Lao
This article was added by the user . TheWorldNews is not responsible for the content of the platform.

​ການ​ສໍ້​ລາດ​ບັງຫຼວງ​ ຢູ່​ໃນ ລາວ ໄດ້​ມີ​ການ​ຈັດ​ຕັ້ງ​ຢ່າງ​ເປັນ​ຂະ​ບວນ​ການ​ຂະ​ໜາດ​ໃຫຍ່

ການ​ສໍ້​ລາດ​ບັງຫຼວງ​ຢູ່​ໃນ ລາວ ໄດ້​ມີ​ການ​ຈັດ​ຕັ້ງ​ຢ່າງ​ເປັນ​ຂະ​ບວນ​ການ​ຂະ​ໜາດ​ໃຫຍ່​ທີ່​ມີ​ເຄືອ​ຂ່າຍ​ຢູ່​ໃນ​ທຸກວົງ​ການ​ພັກ-ລັດ​ຖະ​ບານ ຈຶ່ງ​ກາຍ​ເປັນ​ການ​ຍາກ​ທີ່​ຈະ​ກຳ​ຈັດ​ໃຫ້​ໝົດ​ໄປ​ຈາກ​ລາວ​ໃຫ້​ໄດ້​ຢ່າງ​ແທ້​ຈິງ.

ເຈົ້າ​ໜ້າ​ທີ່ກວດ​ກາ​ພັກ-ລັດ​ຢືນ​ຢັນ​ວ່າ​ສາ​ເຫດ​ຕົ້ນ​ຕໍ​ທີ່​ເຮັດ​ໃຫ້​ການ​ຈັດ​ເກັບ​ລາຍ​ຮັບ​ຂອງ​ລັດ​ຖະ​ບານ ລາວ ບໍ່​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ໃນ​ທຸກ​ປີ​ທີ່​ຜ່ານ​ມາ​ກໍ​ຄື​ການ​ທຸ​ຈະ​ລິດ​ຂອງ​ພະ​ນັກ​ງານ​ພັກ-ລັດ​ທີ່​ເກີດ​ຂຶ້ນ​ໃນ​ທຸກວົງ​ການ ແລະ ທຸກ​ລະ​ດັບ​ຊັ້ນ ໂດຍ​ສະ​ເພາະ​ແມ່ນ​ການ​ຂຸດ​ຄົ້ນ​ຊັບ​ພະ​ຍາ​ກອນ ແລະ​ ການ​ຄ້າ​ນັ້ນ​ກໍ​ຄື​ພາກ​ສ່ວນ​ທີ່​ມີ​ການ​ທຸ​ຈະ​ລິດຫຼາຍ​ທີ່​ສຸດ​ທັງ​ຍັງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ປະ​ເທດ ແລະ ສົ່ງ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນຫຼາຍ​ທີ່​ສຸດ​ອີກ​ດ້ວຍ ໃນ​ຂະ​ນະ​ທີ່​ພາກ​ສ່ວນ​ຮັບ​ຜິດ​ຊອບ​ໃນ​ການກວດ​ສອບ ແລະ ກວດ​ກາ​ເພື່ອ​ປ້ອງ​ກັນ, ປາບ​ປາມ​ການ​ສໍ້​ລາດ​ບັງຫຼວງ​ນັ້ນ​ກັບ​ບໍ່​ມີ​ຄວາມ​ເຂັ້ມ​ງວດ ແລະ ເດັ​ດຂາດ​ໃນ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ລົງ​ໂທດ​ຕໍ່​ຜູ້​ທີ່​ທຸ​ຈະ​ລິດ​ດ້ວຍ​ແລ້ວ​ຍຶ່ງ​ເຮັດ​ໃຫ້​ມີ​ການ​ທຸ​ຈະ​ລິດ​ຢ່າງກວ້າງ​ຂວາງ​ໂດຍບໍ່​ຢ້ານ​ກົວ​ຕໍ່​ຄວາມ​ຜິດ​ຕາມ​ກົດ​ໝາຍ​ອີກ​ດ້ວຍ ດັ່ງ​ເຈົ້າ​ໜ້າ​ທີ່ກວດ​ກາ​ພັກ-ລັດ​ໃຫ້​ການ​ຢືນ​ຢັນ​ວ່າ

