Lao
This article was added by the user . TheWorldNews is not responsible for the content of the platform.

ລັດຖະບານລາວຈະດໍາເນີນທຸກມາດຕະການ ເພື່ອເຮັດໃຫ້ເສດຖະກິດລາວຂະຫຍາຍໂຕເພີ້ມຂຶ້ນ 4.5 ເປີເຊັນໃນປີ 2022

ລັດຖະບານລາວຈະດໍາເນີນທຸກມາດຕະການ ເພື່ອເຮັດໃຫ້ເສດຖະກິດລາວຂະ ຫຍາຍໂຕເພີ້ມຂຶ້ນ 4.5 ເປີເຊັນໃນປີ 2022 ເຊິ່ງສູງກວ່າການຄາດໝາຍຂອງທະນາຄານໂລກ ທີ່ປະເມີນວ່າເສດຖະກິດລາວຈະຂະຫຍາຍໂຕ 3.8 ເປີ​ເຊັນ ເທົ່ານັ້ນ. ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນຖະແຫຼງວ່າ ລັດຖະ ບານລາວໄດ້ເພີ້ມຄາດໝາຍການຂະຫຍາຍໂຕທາງເສດຖະກິດໃນປີ 2022 ນີ້ຈາກລະດັບ 4.2 ເປີເຊັນ ມາເປັນ 4.5 ເປີເຊັນ ໂດຍຈະດໍາເນີນການມາດຕະ ການ ເພື່ອເຮັດໃຫ້ສາມາດບັນລຸຄາດໝາຍດັ່ງກ່າວ ໃຫ້ໄດ້ຢ່າງແທ້ຈິງ ອັນຈະເຮັດໃຫ້ຍອດຜະລິດຕະພັນລວມພາຍໃນຫຼື GDP ມີມູນຄ່າລວມ 205,285 ຕື້ກີບ ຫຼືຄິດສະເລ່ຍເປັນລາຍຮັບຂອງປະຊາຊົນລາວທີ່ລະດັບ 2,674 ໂດລາຕໍ່ຄົນຕໍ່ປີແລະຄາດໝາຍວ່າລັດຖະບານລາວຈະເກັບລາຍຮັບໄດ້ເຖິງ 16.44 ເປີ ເຊັນຂອງ GDP ຫຼືຄວບຄຸມການຂາດດຸນງົບປະມານ ໃຫ້ຢູ່ໃນລະດັບ ບໍ່ເກີນ 18.05 ເປີເຊັນຂອງ GDP ຫຼືຄວບຄຸມການຂາດດຸນງົບປະມານໃຫ້ຢູ່ໃນລະດັບບໍ່ເກີນ 1.61 ເປີເຊັນຂອງ GDP ໂດຍໄດ້ວາງເປົ້າໝາຍການລົງທຶນໃນພາກລັດໄວ້ ທີ່ມູນຄ່າລວມ 43 ພັນ 950 ລ້ານກີບ ໃນນີ້ຈະເປັນການລົງທຶນໂດຍລັດຖະບານໃນມູນຄ່າ 3 ພັນ 950 ລ້ານກີບ ແລະຂໍການຊ່ວຍເຫຼືອຈາກຕ່າງ ປະເທດ 6 ພັນ 750 ລ້ານກີບ ສ່ວນທີ່ເຫຼືອ ໃນມູນຄ່າລວມ 33 ພັນ 250 ລ້ານກີບນັ້ນ ກໍຈະເປັນການສົ່ງເສີມການລົງທຶນຂອງພາກເອກະຊົນທັງໃນລາວ ແລະຈາກຕ່າງປະເທດເປັນດ້ານຫຼັກ.

