Lao
This article was added by the user . TheWorldNews is not responsible for the content of the platform.

ສະມາຄົມຊ່ວຍເຫລືອສັງຄົມລາວອາເມຣິກັນ ຢູ່ເມືອງ ຊາລັອດ ລັດຄາໂຣໄນນາເໜືອ ຮ່ວມສະແດງສິນລະປະພື້ນເມືອງລາວ

ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບຄະນະກຳມະການ “ອົງການຊ່ວຍເຫ​ລືອສັງຄົມລາວອາເມຣິກັນ” ຫລື Lao American Outreach Society ທີ່ຫາກໍ່ຕັ້ງຂຶ້ນມາເມື່ອສີ່ເດືອນກ່ອນຢູ່ເມືອງຊາລັອດ ລັດຄາໂຣໄລນາເໜືອ ແລະເຂົາເຈົ້າມີຈຸດປະສົງຫຍັງນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ເມືອງຊາລັອດ ລັດຄາໂຣໄລນາເໜືອ ຕັ້ງຢູ່ທາງທິດຕາເວັນອອກ​ສຽງ​ໃຕ້ຂອງສະຫະລັດ ຫ່າງຈາກນະຄອນ​ຫຼວງວໍຊິງຕັນ 640 ​ກວ່າກິ​ໂລ​ແມັດ. ເມືອງຊາລັອດ ມີປະຊາຄົມລາວອາເມຣິກັນຈຳນວນນຶ່ງ ທີີ່ໄດ້ເຂົ້າມາຕັ້ງຊີວິດປະປົນຢູ່ກັບປະຊາຄົມອື່ນໆມາເປັນເວລາກວ່າສີ່ທົດສະວັດແລ້ວ. ສ່ວນໃຫຍ່ພາກັນທຳມາຫາກິນເຮັດວຽກງານຢູ່ຕາມໂຮງຈັກໂຮງງານອຸດສາຫະກຳ ແລະທຸລະກິດຕ່າງໆ. ບັດນີ້ ບັນດາລູກເຕົ້າທີ່ໄດ້ມາເຕີບໃຫຍ່ຈຳນວນນຶ່ງສຳເລັດການສຶກສາສູງ ກາຍມາເປັນນັກວິຊາການຕ່າງໆ ແລະປະກອບພາກສ່ວນສ້າງເສດຖະກິດຢູ່ໃນເມືອງຊາລັອດ. ຊາວອາເມຣິກັນເຊື້ອສາຍລາວລຸ້ນໃໝ່ເຫລົ່ານີ້ເຫັນວ່າ ປະຊາຄົມເຂົາ ເຈົ້າຂາດການທ້ອນໂຮມ ບໍ່ມີອົງການຈັດຕັ້ງນໍາພາທີ່ເຂັ້ມແຂງແລະບໍ່ມີຜູ້ຕາງໜ້າເປັນປາກສຽງ. ບັດນີ້ເຂົາເຈົ້າພາກັນປຸກລະດົມຈັດຕັ້ງອົງການເພື່ອຮັບໃຊ້ ແລະສ້າງບົດບາດໃຫ້ສັງຄົມສ່ວນໃຫຍ່ໄດ້ຮູ້ກ່ຽວກັບຄວາມເປັນມາຂອງປະຊາສັງຄົມລາວອາເມຣິກັນຢູ່ໃນເຂດນີ້.

ຍານາງຊັນນີ ຣູເບັກ ສຳເລັດການສືຶກສາດ້ານກົດໝາຍ ອະດີດໄອຍະການ ເມືອງຊາລັອດ. ປັດຈຸບັນນີ້ເປັນທະນາຍຄວາມແຮງງານໃຫ້ແກ່ ອົງການ HKM Employment Attorneys LLP ຊຶ່ງຍານາງຊັນນີ ໄດ້ກ່າວເຖິງຄວາມເປັນຫ່ວງຕໍ່ສັງຄົມລາວອາເມິຣິກັນ ສູ່ວີໂອເອຟັງດັ່ງນີ້:

