Lao
This article was added by the user . TheWorldNews is not responsible for the content of the platform.

ບັນຫາເສດຖະກິດຝືດເຄືອງ ເປັນສາເຫດຕົ້ນຕໍ ເຮັດໃຫ້ນັກສຶກສາຊາວໜຸ່ມລາວ ໄປເຮັດວຽກໃນຕ່າງປະເທດ ແທນທີ່ຈະຮຽນຂັ້ນສູງຕໍ່ໄປ

ບັນຫາເສດຖະກິດຝືດເຄືອງທີ່ຮ້າຍແຮງຂຶ້ນ ບວກກັບຄວາມສາມາດອັນຈໍາກັດ ຂອງລັດຖະບານ ໃນການສະໜອງງົບປະມານແກ່ຂະແໜງການສຶກສາ ແລະ ສົ່ງເສີມການຜະລິດແລະທຸລະກິດພາຍໃນ ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ ຊາວໜຸ່ມ ເຮັດໃຫ້ນັກຮຽນນັກສຶກສາບໍ່ຢາກຮຽນໜັງສຶ ແລະນັກສຶກສາບາງສ່ວນ ມີຄວາມທໍ້ແທ້ໃຈທີ່ຈະຮຽນຕໍ່ໃນຂັ້ນສູງ ແລະພະຍາຍາມໄປຊອກວຽກເຮັດງານທໍາ ທີ່ບໍ່ຕ້ອງການໃຊ້ຄວາມຮູ້ສູງຢູ່ຕ່າງປະເທດເປັນສ່ວນໃຫຍ່. ນັກຂ່າວຂອງພວກເຮົາມີລາຍງານໃຫ້ວີໂອເອລາວ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.

ເຖິງແມ່ນລັດຖະບານລາວ ຈະເນັ້ນຢໍ້າເຖິງແນວທາງນະໂຍບາຍຂອງຕົນທີ່ເວົ້າ ມາຕະຫລອດ 4 ທົດສະວັດກວ່າວ່າ ຕ້ອງເອົາການສຶກສາ ໄປກ່ອນບາດກ້າວນຶ່ງ ຂອງການພັດທະນາປະເທດຊາດນັ້ນ ກໍຕາມ ແຕ່ໃນສະພາບຕົວຈິງ ມີຫລາຍຄົນຕັ້ງຄໍາຖາມ ແລະສົນທະນາກັນຢ່າງຫລວງຫລາຍໃນຊື່ສັງຄົມອອນລາຍວ່າ ການສຶກສາໃນປະເທດລາວໄດ້ສົ່ງສັນຍານແບບໃດໃຫ້ສັງຄົມຮູ້ ເມື່ອມີນັກຮຽນ ນັກສຶກສາສົນໃຈຮຽນຕໍ່ໃນຂັ້ນສູງໜ້ອຍລົງ. ທ່າອ່ຽງທີ່ວ່ານີ້ ມັນສະແດງອອກໃນຕົວເລກຂອງນັກສຶກສາ ຈົດທະບຽນເຂົ້າສອບເສັງເພື່ອຮຽນໃນມະຫາວິທະຍາໄລຕ່າງໆທົ່ວປະເທດຫລຸດລົງຢ່າງຫລວງຫລາຍ ຊຶ່ງບໍ່ພຽງພໍກັບຄວາມຕ້ອງການ ຫລືຄວາມສາມາດຮອງຮັບຂອງມະຫາວິທະຍາໄລ. ສໍາລັບສົກສຶກສາປີ 2023-2024 ທີ່ຫາກໍ່ເປີດຂຶ້ນໄດ້ບໍ່ພໍເທົ່າໃດອາທິດຜ່ານມາ ຄວາມແຕກໂຕນກັນທີ່ວ່ານີ້ ໃນມະຫາວິທະະຍາໄລ 4 ແຫ່ງຂອງລາວ ມີຄື:

  1. ມະຫາວິທະຍາໄລສຸພານຸວົງຢູ່ຫລວງພະບາງ: ລົງທະບຽນຮຽນ 484 ຄົນ ຂະນະທີ່ມີຄວາມຕ້ອງການ 1566 ຄົນ
  2. ມະຫາວິທະຍາໄລສະຫວັນນະເຂດ: ລົງທະບຽນ 271 ຄົນ, ທີ່ຈິງມີຄວາມຕ້ອງການ 1516 ຄົນ
  3. ມະຫາວິທະຍາໄລຈໍາປາສັກ: ລົງທະບຽນ 221 ຄົນ, ຕ້ອງການ 1405. ຄົນ
  4. ມະຫາວິທະຍາໄລແຫ່ງຊາດ: ລົງທະບຽນ 7440 ຄົນ ຂະນະທີ່ມີຄວາມ ຕ້ອງການ 6688 ຄົນ

ແມ່ນແຕ່ມະຫາວິທະຍາໄລແຫ່ງຊາດທີ່ເປັນມະຫາວິທະຍາໄລໃຫຍ່ທີ່ສຸດຂອງ ລາວ ຈໍານວນນັກສຶກສາລົງທະບຽນເພື່ອເຂົ້າສອບເສັງເຂົ້າຮຽນແມ່ນຫລຸດລົງ ເລື້ອຍໆ ນັບແຕ່ສົກຮຽນປີ 2020-2021 ທີ່ມີ 16,700 ກວ່າຄົນ ຫລຸດລົງມາເປັນ 9,000 ກວ່າຄົນໃນສົກຮຽນປີ 2021-2022.