ແຕ່ຢ່າງໃດກໍຕາມ ການທີ່ຈະບັນລຸເປົ້າໝາຍດັ່ງກ່າວໄດ້ຢ່າງແທ້ຈິງນັ້ນກໍບໍ່ແມ່ນເລື້ອງງ່າຍເພາະການທີ່ຈະດຶງດູດການລົງທຶນຈາກຕ່າງປະເທດນັ້ນ ລັດຖະບານ ລາວຈະຕ້ອງສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນໃນຫຼາຍດ້ານດ້ວຍກັນ ອີກທັງຍັງຈະຕ້ອງເປັນການລົງທຶນ ໃນດ້ານທີ່ສອດຄ່ອງກັບຄວາມຕ້ອງການໂຕຈິງໃນການພັດທະນາເສດຖະກິດຂອງລາວດ້ວຍ ໂດຍສະເພາະແມ່ນການແປຮູບດ້ານກະສິກໍາ ການພັດທະນາກະສິກໍາສະອາດແລະການພັດທະນາການຄ້າອອນລາຍ ຫຼື E-Commerce ນັ້ນ, ດັ່ງທີ່ຜູ້ຊ່ຽວຊານດ້ານການຄ້າ ແລະການລົງທຶນ ໃນລາວໄດ້ໃຫ້ການຢືນຢັນວ່າ:

“ອັນທີ 1 ກໍຄືການກະສິກໍາສະອາດ ຫຼື Smart Farming ອັນທີ 2 ຄືການແປຮູບສິນຄ້າກະສິກໍາ ອັນທີ 3 ກໍຄືຈະເປັນເລື້ອງທຸລະກິດ ທີ່ກ່ຽວຂ້ອງກັບການສຶກສາ-ສຸຂະພາບ-ຄວາມງາມ ອັນທີ 4 ຄືທາງດ້ານເທັກໂນໂລຈີ IT ໃຊ້ກ່ຽວກັບ Social Media ຕ່າງໆ ລວມທັງການໃຊ້ Application ການໃຊ້ເທັກໂນໂລຈີຕ່າງໆເຊິ່ງບ່ອນນີ້ມັນຈະໄປ Serve ທຸລະກິດ E-Commerce ທີ່ລັດຖະບານ ລາວພະຍາຍາມເພັ່ງເລັງ ແລະພະຍາຍາມຈະອອກກົດໝາຍເພື່ອສົ່ງເສີມເລື້ອງນີ້ຢູ່.”

ສ່ວນທ່ານ Albert Park ຫົວໜ້ານັກເສດຖະສາດ ໃນທະນາຄານພັດທະນາແຫ່ງເອເຊຍ ຫຼື ADB ໄດ້ໃຫ້ການຄາດໝາຍວ່າ ເສດຖະກິດໃນອາຊຽນໃນປີ 2022 ຈະຂະຫຍາຍໂຕທີ່ລະດັບສະເລ່ຍ 5.1 ເປີເຊັນ ໝາຍຄວາມວ່າ GDP ຂອງລາວຂະຫຍາຍໂຕໃນລະດັບທີ່ຕໍ່າກວ່າລະດັບສະເລ່ຍໃນອາຊຽນ ທາງດ້ານທະນາຄານໂລກນັ້ນໄດ້ໃຫ້ການຄາດໝາຍວ່າ GDP ຂອງລາວໃນປີ 2022 ນີ້ຈະຂະຫຍາຍໂຕ ທີ່ລະດັບ 3.8 ເປີເຊັນເທົ່ານັ້ນ ໂດຍນອກຈາກຈະເປັນຜົນກະ ທົບຈາກການລະບາດໄວຣັສໂຄວິດ-19 ແລ້ວ ກໍຍັງໄດ້ຮັບຜົນກະທົບ ຈາກສົງ ຄາມລະຫວ່າງ ຣັດເຊຍ ກັບ ຢູເຄຣນ ອີກດ້ວຍ, ເຊິ່ງເຫັນໄດ້ຈາກການຂາດດຸນການຄ້າທີ່ເຮັດໃຫ້ລາວຕ້ອງປະເຊີນກັບບັນຫາການຂາດດຸນການຊໍາລະບັນຊີເງິນຕາຕ່າງປະເທດໃນລະດັບເກີນກວ່າ 10 ເປີເຊັນຂອງ GDP ອັນເຮັດໃຫ້ລັດຖະບານລາວມີທຶນສໍາຮອງເງິນຕາທີ່ສາມາດນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງແຕ່ 1 ເດືອນເຄິ່ງເທົ່ານັ້ນ ເຊິ່ງລວມເຖິງບັນຫາຂາດແຄນນໍ້າມັນຢ່າງ ໜັກໜ່ວງໃນປັດຈຸບັນນີ້ດ້ວຍ ເພາະວ່າທະນາຄານແຫ່ງຊາດລາວບໍ່ສາມາດສະໜອງເງິນຕາໃຫ້ແກ່ບັນດາບໍລິສັດທີ່ນໍາເຂົ້ານໍ້າມັນຈາກຕ່າງປະເທດໄດ້ເລີຍນັ້ນເອງ.

