Lao
This article was added by the user . TheWorldNews is not responsible for the content of the platform.

ທາງການລາວ ສາມາດອອກໃບຕາດິນ ໃຫ້ປະຊາຊົນ ໄດ້ພຽງ 12 ເປີເຊັນ ຂອງແຜນການເທົ່ານັ້ນ

ທາງການລາວ ສາມາດອອກໃບຕາດິນໃຫ້ກັບປະຊາຊົນໄດ້ພຽງ 12 ເປີເຊັນ ຂອງແຜນການເທົ່ານັ້ນ ຂະນະທີ່ການອະນຸຍາດໃຫ້ສຳປະທານທີ່ດິນແກ່ນັກລົງທຶນໄດ້ກວມເອົາທີ່ດິນຂອງປະຊາຊົນເພີ້ມຂຶ້ນ, ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານຈັນທະເນດ ບົວລະພາ ຮອງລັດທະມົນຕີ ກະຊວງຊັບພະຍາກອນແລະສິ່ງແວດລ້ອມ ຖະແຫລງວ່າ ການອອກໃບຕາດິນໃຫ້ກັບປະຊາຊົນລາວ ໃນໄລຍະ 6 ເດືອນຕົ້ນປີ 2022 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 36,165 ຕອນຫຼືຄິດເປັນພຽງ 12 ເປີເຊັນເທົ່ານັ້ນ ຂອງແຜນການປີ ທີ່ໄດ້ວາງເປົ້າໝາຍຈະອອກໃບຕາດິນໃຫ້ກັບປະຊາຊົນໃຫ້ໄດ້ເຖິງ 3 ແສນຕອນ ຊຶ່ງກໍຄົງຈະເປັນໄປໄດ້ຍາກ ຫາກແຕ່ເພື່ອເຮັດໃຫ້ສາມາດອອກໃບຕາດິນໃຫ້ໄດ້ໃນລະດັບດຽວກັນກັບໃນປີ 2021 ຄືບໍ່ຫລຸດ 80,000 ຕອນນັ້ນ ທາງການກະຊວງຊັບພະຍາກອນ ຈຶ່ງໄດ້ສ້າງຕັ້ງໜ່ວຍວັດແທກທີ່ດິນເພີ້ມຂຶ້ນ ແລະໄດ້ມີການນຳໃຊ້ເທັກໂນໂລຈີດ້ານການສື່ສານທີ່ທັນສະໄໝ (IT) ເຂົ້າໃນການວັດແທກ ແລະການພັດທະນາຖານຂໍ້ມູນດ້ານທີ່ດິນດ້ວຍເທັກໂນໂລຈີດ້ານຂໍ້ມູນຂ່າວສານ (ICT) ທີ່ເຊື່ອມໂຍງໃນປະເທດດ້ວຍ ດັ່ງທີ່ທ່ານຈັນທະເນດ ໄດ້ໃຫ້ການຢືນຢັນວ່າ:

“ເພື່ອຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ກະຊວງ ໄດ້ສ້າງໜ່ວຍງານອອກໃບຕາດິນຢ່າງເປັນລະບົບຢູ່ພາກສະໜາມສຳເລັດແລ້ວ 25 ໜ່ວຍງານ ແລະກະກຽມສືບຕໍ່ສ້າງຕັ້ງ 7 ໜ່ວຍງານ ສ້າງຖານຂໍ້ມູນ ແລະການຄຸ້ມຄອງທີ່ດິນທີ່ຫັນເປັນທັນສະໄໝ ນອກນັ້ນ ຍັງມີແຜນການຈະສ້າງໜ່ວຍງານເຄື່ອນທີ່ຈຳນວນ 5 ໜ່ວຍງານ ເພື່ອດຳເນີນການຕິດຕາມ ກວດກາ ຊຸກຍູ້ການຝຶກອົບຮົມ-ວຽກງານ IT ການສຳຫຼວດ-ວັດແທກທີ່ດິນ ພ້ອມທັງວ່າຈ້າງບໍລິສັດ ICT ເພື່ອຊ່ອຍໃນການສຳຫຼວດ-ວັດແທກທີ່ດິນ ແລະວຽກງານຂໍ້ມູນຂ່າວສານກ່ຽວກັບທີ່ດິນ.”