“ການ​ລະ​ເມີດ​ກົດ​ໝາຍ 1. ແມ່ນ​ມີ​ການ​ຮັບ​ສິນ​ບົນ, 2 ແມ່ນ​ມີ​ການ​ສວຍ​ໃຊ້​ໜ້າ​ທີ່-ຕຳ​ແໜ່ງ, 3. ແມ່ນ​ມີ​ການ​ສວຍ​ໂອ​ກາດ​ລັກ​ໂລບ ຕັດ​ທອນ​ເອົາ ອັນ​ນີ້​ມັນ​ເປັນ​ຄວາມ​ຜິດ​ທາງ​ອາ​ຍາ ສິ​ວ່າ​ສໍ້​ລາດ​ບັງຫຼວງ​ກະ​ວ່າ​ໄດ້. ແຕ່​ກົດ​ໝາຍ​ອາ​ຍາ​ເວົ້າ​ສະ​ເພາະ​ໂລດ​ເປັນ​ການ​ຍັກ​ຍອກ​ຊັບ​ຂອງ​ລັດ ຢາກ​ເຮັດ​ຈຸດ​ນີ້​ຂ້າ​ພະ​ເຈົ້າ​ສະ​ເໜີ​ວ່າ​ຢາກ​ໃຫ້​ເອົາ​ໃຈ​ໃສ່​ເລື່ອງ​ມາດ​ຕະ​ການ​ແທ້ໆ ກົດ​ໝາຍ​ເຮົາ​ມີ​ແລ້ວ ຄັນ​ເຮົາ​ຍັງ​ເປັນ​ຈັ່ງ​ຊີ້​ຕະຫຼອດ​ໄປ​ອີກນີ້​ນະ ບໍ່​ເຂັ້ມ​ບໍ່​ງວດ​ເລື່ອງ​ກົດ​ໝາຍນີ້​ນະ ຍັງ​ສິ​ເປັນ​ຄື​ແນວນີ້​ຕໍ່​ໄປ​ອີກ​ອົງ​ການ​ອຳ​ນາດ​ແຫ່ງ​ລັດ​ຂອງ​ເຮົາ​ທັງ​ໝົດ​ນີ້​ຕ້ອງ​ເປັນ​ເຈົ້າ​ການ​ນຳ​ກັນ​ແກ້​ໄຂ​ແທ້ໆ ຢາກ​ໃຫ້​ເປັນ​ໄປ​ຕາມ​ຂັ້ນ​ຕອນ​ຂອງ​ກົດ​ໝາຍ​ໂລດ​ຄັນ​ເຮົາ​ຍັງ​ໄປ​ລ້ຽງ​ຄົນ​ບໍ່​ດີ​ແບບນີ້​ຢູ່​ຫັ້ນ​ນະ ລຳ​ບາກ​ປະ​ເທດ​ເຮົາ​ສິ​ຈະ​ເລີນ.”

