Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ເປັນຜູ້ຄ້າຄົນກາງ ຂາຍອາຫານພື້ນບ້ານສົ່ງອອກມາຂາຍຕ່າງປະເທດ

ການເຮັດທຸລະກິດສົ່ງອາຫານພື້ນເມືອງອອກຕ່າງປະເທດ ໃນລັກສະນະພໍ່ຄ້າຄົນກາງ ດ້ວຍການຫາອາຫານແບບທໍາມະຊາດທີ່ມີຕາມລະດູການ ແມ່ນເປັນທີ່ຕ້ອງການຂອງຊຸມຊົນລາວໃນຕ່າງແດນ, ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດທຸລະກິດຂາຍເຄື່ອງທີ່ຮັບສັ່ງຕາມອໍເດີ້ ແລະສົ່ງອອກໄປຂາຍຢູ່ຕ່າງປະເທດ ແມ່ນເປັນທີ່ຕ້ອງການຂອງລູກຄ້າເຊື້ອສາຍລາວ ທີ່ອາໄສຢູ່ຕ່າງປະເທດ ເຊິ່ງສ່ວນໃຫຍ່ ແມ່ນສະຫະລັດ ໂດຍສະເພາະປະເພດອາຫານຕ່າງໆທີ່ຫາບໍ່ໄດ້ຢູ່ໃນປະເທດນັ້ນ.

ຕາມຄວາມເປັນຈິງແລ້ວ, ການປະກອບທຸລະກິດແບບນີ້ແມ່ນບໍ່ມີຄວາມຫຍຸ້ງຍາກ ເພາະໄດ້ອາຫານປະເພດໃດມາ ກໍເອົາລົງໂຄສະນາຂາຍ ແລະຮັບສັ່ງ ຫຼື Pre-order ຈາກລູກຄ້າ ຈາກນັ້ນກໍຈະຈັດຕຽມໃຫ້ ແລ້ວສົ່ງອອກມາໃຫ້ລູກຄ້າຕາມຈໍານວນທີ່ພວກເຂົາເຈົ້າຕ້ອງການ.

ຈືນປາແຫ້ງແດດດຽວ.
ຈືນປາແຫ້ງແດດດຽວ.

ຜູ້ປະກອບການທ່ານນຶ່ງ ເຊິ່ງມີລັກສະນະເປັນຜູ້ຄ້າຄົນກາງ, ຈະຮັບສັ່ງອາຫານຕາມສິ່ງທີ່ນາງໄດ້ໂຄສະນາຂາຍທາງອອນລາຍ ຈາກນັ້ນກໍຈະມີລູກຄ້າເຂົ້າມາສັ່ງຈອງ, ລາວບອກວ່າ ປະກອບອາຊີບດ້ານນີ້ມາໄດ້ຫຼາຍປີແລ້ວ ຊ່ວງທໍາອິດກໍຫຍຸ້ງຍາກ ແລະໝົດກໍາລັງໃຈ ເພາະສິ່ງຕອບແທນມັນບໍ່ເປັນດັ່ງທີ່ນາງໄດ້ຄິດໄວ້.

ຢ່າງໃດກໍຕາມ, ການເລີ້ມຕົ້ນເຮັດທຸລະກິດອັນໃດນຶ່ງ ມັນກໍຕ້ອງຮຽນຮູ້ຈາກ ປະສົບການທັງລົ້ມແຫຼວແລະສຳເລັດ, ໂດຍສະເພາະ ການສັງເກດແມ່ນສິ່ງສໍາຄັນທີ່ສຸດ ເຊິ່ງມັນໄດ້ເຮັດໃຫ້ເຮົາຮູ້ວ່າ ສິ່ງໃດເປັນທີ່ຕ້ອງການສູງຢູ່ໃນຕະຫຼາດ, ປະເພດໜັງເຄັມ, ປານາງແຫ້ງ, ຂຽດນາແຫ້ງ, ໜໍ່ຫວາຍ ແລະອື່ນໆ...ລວມທັງປະເພດອາຫານຕາມລະດູການເຊັ່ນ: ແມງດາ, ແມງແຄງ, ແມງຈິນູນ, ຈິນາຍ ເຊິ່ງແມ່ຄ້າຈະໄປຮັບຊື້ມາຈາກແມ່ຄ້າຍ່ອຍບ່ອນອື່ນໆ ແລະກໍເອົາມາຈັດສົ່ງຕາມການສັ່ງຂອງລູກຄ້າຕ່າງປະເທດຕໍ່.

