Lao
This article was added by the user . TheWorldNews is not responsible for the content of the platform.

ການຜະລິດທາງດ້ານກະສິກຳຂອງລາວ ປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກ ຂະນະທີ່ຈັດສັນທີ່ດິນໄດ້​ເຖິງ 4.5 ລ້ານເຮັກຕາເພື່ອຜະລິດສິນຄ້າກະສິກຳສົ່ງອອກໄປຈີນ

ການຜະລິດທາງດ້ານກະສິກຳຂອງລາວ ກຳລັງປະເຊີນກັບບັນຫາຂາດແຄນແຮງງານຢ່າງໜັກໜ່ວງ ໃນຂະນະທີ່ລັດຖະບານລາວໄດ້ຈັດສັນທີ່ດິນ ລ້ານເຮັກຕາເພື່ອຜະລິດສິນຄ້າກະສິກຳສົ່ງອອກໄປຈີນ ຊຶ່ງ ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ຜູ້ປະສານງານ ກຸ່ມປະຕິບັດການດ້ານຂໍ້ມູນກ່ຽວກັບທີ່ດິນໃນລຸ່ມແມ່ນໍ້າຂອງ (Land Information Working Group) ເປີດເຜີຍວ່າການທີ່ກະຊວງຊັບ ພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ພຽງ 36,000 ກວ່າຕອນ ຈາກເປົ້າໝາຍທີ່ວາງໄວ້ກວ່າ 3 ແສນຕອນໃນປີ 2022 ທີ່ຜ່ານມານັ້ນ ນອກຈາກຈະເຮັດໃຫ້ປະຊາຊົນລາວສ່ວນໃຫຍ່ຍັງບໍ່ມີທີ່ດິນທຳກິນຢ່າງຖາວອນແລ້ວ ການທີ່ຕ້ອງປະເຊີນບັນຫາຄ່າຄອງຊີບທີ່ສູງຂຶ້ນນັບມື້ກໍຍັງເຮັດໃຫ້ປະຊາຊົນລາວຕ້ອງພາກັນເດີນທາງໄປເຮັດວຽກທີ່ ປະເທດໄທເພີ້ມຂຶ້ນນັບມື້ອີກດ້ວຍ ເພາະວ່າຄ່າຈ້າງສູງກວ່າຢູ່ລາວເຖິງ 5 ເທົ່າ.

ສ່ວນນັກທຸລະກິດລາວ ໃນພາກການຜະລິດສິນຄ້າກະສິກຳ ຢືນຢັນວ່າໄດ້ມີການປັບຂຶ້ນຄ່າຈ້າງໂຕຈິງສູງກວ່າອັດຕາຄ່າຈ້າງຂັ້ນຕໍ່າ ນັບແຕ່ເດືອນພຶດສະພາ ປີ 2023 ເປັນຕົ້ນມາແລ້ວ ໂດຍປັບຂຶ້ນຈາກ 1.3 ລ້ານກີບເປັນ 2.5 ລ້ານກີບ ຕໍ່ເດືອນຫາກແຕ່ກໍບໍ່ສາມາດແກ້ບັນຫາຂາດແຄນແຮງງານຢ່າງໜັກໜ່ວງໄດ້ເລີຍ

ເພາະວ່າ ຍັງຖືເປັນອັດຕາລາຄ່າຈ້າງທີ່ຕໍ່າຫລາຍ ເມື່ອທຽບໃສ່ຄ່າຄອງຊີບທີ່ປັບໂຕສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ດັ່ງທີ່ນັກທຸລະກິດລາວ ໄດ້ໄໃຫ້ການຢືນຢັນວ່າ:

“ຄ່າແຮງງານບ້ານເຮົາ ກະຍັງຖືວ່າແມ່ນຕໍ່າຢູ່ ຕອນນີ້ແຫ່ງຕໍ່າຫລາຍ ຄັນວ່າຄ່າແຮງງານຊັ້ນຕໍ່າປັດຈຸບັນນີ້ມີແຕ່ 80 ຫລຽນ ເນາະ ກະຖືວ່າກຳລັງເຈລະຈາກັນໃຫ້ຍົກລະດັບເງິນເດືອນນີ້ຂຶ້ນຕື່ມອີກເນາະ ແຕ່ວ່າເງິນເດືອນປົກກະຕິທີ່ພວກເຮົາຈ່າຍ ມັນກະກາຍຫັ້ນຢູ່ແລ້ວເນາະ ຢ່າງນ້ອຍກະແມ່ນສອງລ້ານຫ້າຂຶ້ນໄປ ອັນນີ້ແມ່ນເງິນທີ່ວ່າພະນັກງານໄດ້ຮັບ ບໍ່ເວົ້າເຖິງສະວັດດີການຢ່າງອື່ນໆ.”

