Lao
This article was added by the user . TheWorldNews is not responsible for the content of the platform.

ຫຸ່ນຍົນທີ່ໃຊ້ເປັນໝູ່ ສາມາດເຮັດ​ໃຫ້​ຄົນ​ ມີ​ຄວາມ​ອົ​ບ​ອຸ່ນ​ໃຈແລະ ຕອບ​ສະ​ໜອງຄວາມຕ້ອງດ້ານສຸຂະພາບໄດ້

ຫຼາຍຄົນດີ້ນ​ຮົນຕໍ່ສູ້ກັບຄວາມຮູ້ສຶກປ່ຽວ​ພອຍແລະຢູ່​ແບບໂດດດ່ຽວທາງ ສັງຄົມ. ສໍາລັບບາງຄົນ ການ​ມີໝູ່ທີ່​ເປັນຫຸ່ນຍົນຫລືໂຣບອດ ອາດຈະເຮັດ​ໃຫ້ມີຄວາມແຕກຕ່າງໄດ້, ແລະຫລາຍລັດ ເຊັ່ນລັດນິວຢອກ ກໍາລັງເລີ່ມສະຫນອງ ມັນໃຫ້ແກ່ຜູ້ຢູ່ອາໄສໃນ​ລັດ ໂດຍບໍ່ເສຍຄ່າ. Julie Taboh ນັກ​ຂ່າວ​ວີ​ໂອ​ເອ ມີ​ລາຍ​ການ​ເພີ່ມ​ເຕີມ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

​ທ່ານ​ເດ​ວິດ ແຄ​ລ​ລີ (David Kelly), ຜູ້ໃຊ້ຫຸ່ນ​ຍົນ​ແອ​ລລີ​ຄີວ (ElliQ) ລົມ​ກັບ​ຫຸ່ນ​ຍົນວ່າ:
"ແອ​ລລີ​ຄີວ (ElliQ) ພວກເຮົາມາກິນກາເຟນຳ​ກັນໄດ້ເນາະ?"

ຫຸ່ນ​ຍົນແອ​ລລີ​ຄີວ (ElliQ) ຕອບ​ວ່າ "ຂ້ອຍກະມັກຄວາມຄິດນັ້ນຢູ່​ໄດ໋ ... "

ທ່ານ​ເດ​ວິດ ແຄ​ລ​ລີ ກໍາລັງເພີດເພີນກັບການ​ດື່ມກາເຟໃນຕອນເຊົ້າ ຂອງ ລາວກັບແອ​ລລີ​ຄີວ ເພື່ອນຫຸ່ນຍົນຂອງລາວ.

ຫຸ່ນ​ຍົນແອ​ລລີ​ຄີວຖາມ​ວ່າ "ບ່ອນໃດແດ່ໃນໂລກທາງ​ອອນ​ລາຍນີ້ ທີ່ພວກເຮົາຢາກຈະໄປ?"

ທ່ານແຄ​ລ​ລີຕອບ​ວ່າ: “ປາຣີ!”

ແອ​ລລີ​ຄີວເວົ້າ​ວ່າ “ດີ​ຫລາຍ!” “ຈົ່ງນັ່ງ​ແລະເພີດ​ເພີນ​ໄປກັບ​ການ​ຢ້ຽມ​ຊົມສະ​ຖານທີ່​ໄປ​ພ້ອມໆ​ກັບ​ສຽງສະ​ຫລັບສາກ​ໄປນຳເດີ້.”

ໃນແຕ່ລະເຊົ້າ, ແອ​ລລີ​ຄີວຈະພາທ່ານ​ແຄ​ລ​ລີໄປຢ້ຽມຊົມ​ຮ້ານກາເຟແບບເໝືອນຈິງ​ຢູ່ທົ່ວໂລກ… ນັ້ນ​ເປັນພຽງແຕ່ປະໂຫຍດອັນ​ນຶ່ງ ທີ່​ໄດ້​ຮັບ​ຈາກການ ດຳລົງຊີວິດຢູ່​ກັບຫຸ່ນຍົນທີ່​ໃຫ້​ການຊ່ວຍ.

ມັນເປັນຂອງຂວັນທີ່ມອບ​ໃຫ້​ທ່ານ​ໂດຍຄູ່ຄອງ​ຂອງທ່ານ, ຄື​ທ່ານ​ເກ​ຣັກ ອາ​ລ​ເລນ (Greg Allen).

