Lao
This article was added by the user . TheWorldNews is not responsible for the content of the platform.

ການເຮັດທຸລະກິດ ກ່ຽວກັບການຕິດຕັ້ງຕູ້ໃສ່ເຄື່ອງ ແລະໂຕະ ພາຍໃນເຮືອນຄົວ

ການປະກອບທຸລະກິດອອກແບບ ແລະຕິດຕັ້ງຕູ້ ແລະໂຕະ​ໃສ່ເຮືອນຄົວ ເປັນທຸລະກິດທີ່ສ້າງລາຍໄດ້ດີ ແລະເປັນທີ່ຕ້ອງການຂອງຕະຫຼາດ, ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເຮັດທຸລະກິດກ່ຽວກັບການຕິດຕັ້ງຕູ້ ແລະໂຕະຢູ່ໃນເຮືອນຄົວ ຫຼືທີ່ຮູ້ກັນດີວ່າ Cabinet and Countertop ເປັນທຸລະກິດທີ່ສ້າງລາຍໄດ້ດີ ແລະເປັນທີ່ຕ້ອງການຂອງລູກຄ້າຕະຫຼອດເວລາ. ຖ້າທ່ານມີຄວາມຮູ້ ຄວາມສາມາດ ແລະມັກໃນການເຮັດວຽກດ້ານນີ້ ທ່ານກໍສາມາດປະກອບທຸລະກິດເພື່ອເປັນການສ້າງລາຍໄດ້ທີ່ດີເຊັ່ນກັນ.

ສິ່ງສໍາຄັນ, ກ່ອນຈະປະກອບທຸລະກິດດ້ານນີ້ ທ່ານຈະຕ້ອງມີໃບອະນຸຍາດໃນການປະກອບອາຊີບ, ໃບທະບຽນຂໍເປີດບໍລິສັດ LLC, ເຊິ່ງບໍລິສັດຈະເປັນທຸລະກິດຂະໜາດນ້ອຍ ຫຼືໃຫຍ່ນັ້ນ ກໍຂຶ້ນຢູ່ກັບທາງຜູ້ປະກອບການເອງເປັນຜູ້ຕັດສິນໃຈ.​ ຢ່າງໃດກໍຕາມ ຖ້າຫາກທ່ານຍັງເປັນຜູ້ປະກອບການໃໝ່ ຄວນຈະເລີ້ມຕົ້ນບໍລິສັດແບບຂະໜາດນ້ອຍ ເພື່ອເກັບກໍາປະສົບການ. ເລກທະບຽນ EIN, ແລະເອກະສານອື່ນໆທີ່ກ່ຽວຂ້ອງ.

ຕົ້ນທຶນໃນການເປີດບໍລິສັດ, ສິ່ງນີ້ແມ່ນສໍາຄັນຫຼາຍ ເພາະຜູ້ປະກອບການຈະຕ້ອງໄດ້ໃຊ້ໃນການດໍາເນີນວຽກງານຕ່າງໆລຸນຫຼັງທີ່ມີການຕົກລົງລາຄາກັບລູກຄ້າ ແລະເລີ້ມຕົ້ນດໍາເນີນວຽກ ກ່ອນທີ່ຈະໄດ້ຮັບການຊໍາລະຈາກລູກຄ້າໃນພາຍ ຫຼັງ. ນະຈຸດນີ້, ເມື່ອຜູ້ປະກອບການຫາກຍັງບໍ່ມີຕົ້ນທຶນ ກໍສາມາດດໍາເນີນການຢືມເງິນຈາກທະນາຄານ ທີ່ມີລະບົບສໍາລັບຜູ້ດໍາເນີນທຸລະກິດໄດ້, ເຊິ່ງການອະ ນຸມັດເງິນກູ້ ຫຼາຍຫຼືໜ້ອຍກໍຂຶ້ນຢູ່ກັບຂະໜາດຂອງທຸລະກິດ, ຄວາມສາມາດໃນການຊໍາລະຄືນ ແລະເຄຣດິດຂອງຜູ້ປະກອບການເອງ.

ສໍາລັບບໍລິສັດ Unique Countertop ເຊິ່ງເປັນບໍລິສັດຂອງ ທ່ານຈັນທະຄອນ ອິນທະວົງ, ແມ່ນເປັນບໍລິສັດຂະໜາດນ້ອຍ ແຕ່ກໍມີຊື່ສຽງ ທັງເປັນທີ່ເຊື່ອໝັ້ນຂອງລູກຄ້າມາຍາວນານ ແລະກໍມີລູກຄ້າຫຼາຍ.​ ດັ່ງນັ້ນ ທຶນ
ທີ່ໃຊ້ໝູນວຽນໃນແຕ່ລະປິ ຈຶ່ງມີຈໍານວນປະມານ 1 ລ້ານໂດລາ.

ໃນການຮັບວຽກ, ສິ່ງສໍາຄັນ ຜູ້ປະກອບການຈະຕ້ອງໄດ້ຄິດໄລ່ ແລະຕົກລົງລາກັບລູກຄ້າກ່ອນທີ່ຈະເລີ້ມຕົ້ນລົງມືປະຕິບັດ ເຊິ່ງທາງເຈົ້າຂອງບໍລິສັດ Unique Countertop ໄດ້ອະທິບາຍໃຫ້ຟັງດັ່ງນີ້:

