Lao
This article was added by the user . TheWorldNews is not responsible for the content of the platform.

ອຳນາດການຊື້ສິນຄ້າອຸປະໂພກບໍລິໂພກ ຂອງປະຊາຊົນລາວ ໃນປີ 2023 ຫຼຸດລົງກວ່າ 80 ເປີເຊັນ ເນື່ອງຈາກຄ່າເງິນກີບ ຕົກຕໍ່າລົງຢ່າງຮຸນແຮງ

ອຳນາດການຊື້ສິນຄ້າອຸປະໂພກບໍລິໂພກຂອງປະຊາຊົນລາວໃນປີ 2023 ຫຼຸດລົງກວ່າ 80 ເປີເຊັນ ທຽບກັບປີ 2022 ໂດຍມີສາເຫດມາຈາກຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງທຽບໃສ່ເງິນບາດ ກັບໂດລາສະຫະລັດ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີກະຊວງແຜນການ ແລະ ການລົງທຶນ ເປີດເຜີຍວ່າປະຊາຊົນລາວຖືກ ກະທົບໜັກທີ່ສຸດຈາກບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງນັບ ແຕ່ໄຕມາດທີ 2 ຂອງປີ 2022 ເປັນຕົ້ນມາຈົນເຖິງປັດຈະບັນນີ້ ເນື່ອງຈາກວ່າ ດັດຊະນີລາຄາການຊົມໃຊ້ໄດ້ປັບຕົວສູງເກີນກວ່າ 190 ເປີເຊັນ ແລ້ວນັບຕັ້ງແຕ່ ເດືອນກໍລະກົດ 2023 ເປັນຕົ້ນມາ ໂດຍເຖິງແມ່ນວ່າຈະມີການປັບຂຶ້ນອັດຕາຄ່າ ຈ້າງຂັ້ນຕໍ່າຈາກ 1.3 ລ້ານກີບຂຶ້ນມາເປັນ 1.6 ລ້ານກີບຕໍ່ເດືອນກໍ່ຕາມ ຫາກແຕ່ ດ້ວຍຄ່າຄອງຊີບທີ່ສູງຂຶ້ນ ແລະ ຄ່າເງິນກີບຕົກຕໍ່າລົງຢ່າງຮຸນແຮງ ຈຶ່ງເຮັດໃຫ້ ປະຊາຊົນລາວຕ້ອງໃຊ້ຈ່າຍເພີ່ມຂຶ້ນຈາກເກົ່າເກີນກວ່າ 80 ເປີເຊັນນັ້ນເອງ.

ຍິ່ງໄປກວ່ານັ້ນ ບັນຫາເງິນເຟີ້ ແລະ ຄ່າເງິນກີບຕົກຕໍ່າລົງດັ່ງກ່າວນີ້ ກໍ່ຍັງໄດ້ສົ່ງ ຜົນກະທົບຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາຊົນລາວອີກດ້ວຍ ເມື່ອທຽບໃສ່ເງິນ ໂດລາສະຫະລັດ ກໍ່ຄືສຳລັບປະຊາຊົນໃນທົ່ວປະເທດທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບ ຫຼືເທົ່າກັບ 2,022 ໂດລາຕໍ່ຄົນ ໃນປີ 2022 ນັ້ນ ກໍ່ຈະຄິດເປັນພຽງແຕ່ 1,469 ໂດລາຕໍ່ຄົນເທົ່ານັ້ນໃນປັດຈຸບັນ ໂດຍຫຼຸດລົງເກີນກວ່າ 27 ເປີເຊັນ ທຽບ ໃສ່ປີ 2022. ພ້ອມກັນນີ້ ກໍ່ຍັງໄດ້ສົ່ງຜົນກະທົບຕໍ່ເປົ້າໝາຍການລົບລ້າງບັນຫາ ຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດອີກດ້ວຍ ໂດຍສະ ເພາະແມ່ນເຂດຫ່າງໄກສອກຫຼີກ ເຊັ່ນແຂວງອຸດົມໄຊນັ້ນ ກໍ່ຄືແຂວງນຶ່ງທີ່ມີສັດ ສ່ວນປະຊາກອນທຸກຍາກຫຼາຍທີ່ສຸດ ດັ່ງທີ່ເຈົ້າໜ້າທີ່ໃນແຂວງອຸດົມໄຊ ໃຫ້ການ ຢືນຢັນວ່າ:

“ສ້າງບ້ານພົ້ນທຸກໄດ້ 247 ບ້ານ ກວມເອົາ 52.78 ເປີເຊັນຂອງຈຳນວນບ້ານ ທັງໝົດ ມີຄອບຄົວພົ້ນທຸກ 37,907 ຄອບຄົວ ສ້າງບ້ານພັດທະນາໄດ້ 58 ບ້ານ ກວມເອົາ 12.39 ເປີເຊັນ ຂອງຈຳນວນບ້ານ ແລະ ສ້າງຄອບຄົວພັດທະນາໄດ້ 27,228 ຄອບຄົວ ກວມເອົາ 43.39 ເປີເຊັນ ຂອງຈຳນວນຄອບຄົວທັງໝົດ”

