Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ກ່ຽວກັບ ການປູກຜັກຕາມລະດູການ

ຫລາຍ​ຄົນ​ຄົງບໍ່​ຢາກ​ເຊື່ອເນາະວ່າ ການເຮັດກະສິກໍາກ່ຽວກັບການປູກຜັກ ກໍ່ສ້າງລາຍໄດ້ມະຫາສານໃຫ້ແກ່ຄອບຄົວ? ຊຶ່ງ​ຢູ່​ໃນ​ສະ​ຫະ​ລັດ​ນີ້ ແມ່ນ​ມີ​ຈິງ ຊຶ່ງທິບສຸດາມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜັກທີ່ພວກເຮົາຊື້ກິນຢູ່ຕາມຕະຫຼາດນ້ອຍ ຫຼືໃຫຍ່ ແມ່ນ​ອາດ​ຈະມີລາຄາເລັກໆ ນ້ອຍໆ ຫລືບໍ່ແພງຫຼາຍ, ແຕ່ຜູ້​ຂາຍ​ກໍ​ສາ​ມາດ​ສ້າງ​ລາຍ​ຮັບ​ຈາກ​ການ​ປູກ​ຜັກ​ຂາຍ​ໄດ້. ຫລາຍທ່ານອາດ​ຈະບໍ່ຮູ້ເນາະ​ວ່າ ຍ້ອນການປູກຜັກຂາຍ ກໍ່ສາມາດ ສ້າງລາຍໄດ້ໃຫ້ແກ່ຜູ້ປະກອບການໄດ້ດີ ເໝືອນດັ່ງກັບການເຮັດທຸລະກິດ ດ້ານອື່ນໆ.

ການເຮັດທຸລະກ່ຽວກັບຟາມການສິກໍາ ແມ່ນບໍ່ຍາກເລີຍ ບໍ່ຈໍາເປັນຈະຕ້ອງຜ່ານ ການຮຽນຮູ້ທີ່​ສັບ​ສົນຫຼາຍຢ່າງ, ສິ່ງສໍາຄັນ ພຽງແຕ່​ທ່ານມີພື້ນທີ່ເລັກໜ້ອຍ ບວກກັບຄວາມດຸໝັ້ນ ແລະອົດທົນ ທ່ານກໍສາ​ມາດເລີ້ມຕົ້ນເຮັດທຸລະກິດປະ​ເພດນີ້ໄດ້ແລ້ວ.

ຢ່າງໃດກໍຕາມ, ບໍ່ວ່າຈະເລີ້ມຕົ້ນເຮັດທຸລະກິດດ້ານໃດດ້ານນຶ່ງ ທ່ານຄວນມີເອກະສານທີ່ກ່ຽວຂ້ອງໃນການປະກອບທຸລະກິດໃຫ້ຄົບຖ້ວນເຊັ່ນວ່າ ໃບອະນຸຍາດ ແລະໃບປະກອບການທຸລະກິດຂະໜາດນ້ອຍຂອງສະຫະລັດ (ຈຸດນີ້ ມັ​ນກໍຂຶ້ນຢູ່ກັບການເລີ້ມຕົ້ນຂອງຜູ້ປະກອບການກ່ຽວກັບຂະໜາດທຸລະກິດຂອງຕົນເອງ), ທ່ານຄວນເລີ້ມຕົ້ນທຸລະກິດຂະໜາດນ້ອຍກ່ອນຈະເປັນ​ການດີທີ່ສຸດ. ສໍາລັບທຸລະກິດກ່ຽວກັບການກະເສດ ແລະປູກຝັງ ຄວນຈະດໍາເນີນການພົວພັນກັບໜ່ວຍງານການກະເສດຂອງເມືອງທີ່ຕົນເອງອາໄສຢູ່.

ເວົ້າລວມແລ້ວ, ຖ້າເຮົາໄປພົວພັນກັບເມືອງກ່ອນການເລີ້ມຕົ້ນທຸລະກິດ, ທາງ ເມືອງຈະແນະນໍາຕື່ມກ່ຽວກັບລາຍລະອຽດທຸກໆຢ່າງທີ່ກ່ຽວຂ້ອງເຊັ່ນ ທີ່ດິນ ປູກຝັງ, ເງິນທຶນ, ອຸປະກອນທີ່ກ່ຽວຂ້ອງກັບການດໍາເນີນງານທາງດ້ານການກະສິກໍາຕ່າງໆ.

