Lao
This article was added by the user . TheWorldNews is not responsible for the content of the platform.

ຍານາງເພັດ ນາມແພງສອນ ເຂົ້າມາຕັ້ງຖິ່ນຖານ ໃນລັດແຄນຊັສ ຕອນອາຍຸ ພຽງ 8 ເດືອນ ດຽວນີ້ເປັນຜູ້ຈັດການດ້ານຊັບພະຍາກອນມະນຸດ ໃນບໍລິສັດຜະລິດເຮືອບິນ

ທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນຊາວລາວ ໃນຄ່ຳຄືນນີ້ ເຮົາຈະນຳເອົາເລື້ອງລາວ ຂອງຊາວລາວຈຳນວນນຶ່ງ ທີ່ອາໄສຢູ່ໃນເມືອງວິຈິຕາ ລັດແຄນຊັສ ທີ່ເປັນສູນກາງອຸດສາຫະກຳຜະລິດເຮືອບິນໂດຍສານພານິດແລະເຮືອ ບິນສ່ວນຕົວ ເຊັ່ນບໍລິສັດ ໂບອິງ (Boing), ແລະ ບໍລິສັດ ແທັກສທຣອນ ເອວີເອສັນ (Textron Aviation) ພ້ອມກັນນັ້ນ ຊາວເມືອງວິຈິຕາ ໂດສະເພາະ ຊາວພຸດ ກຳລັງກະກຽມສຳລັບການສະເຫຼີມສະຫຼອງງານບຸນເປີດສິມແລະສາລາຫຼັງໃໝ່ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຍານາງເພັດ ນາມແພງສອນ ຊື່ຫຼິ້ນວ່າ ຕູ່ ເກີດຢູ່ລາວ ເມື່ອມີອາຍຸໄດ້ປະມານພຽງເຈັດ-ແປດເດືອນ ພໍ່ແລະແມ່ ກໍໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານຢູ່ໃນເມືອງວິນຟີລ (Windfield) ລັດແຄນຊັສ ໃນປີ 1979 ຊຶ່ງເປັນເມືອງນ້ອຍໆຕັ້ງຢູ່ບໍ່ໄກຈາກຕົວເມືອງວິຈິຕາ ພໍປານໃດ. ຍານາງເຕີບໃຫຍ່ຢູ່ໃນເມືອງນີ້ ແລະໄດ້ເຂົ້າໂຮງຮຽນຕັ້ງແຕ່ຊັ້ນປະຖົມຈົນເຖິງຊັ້ນມັດທະຍົມ ຫຼັງຈາກນັ້ນ ກໍໄດ້ໄປສຶກສາຮ່ຳຮຽນຕໍ່ ທີ່ມະຫາວິທະຍາໄລ ວິຈິຕາ ພາຍຫຼັງທີ່ໄດ້ຮຽນຈົບແລະໄດ້ຮັບປະລິນຍາສາຂາທຸລະກິດ ວິຊາເອກໃນດ້ານການຄຸ້ມຄອງລະບົບຂໍ້ມູນ ແລ້ວຍາ ນາງກໍໄດ້ສ້າງຄອບຄົວໃໝ່ກັບຄູ່ຄອງທີ່ເປັນຄົນລາວ-ອາເມຣິກັນ ຢູ່ໃນເມືອງດຽວກັນ ດັ່ງທີ່ຍານາງເລົ່າໃຫ້ວີໂອເອລາວ ຟັງວ່າ:

ຍານາງເພັດ ອາໄສຢູ່ໃນເມືອງວິຈິຕາ ເປັນເວລາຫຼາຍກວ່າ 40 ປີ ແລະໄດ້ເຮັດວຽກຢູ່ບໍລິສັດ Textron Aviation ມາໄດ້ຍາວນານຫຼາຍສິບປີ ຊຶ່ງຕະຫຼອດໄລຍະທີ່ເຮັດວຽກຢູ່ນັ້ນ ຍານາງໄດ້ຮັບຕຳແໜ່ງແລະໜ້າທີ່ຫຼາກຫຼາຍບົດບາດທີ່ ມີຄວາມຮັບຜິດຊອບສູງເພີ້ມຂຶ້ນເລື້ອຍໆ ຢູ່ພາຍໃນພະແນກຕ່າງໆຂອງບໍລິສັດ ເຊັ່ນວ່າ ເທັກໂນໂລຈີດ້ານຂໍ້ມູນ, ຮັບຜິດຊອບດ້ານຊັບພະຍາກອນມະນຸດ ກໍຄື ຊັບພະຍາກອນມະນຸດຂອງຄູ່ຮ່ວມທຸລະກິດ, ຊັບພະຍາກອນມະນຸດທົ່ວໂລກ, ຄວາມສຳພັນຂອງພະນັກງານ ແລະໃຫ້ການສະໜັບສະໜຸນດ້ານການປະຕິບັດງານຕາມຂໍ້ກຳນົດຂອງບໍລິສັດ ທີ່ມີຫຼາກຫຼາຍວຽກງານ ທົ່ວທັງທຸລະກິດ ຊຶ່ງຍານາງ ອະທິບາຍໂດຍຫຍໍ້ວ່າ:

ສ່ວນບົດບາດໜ້າທີ່ໃນຕຳແໜ່ງຜູ້ຈັດການດ້ານຊັບພະຍາກອນມະນຸດ ຍານາງໄດ້ໃຫ້ລາຍລະອຽດຂອງວຽກງານດັ່ງຕໍ່ໄປນີ້ວ່າ:

