Lao
This article was added by the user . TheWorldNews is not responsible for the content of the platform.

ກອງທຶນຊ່ວຍເຫຼືອ ເຈົ້າຂອງທຸລະກິດເອເຊຍອາເມຣິກັນ

ໃນລາຍການຊີວິດຊາວລາວ​ໃນ​ຕ່າງ​ແດນ ຂອງ ວີໂອເອ ສຳລັບ​ແລງວັນພະຫັດມື້ອຶ່ນນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານປີເຕີ ສຸດທິດາຣາ ເຈົ້າໜ້າທີ່ເຜີຍແຜ່ຊ່ວຍເຫລືອການເງິນໃຫ້ແກ່ບັນດານັກທຸລະກິດຊາວເອເຊຍ ພາຍໃຕ້ໂຄງການລັດຖະບານກາງໂດຍການປະສານງານກັບສະພາການຄ້າສະຫະລັດ ຢູ່ລັດເທັກຊັສ. ການຮ້ອງຂໍເງິນຊ່ວຍເຫລືອ ມີເງື່ອນໄຂຢ່າງໃດນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ນັບແຕ່ໄດ້ເລີ້ມມີການລະບາດໂຄວິດ-19 ເປັນເວລາກວ່າສອງປີທີ່ຜ່ານມາສະມາຊິກປະຊາຄົມເອເຊຍຢູ່ໃນຫລາຍແຫ່ງ ໃນສະຫະລັດ ນອກຈາກຮວມຢູ່ໃນຜູ້ເຄາະຮ້າຍເສຍຊີວິດຍ້ອນໂຄ-19 ໄປແລ້ວນັ້ນ ແຕ່ຜູ້ທີ່ຍັງມີຊີວິດຢູ່ໄດ້ປະສົບ ກັບຄວາມກຽດຊັງ ຖືກດູໝິ່ນ ຖືກທຸບຕີ ແລະຖືກຮາວີ. ຍ້ອນສາເຫດດັ່ງກ່າວນີ້ ນັກທຸລະກິດຊາວເອເຊຍທີ່ສູນເສຍລາຍໄດ້ ອັນເປັນຜົນສະທ້ອນມາສູ່ຄອບຄົວ ແລະເສດຖະກິດຢູ່ໃນເຂດທ້ອງຖິ່ນຕ່າງໆຂອງສະຫະລັດ. ດ້ວຍເຫດນີ້ ລັດຖະ ບານກາງໄດ້ຈັດຕັ້ງງົບປະມານໄວ້ໃຫ້ການຊ່ວຍເຫລືອພິເສດ ຊຶ່ງເປັນກອງທຶນໃຫ້ໂດຍບໍ່ມີການສົ່ງຄືນ ພ້ອມທັງມີໃຫ້ຢືມໃນອັດຕາດອກເບ້ຍຕໍ່າ.

ທ່ານປີເຕີ ສຸທິດາຣາ ຜູ້ຕາງໜ້າເປັນປາກສຽງທຸລະກິດໃຫ້ແກ່ ຫ້ອງການ ການຄ້າກຸ່ມເອເຊຍສະຫະລັດ ໃນໂຄງການທົດລອງຮ້ອງວ່າ ຊ່ວຍແນະນຳໃຫ້ແກ່ປະຊາຄົມເອເຊຍ ໄດ້ອະທິບາຍສູ່ ວີໂອເອ ຟັງດັ່ງນີ້:

ທ່ານໂຣເບີດ ໄຊຊະນະ ເຈົ້າຂອງທຸລະກິດສ້ອມແປງ ແລະຕິດຕັ້ງ “Transmission Express” ຢູ່ລັດອໍເຣກັນ ກໍແມ່ນຜູ້ນຶ່ງທີ່ໄດ້ຮັບເງິນຊ່ວຍ ເຫລືອ 15,000 ໂດລາ ໂດຍບໍ່ຕ້ອງຈ່າຍຄືນໃຫ້ແກ່ລັດຖະບານ ເພື່ອນຳມາດຳເນີນບໍລິຫານປັບປຸງທຸລະກິດ ຊຶ່ງທ່ານໂຣເບີດ ກ່າວສູ່ຟັງວ່າ:

ທ່ານເຄີຣີ ພົມ ເຈົ້າຂອງບໍລິສັດ ATEK Mechanical ສັນຍາຈ້າງຕິດຕັ້ງແລະ ສ້ອມແປງແອເຢັນໃຫ້ແກ່ບັນດາຄ້າຍທະຫານສະຫະລັດ ຢູ່ໃນເຂດນະຄອນແຊນດີເອໂກ ລັດຄາລິຟໍເນຍ ໄດ້ຍືນຄຳຮ້ອງໄປແລ້ວ ແລະກຳລັງລໍຖ້າຜົນຕອບ ຊຶ່ງທ່ານໄດ້ກ່າວສູ່ ວີໂອເອ ຟັງດັ່່ງນີ້:

ນອກຈາກນັ້ນແລ້ວ ຍັງມີຊາວອາເມຣິກາເຊື້ອສາຍເອເຊຍອີກຫລາຍຄົນທີ່ໄດ້ຮັບ ເງິນຊາວເຫລືອ ແລະຮ້ອງຂໍເອົາທຶນການຊ່ວຍເຫລືອດັ່ງກ່າ