ພະນັກງານຂອງອາລຸນຟາມຄົນນຶ່ງ ກໍາລັງຂັບລົດໄຖເພື່ອແກ່ມັອກເລາະເກັບໝາກໂມທີ່ພະນັກງານກໍາລັງເກັບກູ້ ເພື່ອນໍາສົ່ງຕະຫຼາດ, ຢູ່ທີ່ອາລຸນຟາມ, ໂຮໂນລູລູ, ຮາວາຍ.
ພະນັກງານຂອງອາລຸນຟາມຄົນນຶ່ງ ກໍາລັງຂັບລົດໄຖເພື່ອແກ່ມັອກເລາະເກັບໝາກໂມທີ່ພະນັກງານກໍາລັງເກັບກູ້ ເພື່ອນໍາສົ່ງຕະຫຼາດ, ຢູ່ທີ່ອາລຸນຟາມ, ໂຮໂນລູລູ, ຮາວາຍ.

ສໍາລັບການເຮັດທຸລະກິດຂອງອາລຸນຟາມເຊິ່ງຕັ້ງຢູ່ເກາະໂຮໂນລູລູຂອງລັດຮາວາຍນັ້ນ ແມ່ນເລີ້ມຕົ້ນຈາກເວລາທີ່ຫົວໜ້າຄອບຄົວໄປຮັບຈ້າງເຮັດວຽກຢູ່ສວນຜັກແຫ່ງນຶ່ງໃນລັດຮາວາຍ. ຈາກນັ້ນເພິ່ນກໍພົບວ່າ ສິ່ງທີ່ເຈົ້າຂອງສວນດໍາເນີນຢູ່ນີ້ ຕົນເອງກໍສາມາດເຮັດໄດ້ຄືກັນ.

ເລີ້ມຕົ້ນທໍາອິດ, ເນື່ອງຈາກເພິ່ນບໍ່ມີດິນໃນການປູກຝັງເປັນ​ຂອງ​ຕົນ​ເອງຫຼາຍ ເພິ່ນຈຶ່ງຂໍເຊົ່າດິນຈາກທາງເມືອງໃນຈໍານວນ 5 ເອເກີ, ເຊົ່າລົດຈົກ ແລະລົດ ດຸດມາສັບຊ່າວດິນໃນຈໍານວນເງິນປະມານ 1,000 ໂດລາ (ຊ່ວງປີ 1978), ເຊິ່ງເວລານັ້ນ ຄ່າເຊົ່າດິນ​ກໍແມ່ນແຕກຕ່າງກັນຫຼາຍ ແລະແພງຂຶ້ນໄປຕາມ ໄລຍະ ແລະເວລາ.

ການລົງມືປູກຝັງ, ຄວນລົງມືປູກຝັງປະເພດພັກທີ່ໃຫ້ຜົນເກັບກ່ຽວໃນໄລຍະສັ້ນ ເພາະມັນຈະເຮັດໃຫ້ເຮົາສາມາດເຫັນຜົນຕອບແທນໄດ້ໄວ, ທີ່ສໍາຄັນ ເຮົາຈະບໍ່ໄດ້ໃຊ້ເວລາໃນການເບິ່ງແຍງຫຼາຍ, ເຊິ່ງທາງເຈົ້າຂອງອາລຸນຟາມບອກວ່າ ຄວນເລືອກປູກພືດຕາມລະດູການຈະ​ເປັນ​ການ​ດີ​ທີ່​ສຸດ. ດັ່ງທີ່ປ້າສົມພອນ, ເຈົ້າຂອງອາລຸນຟາມກ່າວວ່າ:

“ເລີ້ມຕົ້ນນັ້ນເຮົາກໍໄປເຊົ່າ ທໍາອິດເຮົາກໍບໍ່ມີເງິນນໍ້ ເຮົາກໍໄປເຊົ່າລົດໄຖເຂົາເຈົ້າມາຄັນນຶ່ງ, ເພາະວ່າຜົລກໍຂັບລົດເປັນ ເພິ່ນກໍຮຽນເຮັດ ໄຖດິນແມ່ນຫຍັງຫັ້ນລະ, ເລີ້ມຕົ້ນເຮົາກໍປູກໜ້ອຍໆນຶ່ງດອກ ປູກຜັກບົ່ວ ຜັກຫອມປ້ອມ ອັນທີ່ແນວມັນງ່າຍໆຫັ້ນນະ ປູກຜັກບົ້ງ, ແລ້ວກໍມີຄົນເຂົາເຈົ້າມາຮັບໄປຂາຍຕໍ່, ມີຄົນຂັບລົດເຂົ້າມາຊື້ ຊື້ຢູ່ໃນສວນເຮົາຫັ້ນນະ ເຮົາກໍບໍ່ໄດ້ອອກໄປຂາຍທາງນອກ, ມີຄົນເຂົາເຈົ້າມາເລາະຊື້ ເຮົາກໍຂາຍຊໍ່ານັ້ນລະ, ກໍຄ່ອຍໆເຮັດເທື່ອລະເລັກ ເທື່ອລະໜ້ອຍໄປຈັງຊັ້ນ.”

ເມື່ອ​ເວົ້າ​ເຖິງແຮງງານ, ໃນການເລີ້ມຕົ້ນ ແມ່ນບໍ່ຈໍາເປັນຕ້ອງໃຊ້ແຮງງານຫຼາຍ, ອາດຈະມີພະນັກງານປະມານ 2-3 ຄົນ ຫຼືຫຼາຍກວ່ານັ້ນ. ແຕ່ສໍາລັບ ອາລຸນຟາມ ເພິ່ນບໍ່ໄດ້ຈ້າງໃຜມາຊ່ວຍ ໂດຍອາໄສແຮງງານຈາກພາຍໃນຄອບຄົວເອງ ເຊັ່ນພໍ່, ແມ່ ແລະລູກໆທັງ 4 ຄົນ ທີ່ເປັນແຮງງານຫຼັກຊ່ວຍກັນ.

ເມື່ອດໍາເນີນໄປໄດ້ດີໃນໄລຍະສາມເດືອນທໍາອິດ, ທ່ານສາມາດເກັບກ່ຽວ ຜົນລະປູກໄດ້, ຈາກນັ້ນ ກໍດໍາເນີນການປູກຝັງຕໍ່ເລື້ອຍໆໄປ ແລະກໍຫາແຮງງານມາເພີ້ມ ຖ້າຫາກເຫັນວ່າທຸລະກິດຂອງຕົນເອງມີທ່າແຮງທີ່ດີກວ່າເກົ່າ.

ຕະຫຼາດຈໍາໜ່າຍ, ພາກສ່ວນນີ້ແມ່ນສໍາຄັນຫລາຍກວ່າ​ໝູ່​ໝົດ. ກ່ອນ​ຈະ​ລົງ​ມື​ປູກ​ພືດ​ປະ​ເພດໃດ ແລະ​ຫລາຍ​ປານ​ໃດ ເຮົາຄວນສຶກ​ສາ​ເບິ່ງຕະ​ຫລາດ. ເຮົາ​ອາດຈະຕິດຕໍ່ຫາຕະຫຼາດທົ່ວໄປ ຫຼືຕິດຕໍ່ຫາຜູ້ທີ່ມາຮັບຊື້ (ພໍ່ຄ້າຄົນກາງ), ເພາະພວກເຂົາເຈົ້າຈະມາຮັບເອົາຜັກຢູ່ສວນຂອງເຮົາເອງເລີຍ ເໝືອນດັ່ງທີ່ ອາລຸນຟາມໄດ້ດໍາເນີນມາໃນຊ່ວງເລີ້ມຕົ້ນ.

ເມື່ອເຫັນວ່າຜົນຜະລິດ ແລະການຈໍາໜ່າຍດໍາເນີນໄປໄດ້ດີ ແລ້ວ ທ່ານສາມາດ ຂະຫຍາຍຂະໜາດຂອງຟາມອອກ, ເພີ້ມຜົນຜະລິດຫຼາຍໆຢ່າງຂຶ້ນ. ສິ່ງສໍາຄັນ ຄວນສຶກສາຢ່າງລະອຽດກ່ຽວກັບຄວາມຕ້ອງການຂອງຕະຫຼາດໃນ​ແຕ່​ລະ​ໄລ​ຍະ.