ສ່ວນທ່ານນາງພອນເພັດ ອຸ່ນແກ້ວ ສະມາຊິກສະພາແຫ່ງຊາດລາວ ຈາກແຂວງສາລະວັນ ຢືນຢັນວ່າ ນອກຈາກວິກິດການທາງເສດຖະກິດທີ່ອັດຕາເງິນເຟີ້ສູງ ແລະຄ່າເງິນກີບຕົກຕ່ຳລົງຢ່າງໜັກທີ່ສົ່ງຜົນກະທົບຕໍ່ສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທັງປະເທດແລ້ວ ກໍມີອີກບັນຫານຶ່ງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດກ​ານ​ເປັນ​ຢູ່​ຂອງປະຊາຊົນລາວ ຢ່າງກວ້າງຂວາງ ເຊັ່ນກັນ ກໍຄືບັນຫາຂັດແຍ້ງກ່ຽວກັບການຖືຄອງທີ່ດິນທີ່ເກີດຈາກການອະນຸຍາດສຳປະທານທີ່ດິນໃຫ້ບັນດາບໍລິສັດເອກະຊົນລາວ ແລະຕ່າງຊາດທີ່ໄປກວມເອົາທີ່ດິນຂອງປະຊາຊົນຢ່າງກວ້າງຂວາງ ສ່ວນການອອກໃບຕາດິນທີ່ບໍ່ໄດ້ມາດຕະຖານຫຼືບໍ່ປະຕິບັດຕາມກົດໝາຍນັ້ນ ຍັງໄດ້ເຮັດໃຫ້ມີການສໍ້ໂກງ ແລະຍາດແຍ່ງເອົາ​ທີ່ດິນຂອງປະຊາຊົນ ໂດຍພະນັກງານຂອງລັດແລະບັນດາບໍລິສັດເອກະຊົນເກີດຂຶ້ນຢ່າງກວ້າງຂວາງດ້ວຍ ໃນນີ້ກໍລວມເຖິງການປອມແປງໃບຕາດິນ ການຈົດແຈ້ງແລະຈັດທຳນິຕິກຳຊ້ຳຊ້ອນກ່ຽວກັບທີ່ດິນດ້ວຍ.

ທາງດ້ານຜູ້ຊ່ຽວຊານການລົງທຶນໃນເຂດລຸ່ມແມ່ນ້ຳຂອງ ເປີດເຜີຍວ່າ ການທີ່ກຸ່ມນັກທຸລະກິດຈີນເປັນຜູ້ລົງທຶນຫຼາຍທີ່ສຸດໃນລາວນັ້ນ ດ້ານນຶ່ງກໍຍ່ອມຈະສົ່ງຜົນດີຕໍ່ການພັດທະນາເສດຖະກິດຂອງລາວ ໃຫ້ຂະຫຍາຍຕົວເພີ້ມຂຶ້ນນັບມື້ ແຕ່ວ່າ ໃນອີກດ້ານນຶ່ງນັ້ນ ກໍໄດ້ສ້າງບັນຫາຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວ ເພີ້ມຂຶ້ນນັບມື້ດ້ວຍເຊັ່ນກັນ ໂດຍສະເພາະແມ່ນກຸ່ມນັກທຸລະກິດຈີນ ທີ່ໄດ້ສຳປະທານທີ່ດິນເພື່ອການຜະລິດໃນດ້ານກະສິກຳ ກໍຄືພາກສ່ວນທີ່ໄດ້ສ້າງບັນຫາແລະຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດໃນລາວ ຢ່າງຮຸນແຮງທີ່ສຸດ ເພາະວ່າ ໄດ້ມີການ​ນຳໃຊ້ສານເຄມີຢ່າງຫຼວງຫຼາຍ.

ສ່ວນຜູ້ປະສານງານອົງການທີ່ບໍ່ຂຶ້ນກັບລັດຖະລານໃນລາວ ເປີດເຜີຍວ່າ ບັນຫາຫຍຸ້ງຍາກແລະເກີດຂຶ້ນຢ່າງກວ້າງຂວາງຢູ່ໃນລາວ ຄືການຂັດແຍ້ງກ່ຽວກັບສຳປະທານຂຸດຄົ້ນແຮ່ທາດ ລະຫວ່າງປະຊາຊົນກັບພາກລັດແລະນັກລົງທຶນ ໂດຍມີສາເຫດມາຈາກການທີ່ເອກະຊົນລາວ ໄດ້ຂາຍຕໍ່ສຳປະທານໃຫ້ບໍລິສັດຕ່າງຊາດ ແຕ່ພະນັກງານລັດ ເຫັນວ່າ ເປັນການປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງໄດ້ຟ້ອງຮ້ອງເປັນຄະດີໃນສານອັນໄດ້ສົ່ງຜົນກະທົບເຖິງປະຊາຊົນທີ່ຢູ່ໃນເຂດສຳປະທານ ທີ່ຂັດແຍ້ງດັ່ງກ່າວດ້ວຍ.

ທັງນີ້ ໄດ້ມີການສຳຫຼວດພົບແຮ່ທາດ 570 ກວ່າແຫ່ງ ກວມເອົາພື້ນທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນຂອງພື້ນທີ່ທັງໝົດຂອງລາວ ໂດຍລັດຖະບານລາວ ໄດ້ອະນຸຍາດໃຫ້ສຳປະທານກັບເອກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍ ໃນ 942 ກິດຈະການແລະອະນຸ​ມັດສຳປະທານທີ່ດິນຈຳນວນ 1,758 ໂຄງການ ພື້ນທີ່ລວມ 11,754,417 ເຮັກຕາ ແຕ່ວ່າ ມີການນຳໃຊ້ທີ່ດິນຈິງ 549,248 ເຮັກຕາ ຫຼືບໍ່ເຖິງ 5 ເປີເຊັນຂອງພື້ນທີ່ສຳປະທານທັງໝົດ ໃນນີ້ ອະນຸຍາດໂດຍທ້ອງຖິ່ນເຖິງ 1,331 ໂຄງການ.