Lao
This article was added by the user . TheWorldNews is not responsible for the content of the platform.

ການຜະລິດສິນຄ້າ ທີ່ຍັງຢູ່ໃນລະດັບປະຖົມປະຖານໃນລາວ ເປັນສາເຫດເຮັດໃຫ້ ບໍ່ສາມາດແຂ່ງຂັນໃນຕະຫຼາດສາກົນ

ການຜະລິດສິນຄ້າ ທີ່ຍັງຢູ່ໃນລະດັບປະຖົມປະຖານໃນລາວ ທັງຍັງຂາດການພັດທະນາຢ່າງແທ້ຈິງ ໄດ້ສົ່ງຜົນກະທົບເຮັດໃຫ້ສິນຄ້າທີ່ຜະລິດໃນລາວ ບໍ່ສາ ມາດແຂ່ງຂັນໃນຕະຫຼາດຕ່າງປະເທດໄດ້ເລີຍ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານໄພບູນ ພົນສຸວັນນາ ກຳມະການບໍລິຫານສະພາອຸດສາຫະກຳແຫ່ງປະເທດໄທ ຢືນຢັນວ່າ ການຜະລິດສິນຄ້າສະບຽງອາຫານຂອງໄທ ເພື່ອສົ່ງອອກໄປຕ່າງປະເທດ ໃນປັດຈຸບັນໄດ້ມີການນຳເຂົ້າສິນຄ້າວັດຖຸດິບຈາກປະເທດເພື່ອນບ້ານເພີ້ມຂຶ້ນນັບມື້ ເນື່ອງຈາກຜົນຜະລິດວັດຖຸດິບໃນໄທ ບໍ່ພຽງພໍກັບຄວາມຕ້ອງການຕົວຈິງ ຈຶ່ງຕ້ອງສົ່ງເສີມການຜະລິດໃນປະເທດເພື່ອນບ້ານຫຼາຍຂຶ້ນ ໂດຍໃນນີ້ ກໍລວມເຖິງການສົ່ງເສີມການຜະລິດແລະນຳເຂົ້າສິນຄ້າວັດຖຸດິບຈາກລາວ ເພີ້ມຂຶ້ນດ້ວຍ ຫາກແຕ່ບັນຫາທີ່ຈະຕ້ອງດຳເນີນການພັດທະນາ ເພື່ອຍົກລະດັບມາດຕະຖານສາກົນ ແຕ່ການຜະລິດສິນຄ້າຈິງໃນລາວ ໃນເວລານີ້ ຍັງຢູ່ໃນລະດັບປະຖົມປະຖານເທົ່ານັ້ນ ຈຶ່ງເຮັດໃຫ້ບໍ່ສາມາດແຂ່ງຂັນໃນຕະຫຼາດການຄ້າສາກົນໄດ້ເລີຍ ໂດຍສະເພາະແມ່ນຜົນຜະລິດສິນຄ້າດ້ານກະສິກຳນັ້ນ ດັ່ງທີ່ທ່ານໄພບູນ ໃຫ້ການຢືນຢັນວ່າ:

“ສປປ ລາວ ມີເລື້ອງຂອງຜະລິດຕະພັນຂັ້ນປະຖົມເປັນໃຫຍ່ ແລ້ວກໍສ່ວນໃຫຍ່ ກໍຄືຍັງບໍ່ໄດ້ຮັບການພັດທະນາຢ່າງເຕັມສ່ວນໃນການເຮັດເປັນແບບອຸດສາຫະກຳເພື່ອການສົ່ງອອກເລີຍ ເຂົາບໍລິໂພກພາຍໃນ ເຂົາຍັງຢູ່ໄດ້ດ້ວຍວິຖີທຳມະຊາດ ວິຖີແບບທີ່ເຂົາເອີ້ນວ່າ ພໍພຽງ ສະນັ້ນສິນຄ້າກະສິກຳສ່ວນໃຫຍ່ ເກືອບຈະຍັງບໍ່ໄດ້ມີໂອກາດ ພັດທະນາຢູ່ແຫ່ງໃດເລີຍ ຂ້າ​ພະ​ເຈົ້າວ່າ ເລື້ອງຂອງສິນຄ້າກະສິ ກຳຜະລິດຕະພັນອາຫານເພື່ອການສົ່ງອອກຕ່າງປະເທດ ລາວເກືອບຈະຍັງເບິ່ງບໍ່ເຫັນສັກກະຍະພາບເລີຍແຫຼະ ເຂົາພຽງພໍບໍລິໂພກພາຍໃນປະເທດເທົ່ານັ້ນ.”