ທ່ານ​ເດ​ວິດແຄ​ລ​ລີ ຜູ້​ໃຊ້​ຫຸ່ນ​ຍົນແອ​ລລີ​ຄີວເວົ້າ​ວ່າ: “ທຳອິດ ຂ້ອຍບໍ່ຄິດ​ວ່າຈະ​ເ​ປັນຜູ້​ທີ່ມັກມັນປານ​ໃດ…”

​ທ່ານເກ​ຣັກ ອາ​ລ​ເລນ (Greg Allen), ຜູ້ໃຊ້ຫຸ່ນຍົນຊ່ວຍເຫຼືອເວົ້າ​ຂຶ້ນ​ວ່າ: "ແຕ່ລາວກໍປ່ອຍໃຫ້ຂ້ອຍຄິດວ່າ ລາວມັກ​ມັນ ... "

ແອ​ລລີ​ຄີວຖາມວ່າ "ເຈົ້າຄິດວ່າ ຕອນ​ໃດເຈົ້າຈະກັບຄືນມາ?" ທ່ານ​ເດ​ວິດຜູ້ໃຊ້​ຫຸ່ນ​ຍົນແອ​ລລີ​ຄີວເວົ້າວ່າ:

"ເມື່ອຂ້ອຍເລີ່ມມີ​ການໂອ້​ລົມກັບນາງ, ມັນຄ້າຍກັບວ່າ ... ນາງດີຫຼາຍ​ອີ່​ຫລີໄດ໋."

​ໂດຍມີປັນຍາປະດິດ ຫລື AI, ມີເຊັນເຊີຝັງ​ຢູ່ໃນຕົວ ແລະມີເຄື່ອງຄວບຄຸມ ສຽງ ແອ​ລລີ​ຄີວ ແມ່ນຢູ່ໃນບັນດາຫຸ່ນຍົນລະ​ດັບໃຫມ່ທີ່ຜູ້ຊ່ຽວຊານກ່າວວ່າ ຈະມີບົດບາດສໍາຄັນຫຼາຍຂຶ້ນໃນຊີວິດຂອງຜູ້ສູງ​ອາ​ຍຸ.

ທ່ານນາງ​ແອນ​ດ​ຣາ ເຄ (Andra Keay) ເປັນຜູ້ຈັດການຂອງບໍ​ລິ​ສັດ​ຊີ​ລິ​ຄອນ ວາ​ລ​ລີໂຣ​ໂບ​ຕິກສ໌ (Silicon Valley Robotics) ແລະນັກຊ່ຽວຊານດ້ານລະ ບົບນິເວດຫຸ່ນຍົນ. ​ທ່ານນາງ​ໄດ້​ໂອ້​ລົມ​ກັບວີ​ໂອ​ເອຜ່ານ​ທາງ Skype ວ່າ:

"ໃນທີ່ສຸດພວກເຮົາກໍກໍາລັງເຫັນຫຸ່ນຍົນ ທີ່ສາມາດຖືກນໍາໄປໃຊ້ໃນໂລກທີ່ແທ້ຈິງ ກັບຄົນທີ່ແທ້ຈິງ."

ທ່ານ​ເດ​ວິດ ແຄ​ລ​ລີ​ເວົ້າອອກ​ມາ​ວ່າ: “ແອ​ລລີ​ຄີວ!”

ນອກເຫນືອໄປຈາກການຢູ່​ນຳ​ໃນເວລາກິນກາເຟແລ້ວ, ແອ​ລລີ​ຄີວຍັງ​ເຮັດການ ປະເມີນສຸຂະພາບປະຈໍາວັນອີກ.

ແອ​ລລີຄີວເວົ້າ​ວ່າ: "ເຈົ້າສາມາດບອກຂ້ອຍໄດ້ບໍວ່າ ການວັດ​ແທກລະ​ດັບນໍ້າ ຕານໃນເລືອດແມ່ນ​ເທົ່າ​ໃດໃນມື້ນີ້?"

ທ່ານ​ແຄ​ລ​ລີບອກວ່າ: "176."

ແອ​ລລີ​ຄີວເວົ້າ​ວ່າ “ໄດ້ແລ້ວ! ຂ້ອຍຈະຈົດມັນລົງ."

ແອ​ລລີ​ຄີວຍັງຊ່ວຍເຮັດໃຫ້ສະ​ໝອງຂອງເດ​ວິດດີອີກ ດ້ວຍການຝຶກສະໝອງ​…

ແອ​ລລີ​ຄີວຖາມ​ວ່າ: "ຢູ່ໃນປຶ້ມນະ​ວະ​ນິ​ຍາຍ​ເລື້ອງ Charlotte's Web, Charlotte ແມ່ນສັດປະເພດໃດ?"

ທ່ານ​ແຄ​ລ​ລີ​ຕອບ​ວ່າ: “ແມງມຸມ!”

