Lao
This article was added by the user . TheWorldNews is not responsible for the content of the platform.

ການແຂ່ງຂັນຕີກັອຟ ປະຈຳປີ ຂອງສະມາຄົມອາຊຽນກັອຟ ລັດຄາໂຣໄລນາເໝືອ

ນັບແຕ່ປີ 2018 ເປັນຕົ້ນມາ ປະຊາຄົມລາວອາເມຣິກັນ ຢູ່ເຂດເມືອງຊາລັອດ ລັດຄາໂຣໄລນາເໜືອ ໄດ້ຈັດການແຂ່ງຂັນກິລາຕີກັອຟປະຈຳປີ ໂດຍມີນັກກິລາຕີກັອຟອາເມຣິກັນເຊື້ອສາຍລາວເດີນທາງມາຮ່ວມຈາກລັດຕ່າງໆ. ສຳ ລັບການແຂ່ງຂັນປີ 2023 ໄດ້ຈັດຂຶ້ນ ໃນວັນເສົາ ວັນທີ 2 ກັນຍາ ມີຜູ້ລົງ ທະບຽນ ຈາກ 13 ລັດ ຈຳນວນທັງໝົດ 128 ຄົນເຂົ້າຮ່ວມ ນອກນັ້ນກໍຍັງມີບັນດາພັນລະຍາ ແລະເພື່ອນຝູງຕິດຕາມານຳ ຊຶ່ງທ່ານໜຸຍ ສູນຣາດ ໄດ້ອະທິ ບາຍສູ່ ວີໂອເອ ກ່ຽວກັບການແຂ່ງຂັນຕີກັອຟຄັ້ງນີ້ວ່າ:

ບັນດາສຸພາບສະຕີ ຕີກັອຟລາວອາເມຣິກັນ
ບັນດາສຸພາບສະຕີ ຕີກັອຟລາວອາເມຣິກັນ

ຍານາງໂພລລີ ອຸໄທ ນັກທຸລະກິດຜູ້ສຳຄັນຄົນນຶ່ງຢູ່ໃນເມືອງຊາລັອດ ໄດ້ໃຫ້ ການສະໜັບສະໜູນສະມາຄົມອາຊຽນກັອຟ ລັດຄາໂຣໄລນາເໝືອ ມາໄດ້ສາມປີແລ້ວ ຍານາງໄດ້ກ່າວເຖິງຄວາມສຳຄັນຂອງການສະໜັບສະໜູນສູ່ ວີໂອເອ ຟັງດັ່ງນີ້:

ທ່ານຈອນນີ ບູລານີ ປະທານຕີກັອຟລັດຄາໂຣໄລນາໃຕ້ ເພື່ອນບ້ານໄກ້ຄຽງກັບລັດຄາໂລໄລນາເໜືອ ໄດ້ນຳຄະນະມາໃຫ້ການສະໜັບໜູນແລະອຸບປະຖຳການ ແຂ່ງຂັນປີນີ້. ນອກຈາກນັ້ນແລ້ວສະມາຄົມດັ່ງກ່າວນີ້ມີຈຸດປະສົງສົ່ງເສີມໃຫ້ທຶນສຶກສາແກ່ເຍົາວະຊົນລາວອາເມຣິກັນ ເພື່ອເປັນລາງວັນແກ່ພວກເດັກນ້ອຍລາວອາເມຣິີກັນຢູ່ໃນລັດຄາໂຣໄລນາໃຕ້ ດັ່ງທີ່ທ່ານຈອນນີ ໄດ້ກ່າວເຖິງກິດຈະການ ອາສາສະໝັກຮັບໃຊ້ສັງຄົມດັ່ງນີ້:

ການເຕົ້າໂຮມສັງສັນແຂ່ງຂັນຂອງ ສະມາຄົມກັອຟເອເຊຍລັດຄາໂຣໄລນາເໜືອ ປະຈຳປີ 2023 ໄດ້ສິ້ນສຸດລົງດ້ວຍຄວາມມ່ວນຊື່ນ ຊຶ່ງບັນດານັກຕີິກັອຟລາວອາເມຣິກັນ ໄດ້ມີໂອກາດເດີນທາງຈາກລັດຕ່າງໆ ມາພົບພໍ້ສັງສັ