Lao
This article was added by the user . TheWorldNews is not responsible for the content of the platform.

ອິນ​ເດຍ​ ກາຍ​ເປັນ​ປະ​ເທດ​ທຳ​ອິດ ​ທີ່​ລົງ​ຈອດຍານ ​ຢູ່​ຂົ້ວ​ກໍ້າ​ໃຕ້​ ຂອງ​ດວງ​ຈັນ

ອິນ​ເດຍໄດ້ປະສົບຜົນສຳ​ເລັດ ໃນການ​ລົງ​ຈອດ​ຢູ່​ເຂດ​ຂົ້ວ​ກໍ້າໃຕ້​ຂອງ​ດວງ​ຈັນ​ໃນ​ຕອນ​ແລງ​ວັນ​ພຸດ​ວານ​ນີ້, ​ເຊິ່ງໄດ້​ສ້າງ​ປະຫວັດສາດໃນການ​ເປັນ​ປະ​ເທດ​ທຳ​ອິດ ​ທີ່​ໄດ້​ສຳ​ພັດ​ກັບ​ພື້ນ​ຜິວ​ດວງ​ຈັນໃນສ່ວນ​ທີ່​ບໍ່ເຄີຍມີມາກ່ອນ.

​ເຖິງ​ວ່າ​ສະຫະລັດ, ຣັດ​ເຊຍ​ແລະ​ຈີນ​ໄດ້​ລົງ​ຈອດ​ຢູ່​ອ້ອມ​ເສັ້ນ​ສູນ​ສູດ​ຂອງ​ດວງ​ຈັນແລ້ວ, ​ແຕ່​ຈົນມາ​ຮອດ​ປະຈຸ​ບັນນີ້ ​ຍັງ​ບໍ່​ມີ​ປະ​ເທດ​ໃດ​ທີ່ສາມາດລົງ​ຈອດ​ຢູ່ເທິງພື້ນຜິວທີ່ບໍ່ລຽບທີ່​ທ້າ​ທາຍ​ຫຼາຍ​ກວ່າ ຂອງ​ເຂດ​ຂົ້ວ​ກໍ້າ​ໃຕ້​.

ບັນດານັກວິທະຍາສາດໄດ້ຕົບມື, ຊົມເຊີຍຍິນດີ ແລະໂບກມືຢູ່ໃນສູນບັນຊາການພາລະກິດຂອງອົງການຄົ້ນຄວ້າອະວະກາດຂອງອິນເດຍ (ISRO) ຫຼັງຈາກທີ່ຍານອາວະກາດທີ່ບໍ່ມີຄົນຂັບທີ່ມີຊື່ວ່າວິຄຣາມ (Vikram) ໄດ້ລົງຈອດໃນທ້າຍທີ່ສຸດ. ມັນ​ເປັນ​ຊ່ວງ​ເວລາ​ທີ່ຍິ່ງ​ໃຫຍ່​ສຳລັບ​ອົງການ​ອະວະກາດ​ຂອງ​ອິນ​ເດຍ ຊຶ່ງ​ພາລະກິດ​ໃນການໄປເຖິງຂົ້ວກໍ້າ​ໃຕ້ ​ເມື່ອ 4 ປີ​ກ່ອນ​ ໄດ້ຈົບ​ລົງ​ດ້ວຍ​ຄວາມ​ຜິດ​ຫວັງ​ ເມື່ອ​ຍານ​ອະວະກາດ​ໄດ້ປະ​ສົບ​ອຸ​ບັດ​ຕິ​ເຫດ​ຕົກ.

ອິນ​ເດຍ​ໄດ້​ລາຍ​ງານ​ຄວາມ​ສຳ​ເລັດ ​ຂອງ​ພາລະກິດ ​ໂດຍຈັນ​ທ​ຣາ​ຍານ ທີ 3 (Chandrayaan-3) ຫຼັງ​ຈາກ​ຍານອະວະກາດລູນາ -25 (Luna-25) ຂອງຣັດ​ເຊຍ ທີ່​ໄດ້​ມຸ່ງ​ໜ້າ​ໄປ​ຍັງ​ຂົ້ວກໍ້າ​ໃຕ້ ​ໄດ້ປະສົບອຸບັດຕິເຫດ ໃນ​ວັນ​ເສົາ​ວານແລ້ວ.

ອ່ານຂ່າວນີ້ເປັນພາສາອັງກິດ