Lao
This article was added by the user . TheWorldNews is not responsible for the content of the platform.

ປະທານປະເທດລາວເນັ້ນຢໍ້າວ່າ ການນໍາຂອງພັກ ແລະລັດຖະບານ ຈະຕ້ອງເພີ້ມມາດຕະການກວດກາ ໃຫ້ເຂັ້ມງວດຂຶ້ນ

ປະທານປະເທດລາວເນັ້ນຢໍ້າວ່າ ການນໍາຂອງພັກ ແລະລັດຖະບານຈະຕ້ອງເພີ້ມມາດຕະການກວດກາໃຫ້ເຂັ້ມງວດເພີ້ມຂຶ້ນ ເພື່ອແນໃສ່ສະກັດກັ້ນແລະປົດ ຕໍາແໜ່ງຜູ້ທີ່ປະຕິບັດໜ້າທີ່ທຸຈະລິດເປັນສໍາຄັນ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານທອງລຸນ ສີສຸລິດ, ປະທານປະເທດ ແລະເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ໄດ້ໃຫ້ການເນັ້ນຢໍ້າ ຕໍ່ບັນດາການນໍາຂອງພັກ ແລະລັດຖະບານເມື່ອບໍ່ນານມານີ້ວ່າ ວຽກງານທີ່ສໍາຄັນປະການນຶຶ່ງທີ່ການນໍາພັກ-ລັດຈະຕ້ອງຈັດຕັ້ງປະຕິບັດຢ່າງເຂັ້ມງວດຫຼາຍຂຶ້ນຄື ການດໍາເນີນມາດຕະການກວດກາການປະຕິບັດໜ້າທີ່ຂອງພະນັກງານພັກ-ລັດ ໃຫ້ເປັນໄປຕາມລະບຽບກົດໝາຍຢ່າງແທ້ຈິງ ເຊິ່ງຖ້າຫາກກວດພົບການປະຕິບັດທີ່ເປັນການທຸຈະລິດ ແລະສະແຫວງ ຫາຜົນປະໂຫຍດສ່ວນໂຕຂອງພະນັກງານຄົນໃດກໍຈະຕ້ອງດໍາເນີນມາດຕະການ ສະກັດກັ້ນ ແລະປົດອອກຕໍາແໜ່ງໃນທັນທີ, ສ່ວນການນໍາທີ່ປ່ອຍປະໃຫ້ເກີດທຸຈະລິດດັ່ງກ່າວກໍຕ້ອງຮັບຜິດຊອບຕໍ່ຄວາມບົກຜ່ອງໃນການປະຕິບັດໜ້າທີ່ຂອງຕົນດ້ວຍເຊັ່ນກັນ, ດັງທີ່ທ່ານທອງລຸນ ໄດ້ໃຫ້ການຢືນຢັນວ່າ:

“ຖ້າຜູ້ໃດປະພຶດບໍ່ດີ ມິການກະທໍາທີ່ບໍ່ເໝາະສົມ ເປັນພະນັກງານທີ່ມີຄວາມຄິດໂລບມາກໂລພາ ສໍ້ສົນ ສ້າງກຸ່ມກ້ອນຂຶ້ນເພື່ອຫາຜົນປະໂຫຍດ ມີພຶດຕິກໍາທີ່ບໍ່ພຶງປາດຖະໜາ ແນວຄິດເອກາທິປະໄຕ ຫຼືວ່າຂາດລະບຽບວິໄນ ລົບລູ່ກົດໝາຍ ເປັນໄພຕໍ່ສັງຄົມຕໍ່ອົງກອນ ຂໍຢ່າໃຫ້ເຂົາເຈົ້າໄດ້ເຂົ້າມາຢູ່ໃນຖັນແຖວການຈັດຕັ້ງ ຫຼືເປັນຜູ້ມີອໍານາດໜ້າທີ່ ຢູ່ໃນຖັນແຖວການຈັດຕັ້ງຂອງພວກເຮົາ ແລ້ວກະການ ຈັດຕັ້ງການນໍາຕ້ອງຮັບຜິດຊອບຕໍ່ສິ່ງດັ່ງກ່າວນັ້ນ ຖ້າຫາກປະໄວ້ມັນຈະເປັນພິດໄພຕໍ່ການຈັດຕັ້ງ.”

ກ່ອນໜ້ານີ້ ທ່ານທອງລຸນ ຍັງໄດ້ເນັ້ນຢໍ້າຕໍ່ກອງປະຊຸມວຽກງານພັກ ແລະວຽກງານພະນັກງານຂອງທົ່ວກໍາລັງປ້ອງກັນຄວາມສະຫງົບແຫ່ງຊາດວ່າ ນອກຈາກການປ້ອງກັນ ແລະປາບປາມອາຊະຍາກໍາ ທີ່ເປັນໄພຄຸກຄາມ ຕໍ່ເສລີພາບທາງການເມືອງ ກັບຄວາມໝັ້ນຄົງແຫ່ງຊາດແລ້ວ ການເສີມສ້າງຄວາມເຊື່ອໝັ້ນ ແລະສັດທາຂອງປະຊາຊົນລາວໃຫ້ມີຕໍ່ກໍາລັງປ້ອງກັນຄວາມສະຫງົບຢ່າງແທ້ຈິງນັ້ນກໍຖືເປັນພາລະກິດສໍາຄັນ ທີ່ພະນັກງານປ້ອງກັນຄວາມສະຫງົບຕ້ອງຈັດຕັ້ງປະຕິບັດໃຫ້ໄດ້ຢ່າງເປັນຮູບປະທໍາ ໂດຍຢຶດຖື ແລະຢຶດໝັ້ນໃນພາລະກິດຮັກສາຄວາມປອດໄພໃຫ້ແກ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ທັງຈະຕ້ອງປະຕິບັດໜ້າທີ່ຢ່າງເປັນມິດໂດຍສຸຈະລິດ ແລະບໍ່ຮັບສິນບົນຈາກຜູ້ທີ່ກະທໍາຜິດອີກດ້ວຍ.

