Lao
This article was added by the user . TheWorldNews is not responsible for the content of the platform.

ຊາວອາເມຣິກັນເຊື້ອ​ສາຍ​ຈີນ ​ປະ​ທ້ວງຢູ່ສະຖານທູດລາວ ຮຽກ​ຮ້ອງບໍ່​ໃຫ້ເຈົ້າ​ໜ້າ​ທີ່​ລາວ ຈັບ​ຕົວ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານສົ່ງ​ໄປ ໄປ​ໃຫ້​ຈີນ

ນອກ​ຈາກ​ການ​ຮຽກ​ຮ້ອງ​ໃຫ້ປ່ອຍ​ຕົວທະນາຍຄວາມສິດທິມະນຸດ ຊາວຈີນ ຄື​ທ່ານລູ ຊີເວ ທີ່ຖືກຈັບກຸມໂດຍ​ເຈົ້າ​ໜ້າ​ທີ່​ລາວ​ໃນວັນທີ 28 ກໍລະກົດຜ່ານ​ມາ​ແລ້ວ ພວກປະ​ທ້ວງ​ທີ່ເປັນ​ຊາວອາເມຣິກັນເຊື້ອ​ສາຍ​ຈີນ ຢູ່ຕໍ່ໜ້າສະຖານທູດ ສ​ປ​ປລາວ ປະ​ຈຳ​ສະ​ຫະ​ລັດ ໃນນະຄອນຫຼວງວໍຊິງຕັນໃນວັນອັງຄານຜ່ານ​ມາຍັງ​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ລາວ ໃຫ້​ຄຳ​ຕອບ​ກ່ຽວ​ກັບສະ​ມາ​ຊິກ​ຂອງ​ເຂົ​າ​ເຈົ້າ​ອີກ​ຜູ້​ນຶ່ງ​ທີ່​ຫາຍ​ສາບ​ສູນໃນຕົ້ນ​ເດືອນມິ​ຖຸ​ນາ​ຂະ​ນະ​ທີ່ຢູ່​ໃນ​ປະ​ເທດ​ລາວ ດັ່ງ​ທີ່​ຊາຍຜູ້ນຶ່ງທີ່ຕາງ​ໜ້າ​ໃຫ້​ພັກ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຈີນ​ໃນ​ສະ​ຫະ​ລັດ ເວົ້າ​ຕໍ່​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູດ​ລາວທີ່​ອອກ​ມາ​ພົບ​ກັບ​ເຂົາ​ເຈົ້ານັ້ນ ໂດຍ​ຜ່ານ​ນາຍ​ພາ​ສາ​ແປ​ຈາກພາສາຈີນກາງເປັນ​ອັງ​ກິດວ່າ:

“ຂ້າ​ພະ​ເຈົ້າ​ມາ​ທີ່ນີ້​ເພື່ອ​ປະ​ທ້ວງ​ເຈົ້າ​ໜ້າ​ທີ່​ລາວ​ທີ່​ຈັບ​ກຸມທ່ານລູ ຊີເວ (Lu Siwei) ແລະ​ຫວັງ​ວ່າ​ລາວ​ຈະ​ຖືກ​ປ່ອຍ​ຕົວ. ແລະ​ກ່ອນ​ກໍ​ລະ​ນີນີ້​ຈະ​ເກີດ​ຂຶ້ນ ​ກໍ​ມີ​ສະ​ມາ​ຊິກ​ຂອງ ພວກ​ເຮົາ​ອີກ​ຜູ້​ນຶ່ງ​ ຄື​ທ່ານ ສຽວ ຊິງ​ຊິງ (Qiao Xinxin) ທີ່​ຖືກ​ບັງ​ຄັບ​ໃຫ້​ຫາຍ​ສ​າບ​ສູນ​ ແລະ​ພວກ​ເຮົາ​ໄດ້​ຍິນວ່າ ລາວ​ຖືກ​ຈັບ​ໂດຍ​ເຈົ້າ​ໜ້າ​ທີ່​ລາວ ແລະ​ຖືກ​ສົ່ງ​ກັບ​ໄປ​ຈີນ. ແນວ​ໃດ​ກໍ​ຕາມພວກ​ເຮົາ​ບໍ່ໄດ້​ຍິນ​ຂ່າວ​ຄາວຂອງ​ລາວ​ ນັບ​ແຕ່​ວັນ​ທີ 4 ມິ​ຖຸ​ນາ​ເປັນ​ຕົ້ນ​ມາ. ພວກ​ເຮົາ​ຂໍ​ຮ້ອງ​ໃຫ້​ເຈົ້າ​ໜ້າ​ທີ່​ລາວ​ຈົ່ງ​ຢ່າ​ໃຫ້​ການ​ຮ່ວມ​ມື​ກັບ​ພັກ​ຄອມ​ມີວນິ​ສ​ຈີນ​ໃນ​ການຈັ​ບ​ພວກ​ທະ​ນາຍ​ຄວາມ​ດ້ານ​ສິດ​ທິ​ມະ​ນຸດ​ ແລະ​ພວກ​ຕໍ່​ຕ້ານ​ລັດ​ຖະ​ບານໄປ​ລົງ​ໂທດ.”

​ຕາມ​ພາບ​ໃນ​ວີ​ດິ​ໂອ​ທີ່​ຖ່າຍ​ໂດຍ​ນັກ​ຂ່າວ​ວີ​ໂອ​ເອ ພະ​ແນກ​ພາ​ສາ​ຈີນນັ້ນນາຍ​ຢາ​ພາ​ສາ​ບອກວ່າ ຜູ້ປະ​ທ້ວ​ງ​ໃນ​ມື້ນັ້ນ​ມີ​ຫລາຍກວ່າ 70 ຄົນ​ຊຶ່ງຕາງ​ໜ້າ​ໃຫ້​ແກ່ກຸ່ມທະ​ນາຍ​ຄວາມ​ດ້ານ​ສິດ​ທິ​ມະ​ນຸດ ແລະ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຕ່າງໆ ແລະເຂົາ​ເຈົ້າ​ກໍ​ໄດ້​ຍື່ນ​ໜັງ​ສື​ຮ້ອງ​ຮຽນໃຫ້​ແກ່​ເຈົ້າ​ໜ້າ​ທີ່​ສະ​ຖານທູດ​ລາວເພື່ອໃຫ້​ສົ່ງໜັງ​ສືນັ້ນໄປ​ຍັງ​ລັດ​ຖະ​ບານລາວໂດຍດ່ວນ.

ທາງ​ຝ່າຍ​ເຈົ້າ​ໜ້າ​ທີ່​ສະ​ຖານ​ທູ​ດ​ລາວສອງ​ທ່ານ ​ທີ່​ໄດ້​ອອກ​ມາໂອ້​ລົມ​ກັບພວກ​ປະ​ທ້ວງ ໃນ​ມື້ນັ້ນ ມີ​ຜູ້​ນຶ່ງ​ທີ່ບອກວ່າ ພວກ​ເຂົາ​ເຈົ້າຈະ​ນຳ​ເອົາຄວາມ​ເປັນ​ຫ່ວງ ແລະຂໍ້ຮຽກ​ຮ້ອງ​ຂອງ​ຜູ້​ປະ​ທ້ວງພ້ອມ​ກັບ​ໜັງ​ສືນັ້ນ ໄປສະ​ເໜີ​ຕໍ່​ການ​ນຳ​ຂັ້ນ​ສູງ​ໃນ​ສະ​ຖານ​ທູດ​ລາວປະ​ຈຳສະ​ຫະ​ລັດ.