Lao
This article was added by the user . TheWorldNews is not responsible for the content of the platform.

ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ

ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ການ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະ ສະ​ພາບ​ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ ​ໃນ​ທົ່ວ​ປະ​ເທດ​ລາວ ຊຶ່ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າ​ໜ້າ​ທີ່​ໃນ​ຄະ​ນະ​ກວດ​ກາ​ພັກ-ລັດ​ຖະ​ບານ​ລາວເປີດ​ເຜີຍ​ວ່າ​ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ຂຸດ​ຄົ້ນ​ແຮ່​ທາດ​ແບບ​ເລັ່ງ​ດ່ວນ​ໃຫ້​ແກ່ 98 ບໍ​ລິ​ສັດ​ຈາກ​ຈີນ​ນັບ​ຈາກ​ປີ 2022 ເປັນ​ຕົ້ນ​ມາ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ແລະສະ​ພາບ​ຊີ​ວິດ​ຄວາມ​ເປັນ​ຢູ່ ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຢ່າງກວ້າງ​ຂວາງ​ໃນ​ປັດ​ຈຸ​ບັນ​ນີ້​ເພາະ​ວ່າ​ທັງ 98 ບໍ​ລິ​ສັດ ຈີນ ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ສຳ​ປະ​ທານ​ດັ່ງ​ກ່າວບໍ່​ໄດ້​ມີ​ການ​ສຶກ​ສາ​ສຳຫຼວດ​ເພື່ອ​ປ້ອງ​ກັນ​ຜັນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແຕ່​ຢ່າງ​ໃດ ຫາກ​ແຕ່​ໄດ້​ທຳ​ການ​ຂຸດ​ຄົ້ນ​ແຮ່​ທາດ​ໃນ​ເຂດ​ສຳ​ປະ​ທານ​ຂອງ​ພວກ​ຕົນ​ເລື້ອຍ​ມາ ແລະ ປາ​ກົດ​ວ່າຫຼາຍ​ໂຄງ​ການ​ນັ້ນ ​ນອກ​ຈາກ​ຈະ​ບໍ່​ດຳ​ເນີນ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແລ້ວ ກໍ​ຍັງ​ໄດ້​ສ້າງ​ບັນ​ຫາ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ການ​ຂຸດ​ຄົ້ນ​ແຮ່​ຄຳ​ນັ້ນ​ກໍ​ຍັງ​ປາ​ກົດ​ວ່າບໍ່​ມີ​ການ​ຊົດ​ເຊີຍ​ຄ່າ​ທີ່​ດິນ​ໃຫ້​ກັບ​ປະ​ຊາ​ຊົນ​ແຕ່​ຢ່າງ​ໃດ ດັ່ງ​ເຈົ້າ​ໜ້າ​ທີ່​ໃນ​ຄະ​ນະ​ກວດ​ກາ​ພັກ-ລັດ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ການ​ຂຸດ​ຄົ້ນຫຼື​ວ່າ​ການ​ສຳຫຼວດ​ແຮ່​ຄຳ​ກະ​ຖື​ວ່າ​ມີ​ຜົນ​ກະ​ທົບ​ຕໍ່​ສິ່​ງ​ແວດ​ລ້ອມ, ຜົນ​ກະ​ທົບ​ຕໍ່​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ກໍ​ຄື​ທີ່​ໄທ​ເຮົາ​ຮູ້​ຫັ້ນ​ວ່າ​ທາງ​ສູນ​ກາງ​ກໍ​ຄື​ລັດ​ຖະ​ບານ​ໄດ້​ອະ​ນຸ​ຍາດ​ໃຫ້​ແກ່​ບໍ​ລິ​ສັດ​ໄປ​ຂຸດ​ຄົ້ນ-ສຳຫຼວດ ແຕ່​ວ່າ​ຂອດ​ການ​ປະ​ສານ​ງານ​ຮ່ວມ​ກັບ​ພື້ນ​ຖານ​ທ້ອງ​ຖິ່ນ​ຫັ້ນ​ຍັງ​ບໍ່​ທັນ​ໄດ້​ກົມ​ກຽວ ເມື່ອ​ທາງ​ບໍ​ລິ​ສັດ​ໄດ້​ແລ້ວ​ກະ​ນຳ​ໄປ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ພື້ນ​ຖານ​ເລີຍ ແລ້ວ​ກະ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ບໍ່​ໄດ້​ປັກຫຼັກ​ໝາຍ ແລ້ວ​ກະ​ສຳຫຼວດ​ໄປ​ໂລດ ອັນ​ທີ​ສອງ​ກະ​ແມ່ນ​ຜົນ​ກະ​ທົບ​ຕໍ່​ດິນ​ການ​ທຳ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ຫັ້ນ ​ບໍ່​ໄດ້​ຮັບ​ການ​ທົດ​ແທນ ແລະ ອັນ​ສຳ​ຄັນ​ອີກ​ອັນ​ນຶ່ງ​ກະ​ແມ່ນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ.”