ສິນຄ້າທີ່ຈະສົ່ງອອກໄປຂາຍ, ທາງຜູ້ຄ້າຄົນກາງຈະໄປຈັດຊື້ປະເພດອາຫານສົດດ້ວຍຕົນເອງ ເລືອກເອົາແຕ່ອາຫານທີ່ມີຄຸນນະພາບ ແລະມາແປຮູບເປັນອາຫານແຫ້ງ ຫຼືບາງຄັ້ງກໍ່ຈະສັ່ງຈາກຜູ້ຂາຍທີ່ແປຮູບໃຫ້ໃໝ່ໆເລີຍ. ຜູ້ປະກອບການທ່ານນີ້ບອກວ່າ ມັນຈະເຮັດໃຫ້ສິນຄ້າຂອງລາວເອງ ຮັບປະກັນຄຸນນະພາບ ແລະລູກຄ້າຈະໄວ້ໃຈ ພ້ອມທັງເຊື່ອໃຈ, ສິ່ງສໍາຄັນ ເມື່ອສິນຄ້າຂອງເຮົາມີຄຸນນະພາບດີ ລູກຄ້າກໍຈະບອກຕໍ່ໆກັນໄປເອງ.

ຈືນຂຽດຢ້າງແຫ້ງ.
ຈືນຂຽດຢ້າງແຫ້ງ.

“ບາງອັນເຮົາກໍໄດ້ເຮັດເອົາ ບາງອັນເຮົາກໍໄດ້ສັ່ງນໍາແມ່ຄ້າທີ່ວ່າປະຈໍາເຮົາຫັ້ນ ສັ່ງໃຫ້ເຂົາເຈົ້າເຮັດໃຫ້ໃໝ່ໆໃດ ບໍ່ໄດ້ເອົາເຄື່ອງທີ່ມີໄວ້ດົນ, ມີແຕ່ບອກວ່າ ເອີ່...ລູກຄ້າຂອງຂ້ອຍຕ້ອງການອັນນີ້ ອັນນັ້ນ, ເຈົ້າເຮັດໃຫ້ຂ້ອຍເດີ້ ຂ້ອຍຊິມາເອົາມື້ນັ້ນ ມື້ນີ້, ຊິສົ່ງທິດນັ້ນທິດນີ້, ເຈົ້າຕ້ອງເຮັດມື້ນັ້ນມື້ນີ້ຈັງຊີ້ໜາ ເພາະເຮົາອາໄສເອົາຄວາມໃໝ່ ຄວາມສົດ ໃຫ້ກັບລູກຄ້າ.”

ການລົງທຶນ ອາດຈະບໍ່ໃຊ້ຕົ້ນທຶນທີ່ສູງໃນການຊື້ເຄື່ອງຂອງຕ່າງໆ ແຕ່ນາງບອກວ່າ ຈະບວກຄ່າແຮງ ຄ່າແປຮູບ ແລະການບັນຈຸຫໍ່ຕ່າງໆໃສ່ນໍາ, ສ່ວນກໍາໄລ ຫຼັງຈາກຫັກຄ່າຕ່າງໆອອກແລ້ວ ກໍພໍຢູ່ ພໍກິນ ແລະພໍໃຊ້ພໍຈ່າຍພາຍໃນຄອບຄົວ.

ລາຄາຂອງອາຫານແຕ່ລະຢ່າງ ກໍຂຶ້ນຢູ່ກັບຊະນິດສິນຄ້າ ເຊັ່ນວ່າ ໜັງເຄັມ ເປັນໜັງທີ່ຈີ່ ແລະທຸບແລ້ວ ກໍມີລາຄາຢູ່ທີ່ 20 ໂດລາຕໍ່ 1 ກິໂລ, ຂີ້ເຫຼັກແຫ້ງ 25 ໂດລາຕໍ່ 1 ກິໂລ, ປານາງແຫ້ງ 40 ໂດລາຕໍ່ 1 ກິໂລ, ຂຽດນາຢ້າງແຫ້ງ 40 ໂດລາຕໍ່ 1 ກິໂລ, ປອດຄວາຍ-ປອດງົວຕາກແຫ້ງ 15 ໂດລາຕໍ່ 1 ກິໂລ ແລະອື່ນໆ.

ໝໍ້າຊີ້ນ.
ໝໍ້າຊີ້ນ.

ການຂົນສົ່ງສິນຄ້າ, ແມ່ຄ້າຈະເລືອກບໍລິການຂອງ DHL ເພາະວ່າການຂົນສົ່ງຈະວ່ອງໄວ ແລະຮັບປະກັນກວ່າ, ສິ່ງສໍາຄັນ ສິນຄ້າປະເພດອາຫານມາຮອດລູກຄ້າໄວ ດັ່ງນັ້ນ ອາຫານຕ່າງໆທີ່ທາງລູກຄ້າໄດ້ຮັບຈຶ່ງຍັງສົດ ແລະໃໝ່, ສ່ວນລາຄາສໍາລັບຄ່າຂົນສົ່ງ ກໍຂຶ້ນຢູ່ກັບນໍ້າໜັກຂອງເຄື່ອງທີ່ລູກຄ້າສັ່ງ ໂດຍລູກຄ້າຈະເປັນຜູ້ເສຍຄ່າຝາກເອງ.