ແຕ່ກົງການຂ້າມ ຕົວເລກຂອງຊາວໜຸ່ມລາວ ທີ່ລົງທະບຽນຂໍໄປເຮັດວຽກໃນຕ່າງປະເທດເຊັ່ນເກົາຫລີໃຕ້ ແລະຍີ່ປຸ່ນຜັດມີຫລາຍສິບພັນຄົນ ໃນເດືອນຜ່ານມາ ເຖິງແມ່ນວ່າ ການຮັບເອົາກໍາມະກອນໄປເຮັດວຽກໃນປະເທດເຫລົ່ານີ້ ແມ່ນມີພຽງແຕ່ 2,000 ຫາ 3,000 ຄົນຕໍ່ປີກໍຕາມ, ອີງຕາມແຫລ່ງຂ່າວທ້ອງຖິ່ນ.

ສາເຫດຕົ້ນຕໍກໍຄືຄວາມເຊື່ອ ແລະສັດທາຂອງຊາວໜຸ່ມ ແລະສັງຄົມລາວ ໃນປັດຈຸບັນຕໍ່ການສຶກສາຂັ້ນສູງ ທີ່ຄິດວ່າ ຈະນໍາພາໄປຫາໂອກາດທີ່ມີວຽກເຮັດງານທໍາທີ່ດີ ແລະຄວາມກ້າວໜ້າໃນຫລາຍໆດ້ານນັ້ນ ປາກົດວ່າໄດ້ເສື່ອມລົງໄປ ດັ່ງທີ່ ນັກຮຽນຜູ້ນຶ່ງທີ່ຫາກໍຮຽນຈົບມັດທະຍົມປາຍ ແລະໄດ້ຕັດສິນໃຈໄປຊອກເຮັດວຽກ ໃນປະເທດໄທເປີດເຜີຍສູ່ຟັງວ່າ:

“ນ້ອງຫາກະຈົບມໍ 7 ໃໝ່ໆ ຄັນວ່າຮຽນຕໍ່ໄປກະຄືເປືອງເງິນພໍ່ແມ່ ຄິດວ່າຊິໄປເຮັດວຽກເປັນແບບພະນັກງອກ ພະນັກງານ ແຕ່ກະເງິນເດືອນ ກະເງິນເດືອນສອງລ້ານປາຍນິດໆນ່ອຍໆ ຄັນຄວາມຄິດວ່າ ຄັນໄປເຮັດວຽກຂາຍເຄື່ອງອອນລ໊ອກອອນໄລນ໌ນໍາບໍລິສັດກະບໍ່ພໍຄ່ານໍ້າມັນລ໊ອກນໍ້າມັນລົດ ຄວາມຄິດນ້ອງວ່າ ຄັນໄປເຮັດວຽກຢູ່ປະເທດໄທ ກະໜ້າຈະດີກ່ອນ ຈຶ່ງບໍ່ເສຍເວລາ ແລະເສຍເງິນ. ເງິນເດືອນຢູ່ປະເທດລາວ ກະແບບນ້ອຍໆ ຮຽນກະຊິຈົບຢູ່ແຕ່ກະຊອກເຮັດວຽກກະຍາກ ລະຄວາມຄິດວ່າ ໄປເຮັດວຽກຢູ່ປະເທດໄທໜ້າຈະດີ ”.

ຄ້າຍຄືກັນ ບັນດາຄູອາຈານກໍເຫັນວ່າ ເສດຖະກິດຝືດເຄືອງຄືສາເຫດສໍາຄັນທີ່ ພາໃຫ້ນັກສຶກສາຫລາຍຄົນບໍ່ຢາກຮຽນຕໍ່ໃນຂັ້ນສູງ ດັ່ງທີ່ອະດີດພະນັກງານ ທ່ານນຶ່ງໃນກະຊວງສຶກສາໃຫ້ເຫດຜົນວ່າ:

“ເງິນເຟີ້ ສອງຈົບມາ ບໍ່ມີວຽກໃຫ້ເຮັດ ຈັກຊິເຮັດແນວໃດ ມາຮຽນນີ້ ກະຮັບພາລະໃຫ້ພໍ່ແມ່ຫລາຍ ເງິນຊິເອົາມາແຕ່ໃສ ເງິນເຟີ້ຄືສູ່ມື້ນີ້”.