“ເຮົາກໍໄປເບິ່ງກ່ອນ ແລ້ວເຮົາກໍມາເບິ່ງວ່າ ເຮົາຊິຊື້ສ່ວນປະກອບຕ່າງໆໝົດຫຼາຍປານໃດ, ວຽກນີ້ມັນຊິໃຊ້ເວລາຈັກມື້, ມັນຊິໃຊ້ເວລາຈັກຊົ່ວໂມງ ເຮົາກໍຄິດໄລ່ເບິ່ງ. ຄົນງານເຮັດວຽກນໍາເຮົາເດ ມີຈັກຄົນເຮັດວຽກ, ຈ່າຍໃຫ້ຄົນງານ ແລ້ວມັນຊິເຫຼືອໃຫ້ເຮົາເທົ່າໃດ ເຮົາຢາກໄດ້ເທົ່າໃດ ເຮົາກໍໄປປະເມີນລາຄາ ສົ່ງການຄໍານວນ ສົ່ງລາຄາໄປໃຫ້ເຂົາ ແລ້ວເຂົາກໍຮັບອະນຸມັດ ແລະເຮົາກໍຈັດຕາຕະລາງມື້ທີ່ຈະດໍາເນີນງານຕິດຕັ້ງວຽກຂອງເຮົາໃຫ້ເຂົາເຈົ້າ. ແຕ່ສ່ວນຫຼາຍເຂົາເຈົ້າກໍຮັບເອົາໂລດດອກ.”

ປະກັນໄພ, ສິ່ງນີ້ກໍສໍາຄັນ ເພາະຈະຄຸ້ມຄອງທັງຜູ້ປະກອບການ, ແລະລູກຄ້າ.​ເນື່ອງຈາກວ່າ ຫາກມີຫຍັງຜິດປົກກະຕິ, ວຽກງານບໍ່ແລ້ວຕາມເປົ້າໝາຍເວລາ, ເກີດຄວາມເສຍຫາຍ ຫຼືບາດເຈັບ ແລະອື່ນໆ…ທາງບໍລິສັດປະກັນໄພນີ້ ຈະເປັນຜູ້ຄຸ້ມຄອງທັງຜູ້ປະກອບການ, ພະນັກງານ ແລະລູກຄ້າ.

ພະນັກງານຂອງບໍລິສັດ, ຜູ້ປະກອບການ ຈະຕ້ອງມີພະນັກງານປະຈໍາບໍລິສັດ ເຊິ່ງບໍລິສັດ Unique Countertop ມີພະນັກງານປະຈໍາຢູ່ 5 ຄົນ ເພື່ອຊ່ວຍວຽກງານຕ່າງໆໃນການຕິດຕັ້ງໃຫ້ລູກຄ້າ.

ລາຄາໃນການຕິດຕັ້ງຂອງແຕ່ລະອໍເດີ້ຈາກລູກຄ້າກໍແຕກຕ່າງກັນ, ເຊິ່ງຈຸດນີ້ ຖ້າລູກຄ້າຫາກຕ້ອງການສ່ວນປະກອບທີ່ມີຄຸນນະພາບສູງ ລາຄາກໍອາດຈະແພງຂຶ້ນ, ໂດຍທາງເຈົ້າຂອງບໍລິສັດ Unique Countertop ກ່າວວ່າ:

“ສູງສຸດນີ້ ຄັນຖືກເຮືອນຫຼັງໃຫຍ່ແທ້ ແບບລາຄາເຮືອນເປັນລ້ານ, ຕູ້ໃສ່ເຄື່ອງຢູ່ເຮືອນຄົວ ພ້ອມທັງຄ່າແຮງ ແລະສ່ວນປະກອບຕ່າງໆກໍຕົກເປັນລາຄາທີ່ 30 ພັນໂດລາ, ຕ້ອງແມ່ນໄມ້ແນວດີ ແລະກໍຂຶ້ນກັບຄຸນນະພາບຂອງຕູ້ນໍາແດ່. ຄືເຮືອນໃຫຍ່ຈັງຊີ້ເຮົາກໍຕ້ອງໃຊ້ເວລາ ລາງເທື່ອກໍເປັນອາທິດ ມັນກໍຈັງຄ່ອຍຊິແລ້ວ, ເຮົາກໍຄິດໄລ່ເອົາວ່າຄ່າມືເຮົາຊິເອົາຫຼາຍປານໃດ ມັນກໍຕ້ອງຕົກເປັນລາຄາ 10 ປາຍພັນ, ອຸປະກອນກໍຕ່າງຫາກ ມັນກໍຕົເປັນປະມານ 20 ພັນ.”

ໃນການຊໍາລະເງິນກ່ອນການດໍາເນີນງານ, ກໍຂຶ້ນຢູ່ກັບຄວາມແຕກຕ່າງຂອງລູກຄ້າ ເຊັ່ນວ່າ ຖ້າລູກຄ້າຫາກເປັນເຈົ້າຂອງເຮືອນເອງເລີຍ ທາງຜູ້ປະກອບການກໍຕ້ອງຂໍຄ່າ Deposit ກ່ອນ 65 ເປີເຊັນຂອງຈໍານວນເງິນຄ່າວຽກທີ່ຕົກລົງກັນທັງໝົດ.

ເວົ້າລວມແລ້ວ, ການເຮັດທຸລະກິດກ່ຽວກັບການຕິດຕັ້ງຕູ້ ແລະໂຕະພາຍໃນເຮືອນຄົວ ກໍຖືວ່າເປັນວຽກທີ່ສ້າງລາຍໄດ້ດີໃຫ້ແກ່ຜູ້ປະກອບການຫຼາຍສົມຄວນ, ເຊິ່ງສິ່ງສໍາຄັນ ແມ່ນຕ້ອງມີຄວາມຮູ້, ຮັກໃນອາຊີບ, ພ້ອມທັງບໍລິການລູກຄ້າດ້ວຍຄວາມຈິງໃຈ ແລະເຮັດໃຫ້ພວກເຂົາເຈົ້າເຊື່ອໝັ້ນ.