ໂດຍສາເຫດທີ່ເຮັດໃຫ້ທາງການລາວບໍ່ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວໄດ້ຕາມແຜນການທີ່ວາງໄວ້ ກໍເພາະວ່າກະຊວງສັບພະຍາກອນທະມະຊາດ ແລະສິ່ງແວດລ້ອມ ມີໜ່ວຍວັດແທກທີ່ດິນຢ່າງຈຳກັດ ແລະຍັງບໍ່ທັນມີເທັກໂນໂລຈີທີ່ທັນສະໄໝເພື່ອນຳໃຊ້ໃນການວັດແທກທີ່ດິນ ທັງຍັງຂາດການພັດທະນາຖານຂໍ້ມູນທີ່ດິນດ້ວຍເທັກໂນໂລຈີຂໍ້ມູນຂ່າວສານທີ່ເຊື່ອມຕໍ່ກັນໄດ້ໃນທົ່ວປະເທດ ລວມເຖິງການຂາດແຄນບຸກຂະລາກອນ ທີີ່ມີຄວາມຮູ້ຄວາມສາມາດທາງດ້ານເທັກໂນໂລຈີສະໄໝໃໝ່ ແລະບັນຫາທີ່ຕິດຕາມມາກໍຄືຄວາມຍາກຈົນຂອງປະຊາຊົນລາວ ສ່ວນໃຫຍ່ຂອງປະເທດທີ່ບໍ່ມີທີ່ດິນທຳກິນຢ່າງຖາວອນນັ້ນເອງ.

ແຕ່ຢ່າງໃດກໍຕາມ ກະຊວງກະສິກຳ ແລະປ່າໄມ້ກໍໄດ້ຈັດສັນທີ່ດິນເຖິງ 4.5 ລ້ານເຮັກຕາ ເພື່ອນຳໃຊ້ໃນການຜະລິດສິນຄ້າກະສິກຳສົ່ງອອກໄປຕ່າງປະເທດໃຫ້ຫລາຍຂຶ້ນ ໂດຍສະເພາະແມ່ນການສົ່ງອອກໄປຈີນ ທີ່ໃຫ້ໂຄຕາພິເສດແກ່ລາວ 16 ລາຍການ ເຊັ່ນມັນຕົ້ນ, ສາລີ, ກ້ວຍ, ຖົ່ວເຫລືອງ, ຖົ່ວຂຽວ, ຖົ່ວເບີ, ອ້ອຍ ຢາງພາລາ ແລະພຶດຜັກຕ່າງໆນັ້ນ ກໍຍິງເຮັດໃຫ້ມີຄວາມຕ້ອງການແຮງງານຫລາຍຂຶ້ນອີກ ເພາະຍັງມີທີ່ດິນໃນພື້ນທີ່ຈັດສັນດັ່ງກ່າວອີກເຖິງ 1.35 ລ້ານເຮັກຕາ ທີີ່ບໍ່ທັນໄດ້ທີການນໍາໃຊ້ໃນການຜະລິດສິນຄ້າກະສິກຳເລີຍໃນປັດຈຸບັນດັ່ງທີ່ ທ່ານເພັດ ພົມພິພັກ ລັດຖະມນຕີກະຊວງກະສິກຳ ແລະປ່າໄມ້ຢືນຢັນວ່າ:

“ເນື້ອທີ່ດິນກຳສິກຳໄດ້ຖືກນຳໃຊ້ເຂົ້າໃນການຜະລິດແລ້ວ 3.15 ລ້ານເຮັກຕາ ຫລືກວມເອົາ 70 ເປີເຊັນ ຍັງບໍ່ທັນໄດ້ບຸກເບີກ 30 ເປີເຊັນ ຫລືເທົ່າກັບ 1.35 ລ້ານເຮັກຕາ ອັນນີ້ຖ້າວ່າຢູ່ໃນ 20-30 ປີ 40 ປີ ຂ້າງໜ້ານີ້ເນື້ອທີ່ດິນກະສິກຳໃນຮູບແບບການຜະລິດກະສິກຳໃນປັດຈຸບັນນີ້ ພວກເຮົາພຽງພໍບໍ່ມີບັນຫາ ແລະຕໍ່ໄປ ພວກເຮົານຳໃຊ້ເທັກນິກ ເທກໂນໂລຈີເຂົ້າໃນການຜະລິດອາດຈະເພີ້ມຜົນຜະລິດຂຶ້ນຫລາຍ.”

ສ່ວນທ່ານນາງພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງສາລະວັນ ຢືນຢັນວ່າບັນຫາຂັດແຍ້ງກ່ຽວກັບການຖືຄອງທີ່ດິນ ທີ່ເກີດຈາກການອະນຸຍາດສຳປະທານໃຫ້ແກ່ບັນດາບໍລິສັດເອກກະຊົນລາວ ແລະຕ່າງຊາດ ຍັງໄປກວມເອົາທີ່ດິນຂອງປະຊາຊົນລາວຢ່າງກວ້າງຂວາງໃນປັດຈຸບັນນີ້ ໃນຂະນະທີ່ການອອກໃບຕາດິນກະບໍ່ໄດ້ປະຕິບັດຕາມກົດໝາຍດ້ວຍນັ້ນ ກໍຍັງໄດ້ເຮັດໃຫ້ມີການສໍ້ໂກງ ແລະຍາດແຍ່ງເອົາທີ່ດິນຂອງປະຊາຊົນ ໂດຍພະນັກງານລັດ ແລະບໍລິສັດເອກກະຊົນເກີດຂຶ້ນຢ່າງກວ້າງຂວາງດ້ວຍເຊັ່ນກັນ.