ຄະນະກຳມະການສະມາຄົມຊ່ວຍເຫລືອສັງຄົມລາວເມືອງຊາລັອດ ລັດຄາໂຣໄນນາເໜືອ
ຄະນະກຳມະການສະມາຄົມຊ່ວຍເຫລືອສັງຄົມລາວເມືອງຊາລັອດ ລັດຄາໂຣໄນນາເໜືອ

“ອົງການຊ່ວຍເຫລືອ ສັງຄົມລາວອາເມຣິກັນ” ຫລື Lao American Outreach Society ແມ່ນກຸ່ມນັກວິຊາການແມ່ຍິງລາວອາເມຣິກັນ. ພວກເຮົາໄດ້ຈັດລາຍການສິນລະປະໃຫ້ພວກເດັກນ້ອຍມາຮຽນໃນລະດູພັກຮ້ອນ. ຫວ່າງ ມໍ່ໆມານີ້ພວກເຮົາຢູ່ໃນຈຳນວນ 32 ຊົນຊາດ ໄດ້ຖືກເຊີນໃຫ້ເຂົ້າຮ່ວມວາງສະ ແດງສິນລະປະພື້ນເມືອງຊາວເອເຊຍ ຢູ່ຫໍພິພິດຕະພັນປະຫວັດສາດເມືອງຊາລັອດ ຊຶ່ງເປັນເທື່ອທຳອິດ. ພວກເຮົາໄດ້ສະແດງເຄື່ອງສິນລະປະພື້ນເມືອງຊາວເອເຊຍຮ່ວມທັງລາວ ແລະພວກເຮົາພາກັນຕື່ນເຕັ້ນທີ່ສຸດທີ່ໄດ້ຖືກເຊີນໃຫ້ເຂົ້າຮ່ວມ. ນອກນັ້ນພວກເຮົາຍັງເປັນບ່ອນໃຫ້່ຂໍ້ມູນກ່ຽວກັບການຊ່ວຍເຫລືອຕ່າງໆ ເພື່ອໃຫ້ຄົນລາວໄດ້ຮູ້ ແລະກິດຈະການອັນສຳຄັນຕທີ່ມີຢູ່ໃນເມືອງຊາລັອດ ເຊັນວ່າການສັກຢາປ້ອງກັນພະຍາດ ການຊ່ວຍເຫລືອດ້ານປະກັນໄພສຸຂະພາບແລະ ອື່ນ.”

ຍານາງໂພລລີ ອຸໄທ ຫົວໜ້າບໍລິຫານອາວຸໂສຂອງບໍລິສັດການເງິນ FFS First Financial Security, Inc. ຍານາງເປັນທີ່ຮູ້ກັນຢ່າງກວ້າງຂວາງໃນວົງສັງຄົມລາວອາເມຣິກັນ ຍານາງໄດ້ເປັນຜູ້ລິເລີ້ມ ນຳພາພາເພື່ອນຝູງສະຕີລາວອາເມຣິກັນຈັດຕັ້ງ “ອົງການຊ່ວຍເຫລືອສັງຄົມລາວອາເມຣິກັນ” ຂຶ້ນມາຊຶ່ງຍານາງໂພລລີ ໄດ້ກ່າວສູ່ຟັງດັ່ງນີ້:

ຍານາງເນດສະນົກ ໄຊຍະປະຖາ ຜູ້ບໍລິຫານ ບໍລິສັດຊັບພະຍາກອນແຮງງານ (Human Resources Manager Staffing Company.) ໄດ້ກ່າວເຖິງຄວາມເປັນຫ່ວງ ແລະການປະສານງານຕໍ່ສັງຄົມດັ່ງນີ້:

ການວາງສະແດງສິນລະປະພື້ນເມືອງລາວ
ການວາງສະແດງສິນລະປະພື້ນເມືອງລາວ

ນອກນັ້ນຍັງມີບັນດານັກວິຊາການນທີ່ເປັນສະຕີອາເມຣິກັນເຊື້ອສາຍລາວອີກຫລາຍທ່ານ ທີ່ປະກອບສ່ວນຢູໃນຄະນະກຳມະການບໍລິຫານຂອງ “ອົງການຊ່ວຍເຫລືອ ສັງຄົມລາວອາເມຣິກັນ” ດັ່ງກ່າວນີ້.