Lao
This article was added by the user . TheWorldNews is not responsible for the content of the platform.

ແມ່​ຍິງ​ກຳ​ລັງຮ່ວ​ມ​ກັນ​ກໍ່​ຕັ້ງເວັບ3 (Web3) ຊຶ່ງ​ເປັນເທັກ​ໂນ​ໂລ​ຈີ​ ທາງອິນ​ເຕີ​ແນັດ ຂອງ​ຍຸກຕໍ່ໄປ

ການປ່ຽນແປງທາງດ້ານເທັກ​ໂນ​ໂລ​ຈີໃນ​ຂັ້​ນຕໍ່ໄປອາດຈະເປັນບາງສິ່ງບາງ​ຢ່າງທີ່ເອີ້ນວ່າເວັບ3 (Web3) ເຊິ່ງອີງໃສ່ເທັກ​ໂນ​ໂລ​ຈີທີ່ສ້າງຂຶ້ນໃນເບື້ອງຕົ້ນສໍາລັບສະກຸນເງິນດິຈິຕອລນັ້ນ. ​ສິ່ງກະຕຸ້ນຂອງມັນ​ໄດ້ສົ່ງເສີມວິໄສທັດຂອງເຂົາ​ເຈົ້າກ່ຽວກັບອິນເຕີແນັດ ທີ່ກະ​ຈາຍ​ການຂັ້ນຄຸ້ມຄອງອອກ​ໄປ ໂດຍ​ທີ່​ມີ​ອິດ​ສະ​ຫລະ ບໍ່ຂຶ້ນ​ກັບບໍລິສັດຍັກໃຫຍ່ເຊັ່ນເຟັ​ສ​ບຸກ (Facebook) ແລະກູ​ໂກ​ລ (Google). ຜູ້ປະກອບການທາງເທັກ​ໂນ​ໂລ​ຈີຍິງຈຳ​ນວນ​ນຶ່ງ ກໍາລັງເຮັດໃຫ້ແນ່ໃຈວ່າ ພວກເຂົາເຈົ້າເຂົ້າໄປເຖິງພື້ນ​ຖານ​ຂອງ​ມັນໄດ້​ແທ້ໆ. Deana Mitchell ມີ​ລາຍ​ງານເລື່ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານໃນ​ອັນ​ດັບ​ຕໍ່​ໄປ.

ເມື່ອທ່ານ​ນາງ​ມາ​ຣີ​ຄ​ຣິ​ສ ບອນ​ໂຊ (Maricris Bonzo) ມີບັນຫາໃນການ ຊອກຫາແມ່ຍິງທີ່ສົນໃຈໃນເທັກ​ໂນ​ໂລ​ຈີເວັບ3 (Web3) ທ່ານນາງໄດ້ເລີ່ມຕັ້ງກຸ່ມຂອງຕົນເອງຂຶ້ນທີ່​ຊື່​ວ່າ Women in Web3 ຊຶ່ງ​ແປ​ວ່າ ແມ່​ຍິງ​ຢູ່​ໃນ ເວັບ3. ທ່ານ​ນາງ​ມາ​ຣີ​ຄ​ຣິ​ສ ບອນ​ໂຊ ຜູ້​ສ້າງ​ຕັ້ງ​ກຸ່ມແມ່ຍິງໃນ Web3 ກ່າວຜ່ານທາງ Zoom ວ່າ:
“Web3 ແມ່ນການປະຕິວັດຂອງອິນເຕີ​ແນັດໃນ​ຍຸກຕໍ່ໄປ. ທຸກໆເວທີ, ການຈັດຕັ້ງ ແລະເສດຖະກິດທາງດິຈິຕອລ ແມ່ນໄດ້ຖືກກະ​ຈາຍ​ການ​ຄວບ​ຄຸມ​ອອກ​ໄປ.”

