Lao
This article was added by the user . TheWorldNews is not responsible for the content of the platform.

ທຳ​ນຽບ​ຂາວ​ຂະ​ຫຍາຍ​ການ​ເຂົ້າ​ເຖິງ ເຄືອ​ຂ່າຍ​ອິນ​ເຕີ​ແນັດ ທີ່​ມີ​ລາ​ຄາ​ຍ່ອມ​ເຍົາ

ປະທານາທິບໍດີ​ສະຫະລັດ ທ່ານ​ໂຈ ໄບ​ເດັນກ່າວ​ວ່າ ທ່ານຢາກ​ໃຫ້​ຊາວ​ອາ​ເມຣິກັນ​ທຸກ​ຄົນ ມີ​ຊ່ອງ​ທາງເຂົ້າ​ເຖິງ​ອິນ​ເຕີ​ແນັດ​ຄວາມ​ໄວ​ສູງ. Julie Taboh​, ​ນັກຂ່າວ​ວີ​ໂອ​ເອ ມີ​ລາຍ​ງານ​ກ່ຽວ​ກັບ​ການ​ລົງ​ທຶນ​ຫລາຍ​ກວ່າ 40 ຕື້​ໂດ​ລາ​ເພື່ອ​ຂະ​ຫຍາຍ​ການ​ບໍ​ລິ​ການທີ່​ວ່ານີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ປະທານາທິບໍດີໂຈ ໄບ​ເດັນ​ກ່າວ​ວ່າ "ພວກເຮົາຈະສາມາດເຮັດ​ໃຫ້ທຸກຄົນໃນ ອາເມຣິກາ​ເຊື່ອມ​ຕໍ່​ ຫລື​ມີອິນ​ເຕີ​ແນັດ ໄດ້.”

ເມື່ອ​ມໍ່ໆ​ມາ​ນີ້, ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ວ່າ ​ຈະ​ໃຫ້​ທຶນ​ຫຼາຍ​ກວ່າ 40 ຕື້​ໂດ​ລາ ເພື່ອໃຫ້​ຮັບປະກັນ​ວ່າ ​ທຸກ​ຄົນ​ໃນ​ອາ​ເມ​ຣິ​ກາ ມີ​ຊ່ອງ​ທາງ​ເຂົ້າ​ເຖິງ​ອິນ​ເຕີ​ແນັດ​ຄວາມ​ໄວ​ສູງ​ທີ່ໄວ້​ວາງ​ໃຈ​ໄດ້ ​ພາຍ​ໃນ​ປີ 2030.

ປະທານາທິບໍດີໄບ​ເດັນກ່າວ​ດັ່ງ​ນີ້: "ມັນເປັນການລົງທຶນທີ່ໃຫຍ່ທີ່ສຸດ ໃນອິນເຕີແນັດຄວາມໄວສູງ​ແບບບໍ່ເຄີຍມີມາ ກ່ອນ ທັງ​ນີ້​ກໍເພາະວ່າ ເພື່ອຈະ​ເຮັດ​ໃຫ້ເສດຖະກິດໃນທຸກມື້ນີ້ນຳ​ປະ​ໂຫຍດ​ ມາ​ໃຫ້ທຸກຄົນໄດ້ ການເຂົ້າເຖິງອິນເຕີແນັດ ແມ່ນມີຄວາມສໍາຄັນຄືກັນກັບໄຟຟ້າ, ຫລືນ້ໍາ, ຫຼືການບໍລິການພື້ນຖານ ດ້ານອື່ນໆ."

ໂຄງການເຊື່ອມຕໍ່ທີ່​ມີລາຄາຍ່ອມ​ເຍົາ ຫຼື ACP ໄດ້ເປີດຕົວໃນປີ 2021, ຊຶ່ງ ເອົາ​ເງິນໃຫ້ຄອບຄົວທີ່ມີສິດໄດ້ຮັບ​ການ​ຊ່ວຍ​ເຫລືອສູງເຖິງ 30 ໂດລາ ຕໍ່ ເດືອນ, ຫຼືສູງເຖິງ 75 ໂດລາ ຕໍ່ເດືອນ ໃນເຂດພື້ນທີ່ຂອງຊົນເຜົ່າທີ່ມີເງື່ອນ ໄຂເໝາະ​ສົມ ເພື່ອຊົດເຊີຍຄ່າໃຊ້​ຈ່າຍອິນເຕີແນັດ. ໂຄງ​ການນີ້ຍັງສະ​ໜອງເງິນ ໃຫ້​ເປັນ​ສ່ວນຫຼຸດຄັ້ງດຽວ ສຳ​ລັບ​ຊື້ແລັບທັອບ, ຄອມພິວເຕີຕັ້ງໂຕະ, ຫຼື ແທັບ ເບລັດຫລາຍເຖິງ 100 ໂດ​ລາ.

ຄະ​ນະ​ລັດ​ຖະ​ບານ ກຳ​ລັງເຮັດວຽກຮ່ວມກັບຫຼາຍກວ່າ 300 ອົງການຈັດຕັ້ງ ຊຸມຊົນໃນທົ່ວປະເທດ ເພື່ອຊ່ວຍໃຫ້ບັນລຸເປົ້າຫມາຍຂອງຕົນໄດ້.