ສ່ວນທາງການນໍາຂອງມະຫາວິທະະຍາໄລແຫ່ງຊາດ ກໍໄດ້ອອກມາຊີ້ແຈງຕໍ່ສື່ ມວນຊົນລາວວ່າ ສາເຫດນຶ່ງທີ່ພາໃຫ້ຈໍາພວກນັກສຶກສາລົງທະບຽນສອບເສັງເຂົ້າມະຫາວິທະຍາໄລຂອງລາວ ໜນ້ອຍລົງ ແມ່ນເປັນຍ້ອນວ່າ ນັກສຶກສາໄດ້ຮັບທຶນໄປຮຽນຕ່າງປະເທດ ໂດຍສະເພາະແມ່ນໄປຈີນກັບຫວຽດນາມນັ້ນ ຫລາຍຂຶ້ນ.

ແຕ່ແນວໃດກໍຕາມ ປາກົດວ່າ ບັນຫາທີ່ໃຫຍ່ໄປກວ່ານັ້ນ ກໍຄືນັກຮຽນໃນທຸກລະດັບ ໄດ້ປະລະການຮຽນຫລາຍຂຶ້ນ ໂດຍສະເພາະໃນເຂດຊົນນະບົດຊຶ່ງຄິດສະເລ່ຍແລ້ວ ແມ່ນສູງກວ່າ 20 ເປີເຊັນ ຂອງຈໍານວນນັກຮຽນປະຖົມທັງໝົດຊຶ່ງເປັນສາເຫດທີ່ສໍາຄັນປະການນຶ່ງ ທີ່ພາໃຫ້ມີນັກສຶກສາລາວ ລົງທະບຽນເຂົ້າຮຽນໃນມະຫາວິທະຍາໄລໃນລາວ ໜ້ອຍລົງ.

ສ່ວນທະນາຄານໂລກນັ້ນ ໃນມໍ່ໆມານີ້ ໄດ້ວິເຄາະວ່າ ໄພ​ເງິນ​ເຟີ້​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ຄອບຄົວ​ຄົນລາວ ​ເກືອບຮອດ 90 ​ເປີ​ເຊັນ ໃນ​ຂະ​ນະທີ່ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ແລະ​ຄ່າ​ຈ້າງງານໃນ​ພາກ​ລັດ​ໄດ້ຫລຸດລົງ​ 27 ເປີເຊັນ ແລະ 24 ເປີເຊັນຂອງ​ມູນ​ຄ່າ​ຕົວ​ຈິງ ຕາມລໍາດັບ ​ໃນ​ໄລ​ຍະປີ 2020-2022 ຊຶ່ງບັງຄັບ​ໃຫ້​ເຂົາ​ເຈົ້າ​ຕ້ອງ​ໃຊ້​ຍຸດ​ທະ​ສາດໃນການ​ຮັບ​ມືກັບຜົນກະທົບທີ່ຕາມມາ ຊຶ່ງໃນນັ້ນ ຫຼາຍກວ່າສາມສ່ວນສີ່ຂອງຄົວເຮືອນທີ່ໄດ້ຮັບຜົນກະທົບທີ່ວ່ານີ້ ໄດ້ຫຼຸດຜ່ອນການບໍລິໂພກອາຫານ ຫຼື ປ່ຽນໄປໃຊ້ເຄື່ອງລາຄາຖືກກວ່າ, ຜະລິດເອງ ຫຼື ຊອກພືດຜັກ ແລະສັດປ່າມາກິນ. ອັນນີ້ອາດເຮັດໃຫ້ຄວາມໝັ້ນຄົງດ້ານສະບຽງອາຫານ ແລະໂພຊະນາການບໍ່ໄດ້ຮັບຜົນດີ. ນອກນັ້ນ ຫຼາຍ​ກວ່າ​ເຄິ່ງ​ນຶ່ງຂອງຄອບຄົວທີ່ນອນໃນ 90 ເປີເຊັນຂອງຄົນລາວ ໄດ້​ຫຼຸດ​ຜ່ອນ​ການ​ໃຊ້​ຈ່າຍໃນ​ດ້ານ​ການ​ສຶກ​ສາ ແລະ​ສຸ​ຂະ​ພາບ. ມີ​ລາຍ​ງານ​ວ່າ ປະມານ 7 ເປີເຊັນ​ຂອງ​ເດັກນ້ອຍ​ທີ່​ມາ​ຈາກ​ຄອບຄົວ​ທີ່​ມີ​ລາຍ​ໄດ້​ຕ່ຳ​ ໄດ້​ເຊົາ​ຮຽນ​ໃນ​ປີ 2022, ຕົ້ນຕໍ​ແມ່ນ​ຍ້ອນ​ເຫດຜົນ​ດ້ານ​ການ​ເງິນ.