ເວັບໄຊທ໌​ໃນ​ຂັ້ນຕົ້ນໆ ສ່ວນໃຫຍ່ແມ່ນກ່ຽວກັບການສື່ສານ ທີ່ອີງໃສ່ການ​ສົ່ງຂໍ້ ຄວາມ. ອັນທີ່ເອີ້ນວ່າເວັບ2.0 (Web 2.0) ແມ່ນໄດ້ນໍາເອົາການ​ຄ້າງ​ທາງ​ອອນ​ລາຍ ຫລື e-commerce ແລະ ສື່ສັງຄົມມາ​ໃຫ້. Web3 ໃຫ້ສັນຍາວ່າ ຈະ​ເຮັດ​ໃຫ້ອິນເຕີແນັດ ມີການກະ​ຈາຍ​ການຄຸ້ມຄອງອອກ​ໄປ ​ໃຫ້ມີອິດສະຫລະ ໃນການຄວບຄຸມ ຫຼືຂາຍຂໍ້ມູນຂອງຕົນເອງ ແລະເປັນສ່ວນນຶ່ງຂອງປະ​ຊາ​ຄົ​ມທີ່ ບໍ່ມີບໍ​ລິ​ສັດຍັກໃຫຍ່ທາງສື່ສັງຄົມອອນ​ລາຍຢູ່​ນຳ. ແລະມັນດຶງດູດເອົານັກທຸລະ ກິດຍິງ, ຜູ້ນໍາ ແລະນັກເທັກ​ໂນ​ໂລ​ຈີທີ່ເວົ້າວ່າ Web3 ສະ​ໜອງການເລີ່ມ ຕົ້ນໃຫມ່ໃຫ້ແກ່ອຸດສາຫະກໍາເທັກ​ໂນ​ໂລ​ຈີທີ່ຄອບງໍາໂດຍຜູ້ຊາຍ.

ຜູ້ປະກອບການເຈມ​ມີ ສ​ມິດ​ທ໌ (Jaime Schmidt) ຜູ້ຮ່ວມກໍ່ຕັ້ງບໍ​ລິ​ສັດ BFF, ຊຶ່ງ​ເປັນກຸ່ມທີ່ມີຈຸດປະສົງແນ​ໃສ່ເຮັດໃຫ້ແມ່ຍິງ ແລະຜູ້ທີ່ບໍ່ມີ​ລະ​ບົບ​ຖານຄູ່ໃຫ້ ເຂົ້າ​ມາ​ມີ​ສ່ວນພົວ​ພັນກັບ Web3 ຫຼາຍຂຶ້ນ.

ທ່ານ​ນາງ​ເຈມ​ມີ ສ​ມິດ​ທ໌ (Jaime Schmidt) ຈາກ​ບໍ​ລິ​ສັດ BFF ກ່າວຜ່ານ Zoom ວ່າ:


"ມີໂອກາດທາງ​ດ້ານການເງິນ, ທຸລະກິດ, ປະ​ຊາ​ຄົມ, ການ​ສ້າງເຄືອຂ່າຍຫຼາຍ ມີ​ແຕ່​ວ່​າ ມັນຖືກມອງຂ້າມເທົ່າ​ນັ້ນ."

ທ່ານ​ນາງ​ອາ​ເລັກ​ສ໌ ຄາ​ວູ​ລາ​ຄົ​ສ (Alex Cavoulacos) ແມ່ນຜູ້ຮ່ວມກໍ່ຕັ້ງຂອງ ບໍ​ລິ​ສັດ​ເມ​ຕາ ແອນ​ໂຈ​ລ​ສ໌ (Meta Angels) ຊຶ່ງ​ແມ່ນ "ປະ​ຊາ​ຄົມ​ຂອງສະມາ ຊິກ NFT." ພວກສະມາຊິກໃນອະນາຄົດສາ​ມາດ​ເຂົ້າ​ຮ່ວມໄດ້​ໂດຍການ ຊື້ NFT ຫຼື ສິ່ງ​ທີ່​ເປັນ​ສັນ​ຍາ​ລັກ​ທີ່ບໍ່​ສາ​ມາດ​ແລກ​ປ່ຽນ​ໄດ້ຊຶ່ງໃນ​ພາ​ສາ​ອັງ​ກິດ​ເອີ້ນ​ວ່າ non-fungible token ຊຶ່ງ​ແມ່ນສິນລະປະທາງດິຈິຕອລອັນ​ນຶ່ງ ທີ່ສ້າງຂຶ້ນ ໂດຍໃຊ້ເທັກ​ໂນ​ໂລ​ຈີບ​ລັອກ​ເຊນ (blockchain). ທຸກໆຄັ້ງທີ່ສະມາຊິກ NFT ຖືກຂາຍອອກໄປ ເປີເຊັນຂອງການຂາຍນັ້ນ ກໍຈະໄປຫານັກສິລະປິນ ແລະບໍ​ລິ​ສັດ Meta Angels ຢ່າງອັດຕະໂນມັດເລີຍ"

ທ່ານ​ນາງຄາ​ວູ​ລາ​ຄົ​ສ ຈາກ​ບໍ​ລິ​ສັດ Meta Angels ກ່າວຜ່ານທາງ Zoom ອີກວ່າ:
“ມັນບໍ່ແມ່ນກ່ຽວກັບເລື້ອງເງິນດອກ. ມັນກ່ຽວກັບການເຮັດໃຫ້ແນ່ໃຈວ່າ ປະຕູ ຂອງພວກເຮົາຍັງເປີດຢູ່.”