ນອກ​ຈາກນີ້​ບັນ​ຫາ​ດ້ານ​ບຸ​ກ​ຄະ​ລາ​ກອນ​ທີ່ບໍ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ກໍ​ເປັນ​ອີກ​ສາດ​ເຫດ​ນຶ່ງ​ເພາ​ະ​ການ​ຄັດ​ເລືອກ​ບຸກ​ຄະ​ລາ​ກອນ​ທີ່ບໍ່​ໄດ້​ມາດ​ຕະ​ຖານ​ຍ້ອນ​ການຫຼິ້ນ​ພັກຫຼິ້ນ​ພວກ​ທີ່​ເປັນ​ເຄືອ​ຍາດ ແລະ ມຸ່ງ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ເປັນ​ລັກ​ທັງ​ຍັງ​ບໍ່​ມີ​ການ​ລົງ​ໂທດ​ຢ່າງ​ເດັດ​ຂາດ​ຕໍ່​ຜູ້​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ທຸ​ຈະ​ລິດ ແລະ ເປັນ​ການ​ຍາກ​ທີ່​ຈະ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ເພາະ​ວ່າ​ພວກ​ເຂົາ​ເຈົ້າ​ມີ​ເຄືອ​ຍາດ​ທີ່​ພ້ອມ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ຕະຫຼອດ​ເວ​ລາ​ເຊັ່ນ​ການບໍ່​ຮ່ວມ​ມື​ໃນ​ການກວດ​ກາ​ໂຄງ​ການ​ຕ່າງໆ​ທີ່​ຖືກ​ສົງ​ໄສວ່າ​ມີ​ການ​ທຸ​ຈະ​ລິດ​ນັ້ນ ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ທ່ານ​ນຶ່ງ​ໄດ້​ຖະ​ແຫຼງ​ໃຫ້​ທັດ​ສະ​ນະ​ວ່າ

“ການ​ຈັດ​ຕັ້​ງ​ປະ​ຕິ​ບັດ​ວຽກ​ງານກວດ​ກາ​ປົກ​ກະ​ຕິ​ຍັງ​ບໍ່​ທັນ​ແຂງ​ແຮງ​ຍັງ​ມີຫຼາຍ​ດ້ານ​ທີ່​ດຳ​ເນີນ​ການ​ມີ​ລັກ​ສະ​ນະ​ຊັກ​ຊ້າ ການ​ແກ້​ຜົນ​ຂອງ​ການກວດ​ກາ​ກໍ​ບໍ່​ເຂັ້ມ​ງວດ-ເດັດ​ຂາດ ຄວາມ​ຮັບ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ທັງ​ສູນ​ກາງ ແລະ ທ້ອງ​ຖິ່ນ​ໂດຍ​ສະ​ເພາະ​ການ​ໃຫ້​ການ​ຮ່ວມ​ມື​ການ​ສະ​ໜອງຂໍ້​ມູນ​ເອ​ກະ​ສານ​ຕ່າງ​ໆ ຍັງ​ບໍ່​ທັນ​ມີ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ແກ້​ບັນ​ຫາ​ທີ່​ເປັນ​ການ​ລະ​ເມີດ​ລະ​ບຽບ​ກົດ​ໝາຍ ເປັນ​ການ​ຫັກ​ລົບ​ມູນ​ຄ່​າ​ໃນ​ໜ້າ​ວຽກ​ທີ່ບໍ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ ການ​ຄິດ​ໄລ່​ມູນ​ຄ່າບໍ່​ຖືກ​ຕາມ​ລະ​ບຽບ​ການ.”

ໃນ​ໄລ​ຍະ​ປີ 2020-2023 ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ ໄດ້​ແນ​ໃສ່​ການກວດ​ກາ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ໂຄງ​ການ​ພັດ​ທະ​ນາ​ຕ່າງ​ໆ​ທີ່​ລົງ​ທຶນ​ໂດຍ​ລັດ​ຖະ​ບານ​ເປັນຫຼັກ ເພາະ​ເປັນ​ພາກ​ສ່ວນ​ທີ່​ມີ​ການ​ຮົ່ວ​ໄຫຼ ແລະ ເກີດ​ການ​ສູນ​ເສຍ​ດ້ານ​ງົບ​ປະ​ມານຫຼາຍ​ທີ່​ສຸດ​ໂດຍ​ມີ​ສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ທຸ​ຈະ​ລິດ​ຂອງ​ພ​ະ​ນັກ​ງານ​ພັກ-ລັດ​ຈຶ່ງ​ຕ້ອງ​ເພິ່ມ​ມາດ​ຕະ​ການ​ເຂັ້ມ​ງວດ​ເຂົ້າ​ໃນ​ການກວດ​ກາ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ພະ​ນັກ​ງານ​ລັດ​ໃນ​ທຸກ​ໂຄງ​ການ​ທັງ​ຍັງ​ມີ​ການ​ຈຳ​ກັດ​ວົງ​ເງິນ​ໃນ​ການ​ຊຳ​ລະ​ໜີ້​ທີ່​ຄົງ​ຄ້າງ​ໃຫ້​ແກ່​ໂຄ​ງ​ການ​ຕ່າງໆ​ອີກ​ດ້ວຍ.

