Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະບານຈີນ ດຳເນີນແຜນການສົ່ງເສີມບຸກຄະລາກອນຈີນ ທີ່ມີຄຸນນະພາບໃຫ້ເດີນທາງໄປເຮັດວຽກໃນອາຊຽນເພີ່ມຂຶ້ນ

ລັດຖະບານ ຈີນ ດຳເນີນແຜນການສົ່ງເສີມບຸກຄະລາກອນ ຈີນ ທີ່ມີຄຸນນະພາບໃຫ້ເດີນທາງໄປທຳງານຫຼືດຳເນີນທຸລະກິດການຄ້າ ແລະ ການລົງທຶນໃນອາຊຽນເພີ່ມຂຶ້ນ ໃນຂະນະທີ່ການຈ້າງງານໃນ ລາວ ຍັງມີມາດຕະຖານຕໍ່າ.

ດຣ. ໄພຈິດ ວິບູນນະສານ ເລຂາທິການສະພາຫໍການຄ້າ ໄທໃນຈີນ ເປີດເຜີຍວ່າລັດຖະບານຈີນວາງແຜນການທີ່ຈະສົ່ງເສີມແຮງງານ ແລະ ບຸກຄະລາກອນຈີນທີ່ມີຄຸນນະພາບສູງເພື່ອໃຫ້ເດີນທາງໄປທຳງານຫຼືດຳເນີນທຸລະກິດການຄ້າ ແລະ ການລົງທຶນໃນອາຊຽນເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍໃນນີ້ກໍມີທັງບຸກຄະລາກອນທີ່ເດີນທາງໄປກັບໂຄງການພັດທະນາຕ່າງໆທີ່ລັດຖະບານ ຈີນ ຮ່ວມມືກັບປະເທດສະມາຊິກໃນອາຊຽນ ແລະ ບຸກຄະລາກອນທີ່ຢູ່ໃນສັງກັດຂອງບັນດາບໍລິສັດເອກະຊົນ ຈີນ ທີ່ດຳເນີນທຸລະກິດການຄ້າ, ການບໍລິການ ແລະ ການລົງທຶນຢູ່ໃນອາຊຽນລວມເຖິງການສົ່ງເສີມບຸກຄະລາກອນຄຸນນະພາບສູງທີ່ເປັນເອກະເທດຈາກລັດ ແລະ ບໍລິສັດເອກະຊົນ ຈີນ ເພື່ອໃຫ້ສ້າງຕັ້ງຫົວໜ່ວຍທຸລະກິດຢ່າງຫຼາກຫຼາຍໃນອາຊຽນດ້ວຍ ດັ່ງທີ່ດຣ. ໄພຈິດ ໃຫ້ການຢືນຢັນວ່າ

“ລັດຖະບານຈີນພະຍາຍາມຈະຜະລິດຄົນເພື່ອທີ່ຈະຕອບສະໜອງຄວາມຕ້ອງການໃນຮູບແບບນະໂຍບາຍຂອງລັດຖະບານ ເພື່ອທີ່ຈະສົ່ງຊັບພະຍາກອນມະນຸດຂອງເຂົານີ້ອອກໄປຕ່າງປະເທດ ເພື່ອການຄ້າຂາຍ, ໄປເຮັດທຸລະກິດ ຫຼືແມ່ນກະທັ້ງໄປເຮັດວຽກໃນໂຄງການຕ່າງໆທີ່ລັດຖະບານ ຈີນ ຈະອອກໄປເຮັດວຽກອີກມະຫາສານ ອັນນີ້ກໍເໝືອນກັບການສົ່ງອອກແຮງງານມີຄຸນນະພາບ ເພາະເຮົາກໍຮູ້ວ່າດຽວນີ້ຈີນອອກໄປເຮັດໃນເລື່ອງຂອງງານກໍ່ສ້າງດ້ານວິສະວະກຳສາດ ດ້ານຫຍັງຕ່າງໆຫຼາຍທີ່ສຸດໃນຕະຫຼາດໂລກ.”

ສ່ວນນັກຊ່ຽວຊານ ຈີນ ຊຶ່ງດຳເນີນທຸລະກິດເປັນທີ່ປຶກສາດ້ານກົດໝາຍ ແລະ ການລົງທຶນໃນລາວກໍໄດ້ໃຫ້ການຢືນຢັນວ່າບັນດານັກທຸລະກິດຈີນທີ່ລົງທຶນ ແລະ ດຳເນີນທຸລະກິດໃນລາວຕ່າງກໍລ້ວນແຕ່ມີຄວາມໄດ້ປຽບຕໍ່ບັນດານັກທຸລະກິດໃນລາວໃນທຸກດ້ານ ໂດຍບໍ່ວ່າຈະເປັນດ້ານເງິນທຶນ, ເທັກນິກ ແລະ ບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດນັ້ນກໍຄືປັດໄຈສຳຄັນທີ່ເຮັດໃຫ້ນັກທຸລະກິດຈີນສາມາດຄວບຄຸມກິດຈະການທຸກຂະແໜງໃນລາວໄດ້ຢ່າງຄົບຖ້ວນ ແລະ ຍັງມີທ່າອຽງເພີ່ມຂຶ້ນນັບມື້ອີກດ້ວຍ ເພາະພື້ນຖານທາງທຸລະກິດຂອງລາວນັ້ນຍັງບໍ່ມີການພັດທະນາໃນທຸກດ້ານ ໂດຍສະເພາະແມ່ນດ້ານບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດຂອງລານັ້ນຍັງບໍ່ສາມາດຕອບສະໜອງໃຫ້ກັບບັນດາບໍລິສັດຈີນທີ່ລົງທຶນໃນລາວໄດ້ເລີຍ ໂດຍມີສາເຫດທີ່ສຳຄັນມາຈາກການພັດທະນາຊັບພະຍາກອນມະນຸດ ແລະ ລະບົບການຈ້າງງານໃນລາວທີ່ບໍ່ໄດ້ມາດຕະຖານດັ່ງທີ່ທ່ານນາງ ຄຳໃບ ຂັດຕິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຖະແຫຼງຍອມຮັບວ່າ