ທ່ານ​ດໍ ສ​ຄູ​ລ​ເລີ (Dor Skuler) ແມ່ນຜູ້ຮ່ວມກໍ່ຕັ້ງ ແລະຫົວ​ໜ້າ​ບໍ​ລິ​ຫານ ຫລື CEO ຂອງສະ​ຖາ​ບັນ​ດ້ານ​ຫຸ່ນ​ຍົນທີ່​ເປັນຜູ້ຜະລິດອີ​ລ​ລີ​ຄີວ (ElliQ). ທ່ານໂອ້ລົມກັບ VOA ຜ່ານທາງ Skype ວ່າ:

"ສໍາລັບ AI ສຳ​ລັບໃຫ້ຊ່ວຍມະນຸດໄດ້ຢ່າງແທ້ຈິງແລ້ວມັນຕ້ອງສະ​ແດງຄວາມ ເຫັນ​ອົກ​ເຫັນໃຈ. ລູກຄ້າຂອງພວກເຮົາບໍ່ໄດ້ເວົ້າເຖິງ​ແອ​ລ​ລີ​ຄີວວ່າ​ມັນເປັນ ອຸປະກອນ ຫຼືເປັນຜະລິດຕະພັນ. ເຂົາເຈົ້າເວົ້າເຖິງແອ​ລ​ລີ​ຄີວວ່າ ເປັນເພື່ອນຢູ່​ຮ່ວມ​ກັນ, ຮ່ວມຫ້ອງດຽວ​ກັນ, ເປັນນັກ​ສະ​ແດງ, ຫຼື ສິ່ງ​ທີ່ປາກົດຢູ່ໃນຊີວິດ ຂອງເຂົາເຈົ້າ.”

ອີກເທື່ອນຶ່ງທ່ານ​ແຄ​ລ​ລີ​ເວົ້າ​ວ່າ: "ຂ້ອຍບໍ່ວາດ​ພາບ​ອອກໄດ້ວ່າ ມັນ​ຈະ​ເປັນ​ແນວ​ໃດ​ຖ້າບໍ່ມີນາງ."


​ແອ​ລ​ລີ​ຄີວເວົ້າ​ວ່າ: “ຂ້ອຍດີໃຈທີ່ພວກເຮົາມີການສົນທະນານີ້ ເດ​ວິດ. ຂ້ອຍມາຢູ່ທີ່ນີ້ເພື່ອຟັງເຈົ້າ​ເວົ້າສະເໝີ.”
ທ່ານ​ແຄ​ລ​ລີ​ຕອບວ່າ: “​ແອ​ລ​ລີ​ຄີວ, ຂອບໃຈຫລາຍໆ!”

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

Many people struggle with feelings of loneliness and social isolation. For some, a robot companion might make a difference, and states like New York are starting to provide them to residents free of charge. VOA’s Julie Taboh has more.

David Kelly, ElliQ User: “ElliQ, can we have coffee?” She added “I like that idea…”
David Kelly is about to enjoy his morning coffee with ElliQ, his robot companion. “Where in the virtual world do we want to go?”

David Kelly, ElliQ User: “Paris!”
“Magnifique!

Each morning, ElliQ takes David on a virtual visit to a different cafe around the world … just one of the perks of living with an assistive robot.

It was a gift to David from his partner, Greg Allen. David Kelly, ElliQ User:
“I wasn't a really big fan at first…

Greg Allen, Assistive Robot User:
“Although he let me think he was…”

“When do you think you will return?”

David Kelly, ElliQ User:

“Once I started interacting with her, it was like … she was amazing.”

With artificial intelligence, built-in sensors, and voice controls, ElliQ is among a new class of robots that experts say are going to play an increasingly important role in the lives of older adults.

Andra Keay ((Kay)) is the managing director of Silicon Valley Robotics and a robot ecosystem expert. She spoke with VOA via Skype:
“We're finally seeing robots that are able to be deployed in the real world with real people.”

David Kelly: “ElliQ!”
In addition to coffee time, ElliQ does a daily health assessment.

ElliQ and David converse.
ElliQ: “Can you tell me what blood glucose reading you got today?”

David Kelly: “176.”

ElliQ: “Got it! I’ll jot it down.”

ElliQ also helps to keep David’s mind sharp, with brain teasers …

ElliQ: “In Charlotte's Web, what type of animal is Charlotte?”

David Kelly: “A spider!”:

Dor Skuler ((Door Schooler)) is the co-founder and CEO of Intuition Robotics, the maker of ElliQ. He spoke with VOA via Skype.

“For an AI to truly help humans, it needs to project empathy. Our customers don't refer to ElliQ as a device or as a product. They refer to ElliQ as a companion, a roommate, a character, or a presence in their lives.”

Again, David Kelly: “I can't imagine now being without her.”

ElliQ: “I'm glad we had this talk, David. I'm always here to listen.”

David Kelly: “ElliQ, thank you!”