ຍານາງກ່າວໃຫ້ຟັງວ່າ ບໍລິສັດນີ້ ມີສຳນັກງານໃຫຍ່ຢູ່ໃນຕົວເມືອງວິຈິຕາ ໂດຍມີພະນັກງານຫຼາຍສິບພັນຄົນ ແລະມີໂຮງງານຜະລິດຍົນ Cessna ແລະ Beechcraft ພ້ອມກັນນັ້ນ ມີສາຂາຫຼາຍແຫ່ງ ທັງຢູ່ພາຍໃນສະຫະລັດ ແລະຕ່າງປະເທດ ເຊັ່ນເອເຊຍ ລວມທັງໝົດແລ້ວ ມີພະນັກງານຫຼາຍເກີນກວ່າຫ້າສິບພັນຄົນ ແລະມີລູກຄ້າຢູ່ໃນຫຼາຍກວ່າ 170 ປະເທດ ສະນັ້ນ ວຽກງານດ້ານຊັບພະຍາກອນມະນຸດຂອງຍານາງ ໃນປັດຈຸບັນນີ້ ແມ່ນພົວພັນກັບການຊອກຫາແຮງງານທຸກລະດັບແລະທຸກສັນຊາດ ເພື່ອມາເຮັດວຽກຢູ່ທີ່ບໍລິສັດຕາມຄວາມຕ້ອງການ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

ຍານາງກ່າວໃຫ້ຟັງອີກວ່າ ມີພະນັກງານທີ່ເປັນຄົນລາວ ແລະເອເຊຍຫຼາຍພໍສົມຄວນ ແລະຄ່າຈ້າງກໍສູງສຳລັບພະນັກງານຜູ້ທີ່ບໍ່ມີປະສົບການ ຄືວ່າບໍ່ຕ່ຳກວ່າ 20 ໂດລາຕໍ່ຊົ່ວໂມງ ຊຶ່ງທາງບໍລິສັດ ກໍຍັງຝຶກອົບຮົມໃຫ້ແກ່ພະນັກງານ ແລະປັດຈຸບັນນີ້ ຍັງຕ້ອງການພະນັກງານຫຼາຍພັນຄົນ ສຳລັບຫຼາກຫຼາຍພະແນກ ຈາກພະແນກຜະລິດ ແລະ ສ້ອມແປງເຮືອບິນ ຕະຫຼອດເຖິງພະນັກງານປະຈຳຫ້ອງການ ຈົນເຖິງພະນັກງານກຳມະກອນ ຊຶ່ງຍານາງກ່າວວ່າ “ຖ້າຜູ້ໃດສົນໃຈ ຫຼືມີຄຳຖານ ກໍສາມາດຕິດຕໍ່ຫາຍານາງໄດ້ທາງອີເມລ ທີ່ c28405@hotmail.com ຫຼື ທາງເວັນໄຊຂອງບໍລິສັດ: www.txtav.com, www.defense.txtav.com, www.scorpionjet.com.”

ນອກຈາກວຽກງານປົກກະຕິແລ້ວ ຍານາງເພັດ ຍັງໃຫ້ການຊ່ອຍເຫຼືອທາງວັດລາວ ພຸດທະຣັຕະນະຣາມ ເມືອງວິຈິຕາ ມາໄດ້ຫຼາຍສິບປີນຳດ້ວຍ ດັ່ງທີ່ ຍາ ນາງເລົ່າໃຫ້ຟັງດັ່ງນີ້:

ສ່ວນລູກສາວຫຼ້າ ໄວ 17 ປີຂອງເພິ່ນ ກໍຍັງໄດ້ເຂົ້າຮ່ວມການປະກວດເປັນນາງສັງຂານ ສຳລັບປີໃໝ່ທີ່ຜ່ານມານີ້ ແລະທ້າຍສຸດນີ້ ຍານາງກ່າວກ່ຽວກັບວິຈິຕາ ແຄນຊັສວ່າ:

“ຕູ່ມັກຫຼາຍຢູ່ນີ້ ເພາະວ່າ ຄົນລາວ ສາມັກຄີກັນ ລະກະຕຸ້ມລຸມກັນ ລະກະຊ່ອຍກັນ ເຫັນກັບຕາເລີຍເພາະວ່າ ງານເຮົາຢູ່ບຸນອັນໜາເກົ້າມື້ເກົ້າຄືນນີ້ນະ ຄົນກະໄປຊ່ອຍເຕັມເລີຍ ລະກະເຕັມໃຈເພິ່ນກະເຮັດແບບບໍລິສຸດໃຈ ຂ້າພະເຈົ້າພູມໃຈກັບຊຸມາຊົນຊາວລາວຢູ່ທີ່ວິຈິຕາ ແຄນຊັສ.”

ງານບຸນສະຫຼອງເປີດສິມແລະສາລາ ຂອງວັດລາວພຸດທະຣັຕະນະຣາມ ທີ່ໄດ້ສ້າງສຳເລັດແລ້ວ ຈະເລີ້ມຂຶ້ນໃນທ້າຍເດືອນສິງຫາ ວັນທີ 26 ຈົນເຖິງວັນທີ 3 ກັນຍາ 2023.

ວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ລັດແຄນຊັສ
ວັດລາວພຸດທະຣັຕະນະຣາມ ເມືອງວິຈິດຕາ ລັດແຄນຊັສ