Lao
This article was added by the user . TheWorldNews is not responsible for the content of the platform.

ສະຖານທູດລາວທີ່ປາຣີ ​​ຮ່ວມກັບ ປະ​ຊາ​ຄົມລາວ ຈັດງານ ສະຫຼອງປີໃໝ່ ລາວ ໂດຍ​ມີ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ລາວ ຈາກ 7 ປະ​ເທດ​ຢູ​ໂຣບ ເຂົ້າ​ຮ່ວມນຳ

ສະຖານທູດລາວທີ່ນະຄອນຫລວງປາຣີ, ​ຮ່ວມ​ກັບ​ຄະ​ນະສຳພັນຄົນລາວທີ່ປະ ເທດຝຣັ່ງ ຫລື ULF ໄດ້ຈັດພິທີສະ ເຫຼີມສະຫຼອງປີໃໝ່ລາວ ປີຂານໃນວັນເສົາ​ທີ່​ຜ່ານ​ມານີ້ ໂດຍ​ໄດ້​ເຊື້ອ​ເຊີນ​ເອົາ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ຂອງ ສ​ປ​ປ ລາວ ປະ​ຈຳ​ຢູ່​ອີກ 6 ປະ​ເທດ ໃນ​ຂົງ​ເຂດ​ຢູ​ໂຣບ​ຕາ​ເວັນ​ຕົກ​ເຂົ້າ​ຮ່ວມ​ນຳ ​ຢ່າງ​ເປັນປະ​ຫວັດ​ສາດ ດັ່ງ​ທີ່​ທ່ານກ່ອງ​ປະ​ກັນ ຣາຊ​ພົນ​, ​ຜູ້​ນຶ່ງທີ່​ຢູ່​ໃນ​ຄະ​ນະ​ບໍ​ລິ​ຫາ​ນ​ອົງ​ການສຳ​ພັນ​ຄົນ​ລາວ​ໃນ​ຝ​ຣັ່ງ ສະ​ແດງ​ຄວາມ​ຮູ້​ສຶກ​ອອກ​ມາສູ່​ຟັງ​ວ່າ:

ທ່ານ​ຄຳ​ອິນ ຄິດ​ຈະ​ເດດ (ກາງ), ເອກ​ອັກ​ຄະ​ລັດ​ຖະ​ທູດລາວປະ​ຈຳ​ຝ​ຣັ່ງ ແລະ​ທ່ານ​ຄຳ​ຈູມ ຫລວງວັນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສຳ​ພັນ​ຄົນ​ລາວ​ໃນ​ຝ​ຣັ່ງຖ່າຍ​ຮູບ​ຮ່ວມ​ກັບ​ລູກ​ຫລານ​ລາວ ທີ່​ເປັນ​ນັກ​ຟ້ອນ​ເພື່ອ​ໃຫ້​ຄວາມ​ບັນ​ເທີງ​ໃນ​ງານ​ປີ​ໃໝ່​ລາວ, ວັນ​ທີ 28 ພຶດ​ສະ​ພາ, 2022 ທີ່​ປາ​ຣີ, ຝ​ຣັ່ງ.

ບັນ​ດາເອກ​ອັກ​ຄະ​ລັດ​ຖະ​ທູດຂອງ ​ສ​ປ​ປ ​ລາວ ປະ​ຈຳ 6 ປະ​ເທດ​ຢູ​ໂຣບອື່ນ​ທີ່​ເຂົ້າ​ຮ່ວມ​ງານນີ້ໄດ້​ແກ່ 1. ພະນະທ່ານຄອນເພັງ ທໍາມະວົງ, ປະຈຳອອ​ສ​ເຕ​ຣຍ, 2. ພະນະທ່ານບຸນລຽບ ຮຸ່ງວົງສອນ ປະຈຳສະ​ວີ​ເດັນ. 3. ພະນະທ່ານ ລັດສະໝີ ແກ້ວມະນີ ປະຈຳສະວິດເຊີ​ແລນ 4. ພະນະທ່ານພົງສະຫວັນ ສີສຸ ລາດ ປະຈຳອັງກິດ 5. ພະນະທ່ານພົມມາ ບຸດທະວົງ ປະຈຳເຢຍ​ຣະມັນ - ແລະ 6. ພະນະທ່ານພູຂົງ ສີສຸລາດ ປະ​ຈຳແບ​ລຈຽມ ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ.

ທ່ານຄຳອິນ ​ຄິດ​ຈະ​ເດດ (ເສື້ຶສີໄຂ່), ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳຝ​ຣັ່ງ ແລະ​ທ່ານຈູມ​ຄຳ ຫລວງວັນ, ປະ​ທານ​ຄະ​ນະ​ສຳ​ພັນ​ຄົນ​ລາວ​ທີ່​ຝ​ຣັ່ງ​
ທ່ານຄຳອິນ ​ຄິດ​ຈະ​ເດດ (ເສື້ຶສີໄຂ່), ເອກ​ອັກ​ຄະ​ລັດ​ຖະ​ທູດ ລາວ ປະ​ຈຳຝ​ຣັ່ງ ແລະ​ທ່ານຈູມ​ຄຳ ຫລວງວັນ, ປະ​ທານ​ຄະ​ນະ​ສຳ​ພັນ​ຄົນ​ລາວ​ທີ່​ຝ​ຣັ່ງ​
ງານນີ້​ຈັດຢູ່​ໃນ​ສະ​ຖານ​ທີ່​ຈັດ​ງານ​ຢູ່ເຂດ​ຊານ​ເມືອງ​ຂອງ​ນະ​ຄອນ​ປາ​ຣີ ແລະເປັນ​ປະທານຮ່ວມກັນໂດຍພະນະ ທ່ານຄຳອິນ ຄິດຈະເດດ, ເອກອັກຄະລັດຖະທູດ ລາວ ປະຈຳ​ຝ​ຣັ່ງ ແລະທ່ານຈູມຄຳ ຫຼວງວັນ, ປະທານຄະນະກຳ ມະການບໍລິຫານອົງການສຳພັນຄົນ​ລາວ. ມີ​ຄົນ​ເຊື້ອ​ສາຍລາວ ທົ່ວ​ປະ​ເທດ​ຝ​ຣັ່ງ ແລະ​ພະ​ນັກ​ງານ​ສະ​ຖານ​ທູດ​ລາວ​ເຂົ້າ​ຮ່ວມ​ທັງໝົດ 300 ກວ່າ​ຄົນ ແລະ​ ກໍ​ເປັນ​ຄັ້ງ​ທຳ​ອິດທີ່​ຄົນ​ລາວ​ໃນ​ຝ​ຣັ່ງ​ໄດ້​ຈັດ​ງານ​ສະ​ຫລອງ​ປີ​ໃໝ່​ລາວ​ນັບ​ແຕ່ປີ 2020 ເປັນ​ຕົ້ນ​ມາຍ້ອນ​ການ​ລະ​ບາດ​ຂອງ​ໂຄວິດ-19. ຫລັງ​ຈາກ​ຝ​ຣັ່ງ​ໄດ້​ຢຸດ​ໃຊ້​ມາດ​ຕະ​ການ​ຫ້າມ​ການ​ເຕົ້າໂຮມ​ກັນ​ຂອງ​ຫລາຍ​ຄົນ ເຂົາ​ເຈົ້າ​ຈຶ່ງ​ໄດ້​ຈັດ​ງານສະ​ຫລອງ​ຕາມປະ​ເພ​ນີ​ລາວ​ອັນ​ນີ້ຂຶ້ນ.