​ທ່ານ​ນາງກີມ ຄີ​ແນນ (Kim Keenan) ເປັນຫົວຫນ້າເຈົ້າ​ໜ້າ​ທີ່​ດ້ານນະ ໂຍບາຍຂອງສະຖາບັນຄວາມກ້າວຫນ້າດ້ານດິຈິຕອລ, ຊຶ່ງ​ເປັນອົງການບໍ່ ຫວັງຜົນກໍາໄລທີ່ຊ່ວຍເຜີຍແຜ່ຂ່າວ​ທີ່​ວ່ານີ້.

ທ່ານນາງໄດ້ໂອ້ລົມກັບວີໂອເອຜ່ານທາງ Skype ວ່າ:
"ເປົ້າ​ຫມາຍ​ຂອງ​ພວກ​ເຮົາ​ ແມ່ນ​ເພື່ອ​ເຮັດ​ໃຫ້​ແນ່​ໃຈວ່​າ​ປະ​ຊາ​ຊົນ​ເຂົ້າ​ໃຈ​ນະ​ໂຍ​ບາຍ​ນີ້​, ເຂົ້າ​ໃຈ​ວ່າ​ມັນສາ​ມາດ​ໃຊ້​ການ​ໄດ້​. ການ​ທີ່ໃຫ້​ປະ​ຊາ​ຊົນໄດ້​ມີ​ໂອ​ກາດ​ທີ່​ຈະ​ບໍ່ຕ້ອງ​ຕັດ​ສິນ​ໃຈວ່າ ​ຈະ​ເລືອກ​ເອົາອາ​ຫານ ​ແລະ​ ອິນ​ເຕີ​ແນັດດີນັ້ນ ​ແມ່ນ ເປັນ​ເລື້ອງ​ທີ່​ສຳ​ຄັນຫຼາຍທີ່​ສຸດ​”.

ແຕ່ຢ່າງໃດກໍຕາມ, ຍັງມີຄວາມກັງວົນວ່າ ACP ອາດຈະບໍ່​ມີ​ເງິນ​ໃຫ້ ໃນປີ ຫນ້ານີ້.

ທ່ານ​ນາງຄີ​ແນນ ຈາກສະຖາບັນຄວາມກ້າວໜ້າດ້ານດິຈິຕອລກ່າວຜ່ານ SKYPE ອີກວ່າ:
"ແລະແທນທີ່ຈະປ່ອຍໃຫ້ສິ່ງນັ້ນເກີດຂຶ້ນ ພວກເຮົາຕ້ອງພາ​ກັນເຮັດໃຫ້ແນ່ໃຈວ່າ ພວກເຮົາໄດ້ບອກທຸກຄົນຢູ່ທຸກແຫ່ງ, ແລະໂດຍສະເພາະແລ້ວ​ແມ່ນຜູ້ແທນຂອງ ພວກເຮົາ ໃນການຮັບ​ຟັງ​ຄຳ​ໃຫ້​ການແຕ່​ລະ​ຄັ້ງໃຫ້​ຮູ້​ວ່າ ນີ້ແມ່ນສິ່ງທີ່ຕ້ອງ ກ້າວໄປຂ້າງຫນ້າ."

ລັດ​ຖະ​ບານ​ຂອງ​ທ່ານ​ໄບ​ເດັນ ແລະ​ທ່ານ​ນາງ​ແຮ​ຣິ​ສ ກ່າວວ່າ ການເຂົ້າເຖິງອິນ ເຕີແນັດຄວາມໄວສູງ ບໍ່ແມ່ນ​ການ​ເຮັດຟຸມ​ເຟືອຍ ຫລື ​ຄວາມຫລູຫລາອີກຕໍ່ໄປ ແລ້ວ - ມັນມີຄວາມຈໍາເປັນສໍາລັບພົນລະເມືອງ ເພື່ອຈະສາ​ມາດມີສ່ວນຮ່ວມ ຢ່າງເຕັມສ່ວນໃນສັງຄົມປັດຈຸບັນນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

U.S. President Joe Biden says he wants every American to have access to high-speed internet. VOA’s Julie Taboh has our story about the United States' more than $40 billion-dollar investment to expand the service.

President Joe Biden: “We’re going to be able to connect every person in America.

U.S. President Joe Biden recently committed more than $40 billion to make sure that everyone in America has access to reliable high-speed internet by 2030.

President Joe Biden:
“It's the biggest investment in high-speed internet ever, because for today's economy to work for everyone, internet access is just as important as electricity was, or water, or other basic services.”

The Affordable Connectivity Program, or ACP, launched in 2021, already provides eligible households up to $30 a month, or up to $75 a month on qualifying tribal lands, to offset internet bills. It also offers a one-time discount of up to $100 on a laptop, desktop computer, or tablet.

The administration is working with more than 300 community organizations across the country to help achieve its goal.

Kim Keenan is the chief policy officer of the Digital Progress Institute, a nonprofit organization that’s helping to spread the word.

She spoke with VOA via Skype.

Kim Keenan, Digital Progress Institute via SKYPE:

"Our goal is to make sure that people understand this policy, understand that it works. Giving people the opportunity to not have to choose between food and broadband is so powerful.”

There are concerns, however, that the ACP may run out of funding next year.

Kim Keenan, Digital Progress Institute via SKYPE:

“And rather than let that happen, we need to make sure we tell everyone everywhere, and especially our representatives at every hearing, that this is something that has to go forward."

The Biden-Harris administration says access to high-speed internet is no longer a luxury — it is a necessity for citizens to fully participate in today’s society.