ທັງ​ນີ້ ​ລັດ​ຖະ​ບານ​ລາວ​ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສົ່ງ​ອອກ​ແຮ່​ທາດ​ໃຫ້​ໄດ້​ໃນ​ມູນ​ຄ່າ​ລວມ 1,525 ລ້ານ​ໂດ​ລ​າ​ໃນ​ຕະຫຼອດ​ປີ 2023 ຊຶ່ງ​ໃນ 6 ເດືອນ​ຕົ້ນ​ປີນີ້​ກໍ​ປາ​ກົດ​ວ່າ​ໄດ້​ສົ່ງ​ອອກ​ແຮ່​ທາດ​ໄປ​ຕ່າງ​ປະ​ເທດ​ແລ້ວ​ຄິດ​ເປັນ​ມູນ​ຄ່າ​ລວມ 800 ລ້ານ​ໂດ​ລາຫຼື 52.4 ເປີ​ເຊັນ​ຂອງ​ແຜນ​ການ​ປີ ແຕ່​ວ່າ​ກໍຫຼຸດ​ລົງ​ເກີນກວ່າ 11 ເປີ​ເຊັນ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ໃນ​ປີ 2022 ຊຶ່ງນອກ​ຈາກ​ຈະ​ເປັນ​ຍ້ອນ​ລາ​ຄາ​ແຮ່​ທາດ​ໃນ​ຕະຫຼາດ​ໂລກຫຼຸດ​ລົງ​ແລະ​ຕົ້ນ​ທຶນ​ການ​ຂົນ​ສົ່ງ​ສູງ​ຂຶ້ນ​ແລ້ວ ກໍ​ຍັງ​ມີ​ສ​າ​ເຫດ​ມາ​ຈາກ​ການກວດ​ກາ​ທີ່ບໍ່​ມີ​ປະ​ສິດ​ທິ​ພາບ ແລະ​ ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ດ້ານບໍ່​ແຮ່​ທີ່ບໍ່​ຊັດ​ເຈນ​ດ້ວຍ ດັ່ງ​ທີ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ລາວ​ຢືນ​ຢັນ​ວ່າ