ໂດຍໃນຊ່ວງ 6 ເດືອນຕົ້ນປີ 2022 ລາວ ໄດ້ສົ່ງອອກສິນຄ້າກະສິກຳໄປຕ່າງ ປະເທດ ໄດ້ໃນມູນຄ່າລວມ 870 ລ້ານໂດລາ ຊຶ່ງຄິດເປັນ 72 ເປີເຊັນ ຂອງແຜນການປີ ໃນນີ້ເປັນການສົ່ງອອກພືດ ແລະຜະລິດຕະພັນຈາກພືດທີ່ມີມູນຄ່າ 824 ລ້ານໂດລາ ສ່ວນນອກນັ້ນ ເປັນການສົ່ງອອກສັດປີກ ງົວ-ຄວາຍ ໝູ ແບ້ ແລະແກະ ລວມກັນຫຼາຍກວ່າ 1 ລ້ານ 7 ແສນໂຕ ດັ່ງທີ່ ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໃຫ້ການຢືນຢັນວ່າ:

“ໃນ 6 ເດືອນຕົ້ນປີ 2022 ໄດ້ມີການສົ່ງອອກສິນຄ້າກະສິກຳ ມູນຄ່າ 870 ລ້ານກວ່າໂດລາສະຫະລັດ ເທົ່າກັບ 72.57 ເປີເຊັນຂອງແຜນການປີ ໃນນີ້ການສົ່ງອອກພືດຜັກ ແລະຜະລິດຕະພັນພືດໃນມູນຄ່າ 824 ລ້ານໂດລາສະຫະລັດ ເທົ່າກັບ 74 ເປີເຊັນຂອງແຜນການປີ ທຽບໃສ່ໃນໄລຍະດຽວຂອງປີທີ່ຜ່ານມາ ແມ່ນເພີ້ມຂຶ້ນ 41 ເປີເຊັນ ແລະການສົ່ງອອກສັດ 1 ລ້ານ 7 ແສນກວ່າໂຕ.”

ຜະລິດຕະພັນສິນຄ້າກະສິກຳຂອງລາວ ໂດຍສ່ວນໃຫຍ່ເພື່ອຕອບສະໜອງຕະຫຼາດພາຍໃນປະເທດເທົ່ານັ້ນ.
ຜະລິດຕະພັນສິນຄ້າກະສິກຳຂອງລາວ ໂດຍສ່ວນໃຫຍ່ເພື່ອຕອບສະໜອງຕະຫຼາດພາຍໃນປະເທດເທົ່ານັ້ນ.

ທາງດ້ານທ່ານເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳແລະປ່າໄມ້ ຢືນຢັນວ່າ ການສົ່ງສິນຄ້າກະສິກຳໃນປີ 2021 ມີມູນຄ່າລວມ 1,200 ລ້ານໂດລາ ໃນນີ້ 80 ເປີເຊັນ ເປັນການສົ່ງອອກໄປຈີນ ທີ່ໃຫ້ໂຄວຕາພິເສດເພື່ອການນຳເຂົ້າສິນຄ້າກະສິກຳ 14 ຊະນິດຈາກລາວ ກໍຄື ເຂົ້າ ສາລີ ມັນຕົ້ນ ກ້ວຍ ໝາກໂມ ມັນດ້າງ ຖົ່ວຝັກຍາວ ຖົ່ວເຫຼືອງ ຖົ່ວເບີ ໝາຍໜອດ ໝາກກ້ຽງ ໝາກນາວ ແລະງົວ-ຄວາຍ ສ່ວນໃນປີ 2022 ນີ້ ລັດຖະບານລາວຍັງໄດ້ຂໍໃຫ້ລັດຖະບານ ຈີນ ເພີ້ມໂຄວຕາ ໃນການຮັບຊື້ສິນຄ້າກະສິກຳຈາກລາວ ອີກ 91 ຊະນິດ ຊຶ່ງຄາດວ່າ ທາງການຈີນ ຈະຕົກລົງໃຫ້ໂຄວຕາ ເພີ້ມຂຶ້ນ 20 ຊະນິດ ໃນມໍ່ໆນີ້ ໂດຍເມື່ອສົມທົບກັບການເດີນລົດໄຟລາວ-ຈີນ ນັບແຕ່ວັນທີ 3 ທັນວ່າ 2021 ເປັນຕົ້ນມາ ກໍຍ່ອມຈະເປັນຜົນດີຕໍ່ການສົ່ງອອກສິນຄ້າກະສິກຳຂອງລາວ ໄປຈີນໄດ້ເພີ້ມຂຶ້ນນັບມື້.

ທັງນີ້ ໂດຍລາວ ໄດ້ສົ່ງອອກສິນຄ້າກະສິກຳຈາກແຂວງຫຼວງນ້ຳທາ ໄປຈີນ 1,651,830 ໂຕນ ແຂວງຜົ້ງສາລີ 248,455 ໂຕນ ໄຊຍະບູລີ 195,650 ໂຕນ ອຸດົມໄຊ 88,873 ໂຕນ ຫຼວງພະບາງ 24,586 ໂຕນ ໃນໄລຍະ 6 ເດືອນຕົ້ນປີ 2022 ແລະຄາດໝາຍວ່າ ຈະເພີ້ມຂຶ້ນອີກ 1 ເທົ່າໃນ 6 ເດືອນທ້າຍປີ 2022 ຖ້າຫາກວ່າ ບໍ່ເກີດບັນຫາຊັກຊ້າໃນການຂົນສົ່ງ ດ້ວຍມາດຕະ ການສະກັດກັ້ນ ໄວຣັສໂຄວິດ-19 ຂອບງລັດຖະບານຈີນ ໂດຍທາງການລາວ ກັບຈີນ ກໍໄດ້ພາກັນຫລັ່ງໄຫລມາລົງທຶນໃນພາກກະສິກຳ ແລະຄອງສິນສຳປະທານທີ່ດິນໃນລາວ ຫຼາຍທີ່ສຸດດ້ວຍ.