“ການຈັດງານໂດຍສະເພາະລະບົບຂໍ້ມູນ-ຂ່າວສານຕະຫຼາດແຮງງານທີ່ມີຢູ່ໃນປັດຈຸບັນຍັງບໍ່ທັນເປັນລະບົບທີ່ກວ້າງຂວາງບໍ່ທັນສາມາດຄຸ້ມຄອງແບບລວມສູນ ເຮັດໃຫ້ການຕິດຕາມຕະຫຼາດແຮງງານ ແລະ ການຄຸ້ມການຈັດຫາງານຍັງບໍ່ທັນມີປະສິດທິພາບ ແລະ ປະສິດທິຜົນ ການແກ້ໄຂບັນຫາການຂາດແຄນແຮງງານ ແລະ ການຫວ່າງງານພາຍໃນຍັງບໍ່ທັນກັບສະພາບການ ຊຶ່ງມີຄວາມຈຳເປັນຕ້ອງໄດ້ສ້າງນິຕິກຳໃຫ້ເປັນລະບົບທີ່ຄົບຊຸດ ລວມທັງຕ້ອງໄດ້ສ້າງກົນໄກເພື່ອເຮັດໃຫ້ການຈັດຫາງານສາມາດເຊື່ອມໂຍງກັບພາກພື້ນ-ສາກົນ.”

ນອກຈາກນີ້ການລະບາດໄວຣັສໂຄວິດ-19 ຍັງເຮັດໃຫ້ໜ່ວຍທຸລະກິດສ່ວນໃຫຍ່ໃນລາວຕ້ອງປະເຊີນກັບສະພາວະຂາດທຶນເປັນເວລາກວ່າ 3 ປີຕິດຕໍ່ກັນ ທັງກໍຍັງປາກົດວ່າມີຫົວໜ່ວຍທຸລະກິດຈຳນວນຫຼາຍທີ່ບໍ່ສາມາດຟື້ນຟູກິດຈະການໃຫ້ກັບຄືສູ່ສະພາວະປົກກະຕິໄດ້ໃນປັດຈຸບັນ ຈຶ່ງມີໂອກາດສູງທີ່ນັກທຸລະກິດຈີນຈະເຂົ້າມາຊື້ກິດຈະການຂອງນັກທຸລະກິດລາວເພີ່ມຂຶ້ນອີກ ເພາະວ່າລັດຖະບານລາວກໍມີເງິນທຶນຢ່າງຈຳກັດສຳລັບໃຫ້ສິນເຊື່ອເພື່ອການຟື້ນຟູທຸລະກິດຂອງວິສາຫະກິດຂະໜາດນ້ອຍ-ຂະໜາດກາງໃນລາວ.

ທັງນີ້ໃນຊ່ວງປີ 1988-2022 ລັດຖະບານລາວກໍໄດ້ໃຫ້ການອະນຸມັດການລົງທຶນຂອງບັນດາບໍລິສັດຈີນໃນລາວຈຳນວນ 933 ໂຄງການມີມູນຄ່າການລົງທຶນລວມກວ່າ 18,000 ລ້ານໂດລາ ແລະ ຈັດເປັນກຸ່ມຜູ້ລົງທຶນອັນດັບ 1 ໃນລາວເປັນເວລາກວ່າ 10 ປີຕິດຕໍ່ກັນ ທັງເປັນການລົງທຶນທີ່ກວມເອົາທຸກດ້ານໃນລາວອີກດ້ວຍໂດຍສະເພາະແມ່ນພາກພະລັງງານ, ການຂຸດຄົ້ນແຮ່ທາດ, ການຜະລິດກະສິກຳ, ການຄ້າ ແລະ ບໍລິການຄົບວົງຈອນນັ້ນຍັງເຮັດໃຫ້ບັນດາບໍລິສັດຈີນທີ່ລົງທຶນ ແລະ ດຳເນີນທຸລະກິດໃນລາວສາມາດກຳນົດລາຄາສິນຄ້າ ແລະ ບໍລິການຕ່າງໆເປັນສະກຸນເງິນຢວນໄດ້ອີກດ້ວຍ ເຊັ່ນການຕັ້ງລາຄາຄ່າໂດຍສານ ແລະ ຂົນສົ່ງສິນຄ້າໂດຍລົດໄຟລາວ-ຈີນໃນລາວນັ້ນກໍຈະຕ້ອງຕັ້ງລາຄາເປັນເງິນຢວນກ່ອນ ແລ້ວຈຶ່ງກຳນົດລາຄາເປັນເງິນກີບຕາມອັດຕາແລກປ່ຽນຂອງຕະຫຼາດທີ່ເປັນຈິງໃນແຕ່ລະມື້ ທັງນີ້ກໍເນື່ອງຈາກວ່າການກໍ່ສ້າງທາງລົດໄຟໃນລາວນັ້ນໄດ້ລົງທຶນດ້ວຍເງິນຢວນຂອງຈີນທີ່ມີມູນຄ່າລວມເຖິງ 37,450 ລ້ານຢວນນັ້ນເອງ.