ນັກຊ່ຽວຊານດ້ານຄວາມປອດໄພທາງອິນເຕີແນັດ, ທ່ານນາງ​ໂອ​ເລ​ຢິນ​ກາ ໂອ​ເດ​ນິຣານ (Olayinka Odeniran) ສ້າງຕັ້ງສະພາຂອງ​ບ​ລັອກ​ເຊນ (Blockchain) ສຳ​ລັບແມ່ຍິງຜິວດໍາ ເພື່ອສົ່ງເສີມແມ່ຍິງຜິວດໍາ ໃຫ້ເປັນວິສະ ວະກອນໃນ​ດ້ານບ​ລັອກ​ເຊນ (blockchain) ຂອງ Web3. ແນວຄວາມຄິດ ກ່ຽວ​ກັບ Web3 ໄດ້​ເຮັດ​ໃຫ້​ທ່ານນາງ​ມີ​ຄວາມ​ສົນ​ໃຈ.

ທ່ານ​ນາໂອ​ເດ​ນິຣານກ່າວຜ່ານ Zoom ວ່າ:
"ຄວາມສາມາດໃນການສ້າງຄວາມໂປ່ງໃສ - ແລະເພາະ​ສະ​ນັ້ນ ຈຶ່ງ​ມີຄວາມ ຮັບຜິດຊອບ - ຂ້າ​ພະ​ເຈົ້າເຫັນວ່າມັນເປັນວິທີການຊ່ວຍໃຫ້ປະ​ຊາ​ຄົມຂອງຂ້າ​ພະ​ເຈົ້າ ສາມາດໄດ້ຮັບເສລີພາບທາງດ້ານການເງິນ."

ໃນຂະນະທີ່ທ່າແຮງຂອງ Web3 ຍັງບໍ່​ທັນເຫັນໄດ້ເທື່ອ ແມ່ຍິງເຫຼົ່ານີ້ກໍາລັງມາ ເຕົ້າ​ໂຮມກັນ ໃນປັດຈຸບັນນີ້ ເພື່ອເບິ່ງວ່າ ພວກເຂົາເຈົ້າສາມາດເປັນສ່ວນນຶ່ງ ຂອງມັນໄດ້ແນວໃດ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:
The next technological shift may be something called Web3, which is based on technology originally created for digital currency. Its boosters promote their vision of a decentralized internet, free from corporate giants such as Facebook and Google. Some female tech entrepreneurs are making sure they are getting in on the ground floor. Deana Mitchell has the story.

When Maricris Bonzo had trouble finding women interested in Web3, she started her own group, Women in Web3.

Maricris Bonzo, Women in Web3 via Zoom:
“Web3 is the next internet revolution. Every platform, organization and digital economy is being decentralized.

The early web was mostly about text-based communication. So-called Web 2.0 brought e-commerce and social media. Web3 promises a decentralized internet with the freedom to control or sell one’s own data and be part of communities without social media giants. And it’s attracting female entrepreneurs, leaders and technologists who say Web3 offers a fresh start to the male-dominated technology industry.

Entrepreneur Jaime Schmidt co-founded BFF, a group that aims to get more women and nonbinary people involved in Web3.
Jaime Schmidt, BFF via Zoom: “There's a lot of opportunity around finance, business, community, networking that just is being overlooked."

Alex Cavoulacos is the co- founder of Meta Angels, an“NFT membership community.” Prospective members join by buying an NFT, or non-fungible token, a piece of digital art created using blockchain technology.

Every time a membership NFT is sold, a percentage of the sale automatically goes to the artist and Meta Angels.”

Alex Cavoulacos, Meta Angels via Zoom: “It's not about making money. It's about making sure our doors stay open.”

Cybersecurity expert Olayinka Odeniran founded the Black Women Blockchain Council to promote Black women as Web3 blockchain engineers. The ideas around Web3 appeal to her.

Olayinka Odeniran, Black Women Blockchain Council via Zoom: “The ability for it to create transparency — and therefore accountability — I really saw it as a means of helping my community be able to gain financial freedom.”

While the potential of Web3 remains to be seen, these women are coming together now to see how they can be a part of it.