ພາຍໃຕ້ສະພາບການດັ່ງກ່າວ ຈຶ່ງເຮັດໃຫ້ທ່ານພັນຄໍາ ວິພາວັນ ນາຍົກລັດຖະ ມົນຕີ ໄດ້ອອກຄໍາສັ່ງມອບໝາຍໃຫ້ກະຊວງແຜນການ ແລະການລົງທຶນ ເປັນພາກສ່ວນທີ່ຮັບຜິດຊອບໃນການປະສານການຮ່ວມມືກັບທຸກພາກສ່ວນທີ່ຮັບຜິດ ຊອບໃນການປະສານການຮ່ວມມືກັບທຸກພາກສ່ວນໃນທົ່ວປະເທດ ເພື່ອດໍາເນີນການປັບປຸງວຽກງານທຸກດ້ານທີ່ກ່ຽວຂ້ອງກັບການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດການຄ້າ ການລົງທຶນ ແລະການບໍລິການ ໂດຍສະເພາະແມ່ນໃນດ້ານນິຕິກໍາ ແລະຄວາມອາດສາມາດຂອງທຸລະກິດເອກະຊົນລາວ ເພື່ອຍົກລະດັບຂອງລາວ ໃນການເປັນປະເທດທີ່ໜ້າລົງທຶນໃຫ້ສູງຂຶ້ນ ແລະສາມາດເຊື່ອມໂຍງກັບສາກົນໄດ້ຢ່າງມີປະສິດທິພາບສູງດ້ວຍ.

ໂດຍທະນາຄານໂລກ ໄດ້ຈັດໃຫ້ລາວເປັນປະເທດທີ່ໜ້າລົງທຶນອັນດັບທີ 154 ຈາກ 190 ປະເທດໃນທົ່ວໂລກທີ່ເປັນການພິຈາລະນາຈາກຄວາມຍາກ–ງ່າຍຂອງການເລີ້ມຕົ້ນດໍາເນີນທຸລະກິດ ການຂໍອະນຸຍາດກໍ່ສ້າງສໍານັກງານ ການຕອບສະໜອງພະລັງງານໄຟຟ້າ ການແຈ້ງຈົດທະບຽນສິນຊັບ ການເຂົ້າເຖິງສິນເຊື່ອ ການບັງຄັບສັນຍາລົງທຶນ ແລະການຕັດສິນໃນກໍລະນີລົ້ມລະລາຍ ໂດຍລາວໄດ້ຄະແນນສະເລ່ຍ 50.8 ເປີເຊັນທີ່ມີ 2 ດ້ານທີ່ໄດ້ປັບປຸງດີຂຶ້ນ ກໍຄືການເລີ້ມຕົ້ນດໍາເນີນທຸລະກິດ ແລະການຕອບສະໜອງໄຟຟ້າ ສ່ວນການຕັດສິນໃນກໍລະນີລົ້ມລະລາຍ ແລະການຄຸ້ມຄອງນັກລົງທຶນຕ່າງຊາດໃນລາວນັ້ນ ຈະຕ້ອງໄດ້ຮັບການປັບປຸງຢ່າງຮີບດ່ວນທີ່ສຸດ.