ສໍາລັບອາລຸນຟາມແລ້ວ ປັດຈຸບັນ ແມ່ນມີເນື້ອທີ່ໃນການປູກຝັງຫຼາຍຮ້ອຍເອເກີ, ໃນນັ້ນເປັນດິນຂອງຟາມເອງ ປະມານ 400 ເອເກີ ແລະເຊົ່າຈາກເມືອງນໍາ ອີກປະມານ 700 ເອເກີ.

ນອກນັ້ນ, ອາລຸນຟາມຍັງມີແຜນທີ່ຈະຂະຫຍາຍຟາມຂອງຕົນເອງອອກ​ໄປເກາະຄາວາຍຂອງລັດຮາວາຍ, ເຊິ່ງຂະໜາດຂອງຟາມຈະມີເຖິງ 2,000 ເອເກີ.

ຈົນເຖິງປັດຈຸບັນ, ອາລຸນຟາມ ໄດ້ມີການເຊັນສັນຍາຮ່ວມທຸລະກິດກັບຕະຫຼາດ ໃຫຍ່ຂອງທ້ອງຖິ່ນທົ່ວເກາະຮາວາຍ, ລວມເຖິງນະ​ຄອນ​ລອ​ສ ແອນ​ເຈີ​ລີ​ສ ນໍາອີກດ້ວຍ. ໃນນັ້ນ ສະເພາະພະນັກງານຢູ່ໃນສວນຜັກມີປະມານ 100 ກວ່າຄົນ, ໂດຍໃນແຕ່ລະເດືອນ ຈະຈ່າຍເງິນຄ່າແຮງງານໃຫ້ພະນັກງານເຮັດສວນຢູ່ປະມານ 5,000 ໂດລາຕໍ່ເດືອນ, ເຊິ່ງລາຄາກໍອາດຈະແຕກຕ່າງກັນໄປ ຕາມ​ປະ​ສົບ​ການ​ສະ​ສົມ​ມາ ແລະປີການຂອງແຕ່ລະຄົນ. ດັ່ງທີ່ປ້າສົມພອນກ່າວວ່າ:

“ໂອ...ປະມານບໍ່ໄດ້ໃດ ດຽວນີ້ມັນຫຼາຍ, ເງິນເດືອນຂອງພະນັກງານທັງໝົດ ເດືອນນຶ່ງກໍເປັນແສນແລ້ວເດ, ຈ່າຍເງິນເດືອນໃຫ້ພະນັກງານຮ້ອຍກວ່າຄົນ ປະມານ ບໍ່ຫຼຸດແສນ ເກືອບສອງແສນແລ້ວນະ, 5 ຫາ 6 ພັນແລ້ວນະ ຜູ້ນຶ່ງນະ, ປະມານນັ້ນລະ ສອງແສນນະ.”

ພະນັງງານຂອງອາລຸນຟາມ ກໍາລັງພາກັນເກັບຜົນລະປູກໝາກໂມ ເພື່ອສົ່ງອອກຕະຫຼາດ.
ພະນັງງານຂອງອາລຸນຟາມ ກໍາລັງພາກັນເກັບຜົນລະປູກໝາກໂມ ເພື່ອສົ່ງອອກຕະຫຼາດ.

ເວົ້າລວມແລ້ວ ຈາກປີ 1978 ຫາປີ 2022, ສະເພາະແຕ່ການເຮັດສວນຜັກ ຂອງອາລຸນຟາມແມ່ນສ້າງລາຍໄດ້ຢ່າງຫຼວງຫຼາຍ ແຕ່ເຈົ້າ​ຂອງ​ຟາມຂໍ​ສະ​ຫງວນ​ໂຕ​ເລກແທ້ຈິງໄວ້. ແຕ່ກໍພໍສະຫຼຸບໄດ້ວ່າ ການເຮັດທຸລະກິດກ່ຽວກັບການ ປູກຝັງໃນ​ສະ​ຫະ​ລັດ ເຊັ່ນອາລຸນຟາມ ແມ່ນສ້າງລາຍໄດ້ທີ່ດີສົມຄວນ.