ໃນປັດຈຸບັນ, ພັກປະຊາຊົນປະຕິວັດລາວມີສະມາຊິກ 348,686 ຄົນ ໃນນີ້ເປັນແມ່ຍິງ 88,433 ຄົນຈາກ 20,438 ໜ່ວຍພັກໃນທົ່ວປະເທດ ໂດຍຈາກການກວດກາໃນປີ 2021 ທີ່ຜ່ານມາພົບການປະຕິບັດໜ້າທີ່ຂອງພະນັກງານພັກ-ລັດໂດຍທຸຈະລິດ ແລະໄດ້ລົງໂທດທາງວິໄນ 3,200 ກ່ວາຄົນ ໃນນີ້ເປັນການລົງ ໂທດໃນຂັ້ນປົດອອກຈາກຕໍາແໜ່ງໃນພັກ-ລັດຖະບານ 1,928 ຄົນແລະດໍາເນີນ ຄະດີທາງອາຍາ 93 ຄົນ, ສ່ວນນອກນັ້ນ ຖືກລົງໂທດຂັ້ນຕັກເຕືອນ ແລະໃຫ້ຢຸດການປະຕິບັດໜ້າທີ່ຊົ່ວຄາວເພື່ອປັບປຸງຕົນເອງ, ທາງດ້ານປະຊາຊົນລາວກໍໄດ້ຮ້ອງຮຽນກ່ຽວກັບການທຸຈະລິດຂອງພະນັກງານພັກ-ລັດເຖິງ 4,817 ກໍລະ ນີ.

ສ່ວນທ່ານຄໍາພັນ ພົມມະທັດ, ປະທານຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວກໍໃຫ້ການຢືນຢັນວ່າ ເປົ້າໝາຍການກວດກາພັກ-ລັດໃນປັດຈຸບັນ ໄດ້ແນໃສ່ການກວດກາຈັດຕັ້ງປະຕິບັດໃນບັນດາໂຄງການພັດທະນາທີ່ລົງທຶນໂດຍລັດຖະບານລາວເປັນຫຼັກ ເພາະວ່າເປັນພາກສ່ວນທີ່ມີການຮົ່ວໄຫຼ ແລະເກີດການສູນເສຍດ້ານງົບປມານຂອງລັດຖະບານຫຼາຍທີ່ສຸດໃນໄລຍະຜ່ານມາທີ່ມີສາເຫດສໍາຄັນມາຈາກການປະຕິບັດໜ້າທີ່ໂດຍທຸຈະລິດຂອງບັນດາພະນັກ ງານຂອງພັກ-ລັດ ດັ່ງນັ້ນເພື່ອເປັນການສະກັດກັ້ນ ແລະປາບປາມການກະທໍາດັ່ງກ່າວນີ້ ຈຶ່ງຕ້ອງເພີ້ມມາດຕະການເຂັ້ມງວດຫຼາຍຂຶ້ນເຂົ້າໃນການກວດກາການປະຕິບັດໜ້າທີ່ ແລະບັນຊີຊັບສິນຂອງພະນັກງານພັກ-ລັດທີ່ລວມເຖິງຕໍາຫຼວດ ແລະທະຫານດ້ວຍ.

ໂດຍໃນໄລຍະ 5 ປີທີ່ຜ່ານມາ ກໍໄດ້ກວດພົບການທຸຈະລິດທີ່ເປັນການຮ່ວມມືລະຫວ່າງສະມາຊິກພັກ ກັບບຸກຄົນພາຍນອກເຖິງ 749 ຄົນທີ່ເຮັດໃຫ້ເກີດການເສຍຫາຍຫຼາຍກວ່າ 746 ຕື້ກີບກັບ 362 ກວ່າລ້ານບາດ ແລະ 14 ລ້ານໂດລາ ໃນນີ້ສາມາດເກັບຄືນມາໄດ້ 391 ກວ່າຕື້ກີບກັບ 25 ລ້ານກວ່າບາດ ແລະ 10,000 ໂດລາ.

ຍິ່ງໄປກວ່ານັ້ນ ການກວດກາ 4,185 ເປົ້າໝາຍໃນຊ່ວງປີ 2016 ຫາ 2022 ກໍຍັງພົບດ້ວຍວ່າ ການທຸຈະລິດໄດ້ເຮັດໃຫ້ລັດຖະບານລາວເສຍຫາຍເກີນກວ່າ 8,370 ຕື້ກີບ ກັບ 50.22 ລ້ານໂດລາ ແບະ 36.89 ລ້ານບາດ ເຊິ່ງມີສະມາ ຊິກພັກເຖິງ 3,690 ຄົນທີ່ພົວພັນກັບການທຸຈະລິດ ໃນນີ້ ຖືກປົດອອກຈາກຕໍາ ແໜ່ງໃນພັກ 2,169 ຄົນ.