈຶ່ງຖືເປັນການເຊື່ອມຕໍ່ສາມປະເທດ ທີ່ມີໄລຍະທາງສັ້ນທີ່ສຸດເມື່ອທຽບກັບເສັ້ນທາງອື່ນໆ ຫາກແຕ່ວ່າໂຄງການດັ່ງກ່າວນີ້ ກໍຕ້ອງເລື່ອນອອກໄປໂດຍທີ່ຍັງບໍ່ມີກໍານົດທີ່ຈະແຈ້ງ ເພາະບັນຫາວິກິດການທາງເສດຖະກິດ ແລະການເງິນໃນລາວ.