Lao
This article was added by the user . TheWorldNews is not responsible for the content of the platform.

ເຍົາວະຊົນລາວ ໄດ້ພາກັນຢຸດເຊົາການຮຽນໜັງສືເພີ້ມຂຶ້ນນັບມື້ ເພາະບັນຫາເສດຖະກິດຕົກຕໍ່າຢ່າງໜັກ

ເຍົາວະຊົນລາວ ໄດ້ພາກັນຢຸດເຊົາການຮຽນໜັງສືເພີ້ມຂຶ້ນນັບມື້ ເພາະບັນຫາເສດຖະກິດຕົກຕໍ່າຢ່າງໜັກ ໄດ້ສົ່ງຜົນເຮັດໃຫ້ຜູ້ປົກຄອງຂອງນັກຮຽນບໍ່ມີທຶນການສຶກສາຢ່າງພຽງພໍ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ນັກທຸລະກິດຈີນໃນລາວໃຫ້ທັດສະນະວ່າ ສະພາບການທີ່ໜ້າເປັນຫ່ວງຢ່າງຍິ່ງສໍາລັບ ສປປ ລາວ ໃນປັດຈຸບັນ ກໍຄືການຢຸດເຊົາການຮຽນໜັງສືຂອງບັນດາເຍົາວະຊົນລາວທີ່ມີທ່າອ່ຽງເພີ້ມຂຶ້ນນັບມື້ ໂດຍມີສາເຫດມາຈາກບັນຫາທາງເສດຖະກິດ ແລະຄ່າເງິນກີບຕົກຕໍ່າລົງຢ່າງໜັດຈາກບັນຫາເງິນເຟີ້ ແລະຄ່າເງິນກີບຕົກຕໍ່າລົງຮຸນແຮງ ນັບແຕ່ໄຕມາດທີສອງຂອງປີ 2022 ເປັນຕົ້ນມາ ຈົນເຖິງປັດຈຸບັນນີ້ ເນື່ອງຈາກວ່າດັດຊະນີລາຄາການຊົມໃຊ້ໄດ້ປັບໂຕສູງເກີນກວ່າ 190 ເປີເຊັນແລ້ວ ນັບຕັ້ງແຕ່ເດືອນກໍລະກົດປີ 2023 ເປັນຕົ້ນມານັ້ນ ໄດ້ເຮັດໃຫ້ບັນດາຜູ້ປົກຄອງຂອງນັກຮຽນບໍ່ມີທຶນສະໜັບສະໜຸນສໍາລັບການສຶກສາໃນລະດັບສູງຂຶ້ນຂອງລູກຫຼານຂອງພວກເຂົາເຈົ້າ ເຊິ່ງສະພາບການດັ່ງກ່າວນີ້ຖືເປັນປັດໄຈທີ່ສໍາຄັນ ທີ່ຈະສ້າງບັນຫາຂາດຊັບພະຍາກອນມະນຸດ ທີ່ມີຄຸນນະພາບໃຫ້ແກ່ລາວເພີ້ມຂຶ້ນອີກໃນໄລຍະຍາວ.

ນັກທຸລະກິດຈີນໃຫ້ການຢືນຢັນວ່າ ສາເຫດສໍາຄັນທີ່ເຮັດໃຫ້ບັນດາບໍລິສັດຕ່າງຊາດທີ່ລົງທຶນໃນລາວຍັງຕ້ອງນໍາເຂົ້າແຮງງານຈາກຕ່າງປະເທດເພາະວ່າແຮງງານລາວບໍ່ສາມາດຕອບສະໜອງຕາມຄວາມຕ້ອງ ການຂອງບໍລິສັດຕ່າງຊາດໄດ້ຢ່າງພຽງພໍ ເນື່ອງຈາກວ່າແຮງງານລາວສ່ວນໃຫຍ່ເປັນແຮງງານບໍ່ມີຝີມື ກໍຄືບໍ່ມີຄວາມຮູ້-ຄວາມສາມາດທາງດ້ານເທັກນິກສະໄໝ ໃໝ່ໃນອຸດສາຫະກໍາການຜະລິດສິນຄ້າຕ່າງໆ ລວມທັງນັກຮຽນ-ນັກສຶກສາສ່ນຫຼາຍໃນລາວຕ່າງກໍມີເປົ້າໝາຍທີ່ຈະໄດ້ເຮັດວຽກເປັນພະນັກງານຂອງລັດດ້ວຍນັ້ນ ຈຶ່ງນັບເປັນສິ່ງທີ່ຜິດພາດຫຼາຍສໍາລັບການພັດທະນາປະເທດຊາດດັ່ງທີ່ນັກທຸລະກິດຈີນໃນລາວໄດ້ໃຫ້ການຢືນຢັນວ່າ:

“ມັນຂຶ້ນກັບພື້ນຖານປະຊາກອນ ອນນີ້ສໍາຄັນທີ່ສຸດ ຄົນລາວມີແຕ່ 7 ລ້ານຄົນເນາະ ຊໍ່າກັບປະຊາກອນເມືອງນຶ່ງຂອງຈີນ ແຕ່ເບິ່ງອີກດ້ານນຶ່ງ ເປັນຫຍັງປະເທດພັດທະນາແລ້ວເນາະ ຄືພວກປະເທດຢູໂຣບປະຊາກອນໜ້ອຍ ແຕ່ວ່າເຂົາລວຍເນາະ ຂໍຝາກໃຫ້ນ້ອງໆທັງຫຼາຍຕ້ອງໝັ້ນຮຽນ ບາງທີ່ເຮົາຄິດວ່າປະລິນຍາແລ້ວກໍຕໍາແໜ່ງໜ້າທີ່ການງານບໍ່ໄດ້ ແຕ່ວ່າມັນຈະສ້າງຜົນປະໂຫຍດໃຫ້ເຈົ້າຕະຫຼອດຊີວິດໄດ້ ມັນຄືພະລັງຂຶງຄວາມຮູ້ ປ່ຽນແປງໂຕເຈົ້າເອງກ່ອນ ແລະຈຶ່ງມາປ່ຽນແປງສັງຄົມ ແລ້ວຈຶ່ງພັດທະນາປະເທດຊາດ.”

ໃນປັດຈຸບັນນີ້ ອັດຕາການເຂົ້າຮຽນໃນລະດັບປະຖົມສຶກສາ ລະດັບມັດທະຍົມຕົ້ນ ແລະມັດທະຍົມປາຍໃນລາວ ຢູ່ທີ່ອັດຕາສະເລ່ຍ 97.9 ເປີເຊັນ ກັບ 82.2 ເປີເຊັນ ແລະ 47.8 ເປີເຊັນ ຕາມລໍາດັບ ໂດຍເຖິງແມ່ນວ່າຈະເປັນການພັດທະນາດ້ານການສຶກສາທີ່ມີການຂະຫຍາຍໂຕເພີ້ມຂຶ້ນໃນທຸກລະດັບກໍຕາມ ຫາກແຕ່ການພັດທະນາການສຶກສາໃນລາວກໍຍງັບໍ່ມີຄຸນນະພາບເພາະຫຼັກສູດການສຶກສາຂັ້ນສູງໃນລາວບໍ່ສອດຄ່ອງກັບຄວາມຕ້ອງການໂຕຈິງຂອງບໍລິສັດຕ່າງຊາດທີ່ລົງທຶນໃນລາວຈຶ່ງເຮັດໃຫ້ເຍົາວະຊົນລາວທີ່ມີຖານະດີໄດ້ພາກັນໄປສຶກສາຕໍ່ໃນຕ່າງປະເທດດັ່ງທີ່ເຈົ້າໜ້າທີ່ມະຫາວິທະຍາໄລແຫ່ງຊາດລາວໄດ້ຢືນ ຢັນວ່າ:

“ຈໍານວນນັກສຶກສາຂອງພວກເຮົານີ້ ແຕ່ລະປີມັນຫຼຸດລົງ ເຮົາກະເຫັນໄດ້ຢ່າງຊັດເຈນ ກໍຄືພວກເຮົາຮູ້ແລ້ວວ່າ ປະຊາກອນລາວເຮົານີ້ນ່ະ ມັນກະບໍ່ໄດ້ຫຼາຍພໍເທົ່າໃດ ແລ້ວຕະຫຼາດການຈ້າງງານມີຈໍານວນຈຳກັດ, ສອງກະແມ່ນຍ້ອນວ່າໃນປັດຈຸບັນນີ້ ມີການເປີດກວ້າງການຮ່ວມມືກັບພາກພື້ນ ແລະສາກົນນີ້ ກະມີຫຼາຍ ກະສາມາດໄປສຶກສາຮໍ່າຮຽນຢູ່ຕ່າງປະເທດ ເຊິ່ງຫຼາຍຄົນກະມີລະດັບການສຶກສາເກັ່ງ ເສັງເອົາທຶນຂອງອົງການຈັດຕັ້ງສາກົນຕ່າງໆ ກໍເຮັດໃຫ້ຈໍານວນນີ້ໄປຕ່າງປະເທດ.”

ນອກຈາກນັ້ນ, ການປະລະການຮຽນລະດັບປະຖົມສຶກສາໃນເຂດຊົນນະບົດ ມີອັດຕາສະເລ່ຍສູງເຖິງ 25 ເປີເຊັນ ຂອງຈໍານວນນັກຮຽນທັງໝົດນັ້ນ ກໍຍັງຖືເປັນສາເຫດສໍາຄັນອີກປະການນຶ່ງ ທີ່ເຮັດໃຫ້ເຍົາວະຊົນລາວຕ້ອງຕົກຢູ່ໃນສະຖານະການຫວ່າງງານເກີນກວ່າ 40 ເປີເຊັນ ໃນປັດຈຸບັນນີ້ ອັນລວມເຖິງການຂາດງົບປະມານຂອງລັດຖະບານລາວ ສໍາລັບນໍາໃຊ້ເພື່ອການພັດທະນາຝືມືແຮງງານລາວອີກດ້ວຍ.