ຈຸດດີໃນການປະກອບທຸລະກິດແບບນີ້ກໍຄື 100 ເປີເຊັນແມ່ນເປັນການລົງທຶນໃສ່ສິນຄ້າທີ່ມີຢູ່ພາຍໃນປະເທດ, ອາຫານທີ່ຫາໄດ້ຕາມທ້ອງຖິ່ນ, ສ່ວນການຊໍາລະເງິນຈາກລູກຄ້າແມ່ນໄດ້ຮັບເປັນເງິນໂດລາ. ສະນັ້ນ ເມື່ອມີສະພາບການຕ່າງໆທາງການເງິນ ຫຼືສະພາບການກ່ຽວກັບລະບົບເສດຖະກິດ ແມ່ຄ້າຈຶ່ງບໍ່ຄ່ອຍມີບັນຫາ ຫຼືໄດ້ຮັບຜົນກະທົບໃດໆ.

“ຈຸດດີ ເຮົາກໍໄດ້ຮູ້ວ່າທຸລະກິດຂອງເຮົາໄປໄກຢູ່ ສາມາດຄ້າຂາຍໄດ້ ແລະກະເຮົາກະໄດ້ແລກປ່ຽນຄວາມຄິດເຫັນ ກັບລູກຄ້າເຮົາກໍໄດ້ຮູ້ຫຼາຍຂຶ້ນວ່າ ຄົນຢູ່ພຸ້ນຕ່າງປະເທດນີ້ເຂົາເຈົ້າເປັນແນວໃດ ເຂົາເຈົ້າຕ້ອງການຫຍັງ, ເຮົາເອງກໍພໍຢູ່ພໍກິນ ກໍບໍ່ເຖິງຂັ້ນລວຍ ແລະກໍບໍ່ເຖິງຂັ້ນຊິບໍ່ມີຫຍັງຫັ້ນນະ, ກໍພໍສ້າງເນື້ອສ້າງໂຕໄດ້ຫັ້ນໜາ. ເງິນກໍເປັນລາຄາກວ່າເງິນກີບເຮົາເນາະ ເວລາຂາຍເຄື່ອງກໍຈະໄດ້ກໍາໄລດີແດ່.”

ນາງບອກວ່າ ລູກຄ້າຂອງນາງແມ່ນມີຫຼາຍ, ແຕ່ລະຄົນກໍສັ່ງຫຼາຍ-ສັ່ງໜ້ອຍ ແລ້ວແຕ່ຄວາມສະດວກ ແລະຄວາມຕ້ອງການຂອງໃຜລາວ.

ປອດຄວາຍຕາກແຫ້ງ.
ປອດຄວາຍຕາກແຫ້ງ.

ນອກຈາກນັ້ນ, ການຄ້າຂາຍແບບໄລຍະຍາວ ແລະໝັ້ນຄົງ ກໍແມ່ນແຜນການນຶ່ງທີ່ນາງເອງໃຫ້ຄວາມສົນໃຈ, ເນື່ອງຈາກວ່າ ລູກຄ້າທັງໝົດແມ່ນອາໄສຢູ່ຕ່າງປະເທດ, ຖ້າຊອກຫາຕະຫຼາດຈໍາໜ່າຍແບບຖາວອນ ກໍຈະຖືວ່າເປັນການດີສົມຄວນ. ແຕ່ສິ່ງສໍາຄັນແມ່ນ ການຊອກຫາສິນຄ້າເພື່ອສະໜອງໃຫ້ຕະຫຼາດ ທີ່ຈະຕ້ອງມີສົ່ງເປັນປະຈໍາ ແລະພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ, ເງິນທີ່ຈະໃຊ້ໃນການລົງທຶນລົງທຶນ ລວມທັງວິທີການດໍາເນີນງານຕາມຂັ້ນຕອນຕ່າງໆ ຈະຕ້ອງໄດ້ສຶກສາຢ່າງລະອຽດ ແລະຖີ່ຖ້ວນ. ຫາກເມື່ອປະສົບຄວາມສໍາເລັດແລ້ວ ກໍຈະເປັນການສ້າງລາຍຮັບທີ່ດີ, ແລະຍັງເປັນການສົ່ງເສີມຜະລິດຕະພັນພາຍໃນເພື່ອສົ່ງອອກ ພ້ອມທັງເປັນການສ້າງອາຊີບ ແລະສ້າງລາຍຮັບໃຫ້ແກ່ປະຊາຊົນຢູ່ທ້ອງຖິ່ນ ໂດຍທີ່ປະຊາຊົນເອງ ຈະບໍ່ໄດ້ຮັບຜົນກະທົບໃດໆອີກດ້ວຍ.