ທັງ​ນີ້​ໃນ​ໄລ​ຍະ 2 ປີ​ຜ່ານ​ມາ​ກໍ​ໄດ້​ກວດ​ພົບ​ການ​ທຸ​ຈະ​ລິດ​ທີ່​ເປັນ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ມາ​ຊິກ​ພັກ​ກັບ​ບຸກ​ຄົນ​ພາຍ​ນອກ​ເຖິງ 749 ຄົນ​ທີ່​ເຮັດ​ໃຫ້​ເກີດ​ການ​ເສຍ​ຫາຍຫຼາຍກວ່າ 746 ຕື້​ກີບ​ກັບ 362 ກວ່າ​ລ້ານ​ບາດ ແລະ 14 ລ້ານ​ໂດ​ລາ ແຕ່​ສາ​ມາດ​ເກັບ​ຄືນ​ມາ​ໄດ້​ພຽງ 391 ກວ່າ​ຕື້​ກີບ​ກັບ 25 ລ້ານກວ່າ​ບາດ ແລະ ກວ່າ 10,000 ໂດ​ລາ ສ່ວນ​ການກວດ​ກາ 4,185 ເປົ້າ​ໝາຍ​ໃນ​ໄລ​ຍະ​ປີ 2016-2022 ຍັງ​ພົບ​ດ້ວຍ​ວ່າ​ການ​ທຸ​ຈະ​ລິດ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ເສຍ​ຫາຍ​ເກີນກວ່າ 8,370 ຕື້​ກີບ​ກັບ 50.22 ລ້ານໂດ​ລາ ແລະ 36.89 ລ້ານ​ບາດ​ຊຶ່ງ​ມີ​ສະ​ມາ​ຊິກ​ພັກ​ເຖິງ 3,690 ຄົນ​ທີ່​ພົວ​ພັນ​ກັບ​ການ​ທຸ​ຈະ​ລິດ​ດັ່ງ​ກ່າວ.

ໃນ​ປັດ​ຈຸ​ບັນ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ມີ​ສະ​ມາ​ຊິກ 348,686 ຄົນ​ຊຶ່ງ​ຈາກ​ການກວດ​ກາ​ໃນ​ປີ 2022 ທີ່​ຜ່ານ​ມາ​ກໍ​ພົບ​ການ​ທຸ​ຈະ​ລິດ ແລະ ໄດ້​ລົງ​ໂທດ​ດ້ວຍ​ການ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ເຖິງ 1,928 ຄົນ​ໃນ​ຂະ​ນະ​ທີ່​ປະ​ຊາ​ຊົນ​ລາວ​ກໍ​ໄດ້​ຮ້ອງ​ຮຽນ​ຕໍ່​ສະ​ພາ​ແຫ່ງ​ຊາດ​ລາວ​ເພື່ອ​ຂໍ​ໃຫ້​ແກ້​ໄຂ​ການ​ທຸ​ຈະ​ລິດ​ຂອງ​ພະ​ນັກ​ງານພັກ ແລະ ລັດ​ຖະ​ບານ​ຈຳ​ນວນເຖິງ 4,817 ກໍ​ລະ​ນີ​ໃນ​ຮອບ 1 ປີ​ທີ່​ຜ່ານ​ມາ.