“ຜ່ານ​ການ​ຄົ້ນ​ຄວ້າ​ຮ່າງ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແຮ່​ທາດ 10 ປີ ແລະ ວິ​ໄສ​ທັດ​ຮອດ​ປີ 2035 ເຫັນ​ວ່າ​ຍັງ​ມີ​ບາງ​ບັນ​ຫາ​ທີ່​ທ້າ​ທາຍ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂດຍ​ສະ​ເພາະ​ແມ່ນ​ການ​ກຳ​ນົດ​ນະ​ໂຍ​ບາຍ​ຊຸກ​ຍູ້​ການ​ສົ່ງ​ເສີມ​ການ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ​ແຮ່​ທາດ​ເພື່ອ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ ແລະ ສົ່ງ​ອອກ​ຍັງ​ບໍ່​ທັນ​ຊັດ​ເຈນ ແຮ່​ທາດ​ຊະ​ນິດ​ໃດຄວນ​ສະ​ຫງວນ​ໄວ້ ເພື່ອ​ເປັນ​ຜະ​ລິດ​ຕະ​ພັນ​ຊົມ​ໃຊ້​ພາຍ​ໃນ​ໄລ​ຍະ​ຍາວ, ແຮ່​ທາດ​ປະ​ເພດ​ໃດ​ຄວນ​ຂຸດ​ຄົ້ນ ແລະ ປຸງ​ແຕ່ງ​ເພື່ອ​ສົ່ງ​ອອກ​ຂາຍ​ຕ່າງ​ປະ​ເທດ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແມ່ນ​ຕິດ​ພັນ​ກັບຫຼາຍ​ຂະ​ແໜງ​ການ ແຕ່​ການ​ກຳ​ນົດ​ສິດ​ພາ​ລະ​ບົດ​ບາດ​ຍັງ​ບໍ່​ທັນ​ຊັດ​ເຈນ.”

ພ້ອ​ມ​ກັນ​ນີ້​ລັດ​ຖະ​ບານ​ລາວ​ຍັງ​ໄດ້​ວາງ​ເປົ້າ​ໝາຍ​ການ​ສົ່ງ​ອອກ​ໄຟ​ຟ້າ​ໃຫ້​ໄດ້​ເຖິງ 2,453 ລ້ານ​ໂດ​ລາ ຊຶ່ງ​ກໍ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ເພາະ​ວ່າ​ແຫຼ່ງ​ຜະ​ລິດ​ໄຟ​ຟ້າ​ໃນ​ລາວ​ສາ​ມາດ​ຜະ​ລິດ​ໄຟ​ຟ້າ​ໄດ້ ​ເຖິງ 51,143 ລ້ານ​ກິ​ໂລ​ວັດ/ໂມງ ໂດຍ​ໃນ​ນີ້​ຈະ​ສະ​ໜອງ​ການ​ຊົມ​ໃຊ້​ພາຍ​ໃນ​ບໍ່​ເກີນ 20 ເປີ​ເຊັນ​ສ່ວນ 80 ເປີ​ເຊັນ​ກໍ​ຄື​ໄຟ​ຟ້າ​ສົ່ງ​ອ​ອກ​ໄປ​ຕ່າງ​ປະ​ເທດ​ທີ່​ຈະ​ເຮັດ​ໃຫ້​ມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ເກີນກວ່າ 15 ເປີ​ເຊັນ​ທຽບ​ກັບ​ປີ 2022 ແຕ່​ປະ​ເດັນ​ທີ່​ເປັນ​ບັນ​ຫາ​ໃຫຍ່​ໃນ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ເຖິງ​ປັດ​ຈຸ​ບັນ​ນີ້​ກໍ​ຄື ລາຍ​ຮັບ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ໄດ້​ຈາກ​ການ​ສົ່ງ​ອອກ​ໄຟ​ຟ້າ​ນັ້ນ​ບໍ່​ໄດ້​ໂອນ​ເຂົ້າ​ມາ​ໃນ​ລາວ​ແຕ່​ຢ່າງໃດ ເພາະ​ວ່າ​ບັນ​ດາ​ຜູ້​ລົງ​ທຶນ​ສ້າງ​ເຂື່ອ​ນ​ຕ່າງໆ​ໃນ​ລາວ ຕ້ອງ​ນຳ​ໃຊ້​ເງິນ​ຕາ​ເພື່ອ​ຊຳ​ລະ​ໜີ້​ຕ່າງ​ປະ​ເທດ​ເປັນ​ດ້ານຫຼັກ.