ສ່ວນການສົ່ງເສີມການຜະລິດສິນຄ້າໃນໄລຍະກ່ອນການລະບາດພະຍາດໄວຣັສ ໂຄວິດ-19 ນັ້ນ ໄດ້ເຮັດໃຫ້ 154,000 ກວ່າຄົວເຮືອນຫຼຸດພົ້ນຈາກຄວາມທຸກຍາກ ຄິດເປັນ 97 ເປີເຊັນ ຂອງຈຳນວນຄອບຄົວທັງໝົດໃນເຂດນະຄອນຫຼວງວຽງຈັນ ໃນນີ້ມີ ການຜະລິດສິນຄ້າ 1 ເມືອງ 1 ຜະລິດຕະພັນ (ODOP) ໄດ້ຫຼາຍກວ່າ 250 ຜະລິດຕະພັນ ທີ່ນຳໃຊ້ເທັກນິກທັນສະໄໝ ແຕ່ກໍ່ໄດ້ຮັບຜົນກະທົບຢ່າງໜັກ ໜ່ວງຈາກການລະບາດໄວຣັສໂຄວິດ-19 ຈຶ່ງຈະຕ້ອງດຳເນີນການຟື້ນຟູເພື່ອໃຫ້ ກັບຄືນສູ່ສະພາວະປົກກະຕິໃຫ້ໄດ້ ເຊ່ິງກໍ່ເຊັ່ນດຽວກັນກັບຈຸລະວິສາຫະກິດຫຼາຍ ກວ່າ 2 ແສນລາຍໃນທົ່ວປະເທດ ແຕ່ບັນຫາຄືລັດຖະບານລາວບໍ່ມີເງິນທຶນໃຫ້ ການສະໜັບສະໜຸນ ດັ່ງທີ່ເຈົ້າໜ້າທີ່ໃນກອງທຶນຫຼຸດຜ່ອນຄວາມທຸກຍາກແຫ່ງ ຊາດລາວ ໄດ້ໃຫ້ການຢືນຢັນວ່າ:

ມາຮອດປັດຈຸບັນ ທົ່ວປະເທດໄດ້ຮັບຮອງຄອບຄົວສາມັກຄີຈຳນວນ 1,037,539 ຄອບຄົວ ເທົ່າກັບ 77 ເປີເຊັນ ບ້ານສາມັກຄີປອງດອງຈຳນວນ 6,605 ບ້ານ ເທົ່າກັບ 79 ເປີເຊັນ ເມືອງສາມັກຄືປອງດອງໄດ້ 26 ເມືອງ ເທົ່າກັບ 17.5 ເປີເຊັນ ແລະ ມີ 3 ກອງທຶນ ຄືກອງທຶນສາມັກຄີພັດທະນາມີ 9 ກອງທຶນ ກອງທຶນພັດທະ ນາຂັ້ນບ້ານມີ 402 ກອງທຶນ ແລະ ກອງທຶນສາມັກຄີແນວລາວສ້າງຊາດ

ສ່ວນຜູ້ຊ່ຽວຊານດ້ານສິ່ງແວດລ້ອມທຳມະຊາດ ໄດ້ໃຫ້ທັດສະນະວ່າການພດທະ ນາລາວໃຫ້ເປັນຜູ້ສົ່ງອອກໄຟຟ້າລາຍໃຫຍ່ຂອງອາຊຽນພາຍໃນປີ 2030 ນັ້ນ ຈະສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ກັບບັນດາບໍລິສັດຕ່າງຊາດ ໃນຂະນະທີ່ ປະຊາຊົນລາວຄືຜູ້ທີ່ຖືກກະທົບ ທັງການຖືກເວນຄືນທີ່ດິນ ແລະ ຊັບສິນ ການ ຖືກໂຍກຍ້າຍຈາກທີ່ຢູ່ອາໄສເດີມໄປຢູ່ເຂດຈັດສັນໃໝ່ ແລະ ການທີ່ໄດ້ຮັບເງິນ ຊົດເຊີຍ ແລະ ຄ່າທົດແທນຕ່າງໆທີ່ຕໍ່າກວ່າຄວາມເປັນຈິງ ເປັນຕົ້ນ ຈຶ່ງບໍ່ມີ ຄວາມຈຳເປັນທີ່ລັດຖະບານລາວຈະຕ້ອງສົ່ງເສີມໃຫ້ລົງທຶນສ້າງເຂື່ອນຂະໜາດໃຫຍ່ອີກຕໍ່ໄປ ຫາກແຕ່ຄວນທີ່ຈະພິຈາລະນາ ແລະ ໃຫ້ຄວາມສຳຄັນກັບໂຄງການທີ່ ສາມາດສ້າງອາຊີບ ແລະ ລາຍໄດ້ໃຫ້ກັບປະຊາຊົນລາວໃຫ້ໄດ້ຢ່າງແທ້ຈິງ.